ວັນທີ 14 ກັນຍາຜ່ານມາ, ພັທ ພອນພິລຸນ ປັນຍາສິລິ ຮອງຫົວໜ້າຄະນະບັນນາທິການຂ່າວສານ ປກສ, ທ່ານ ນາງ ສີສະຫຼຽວ ທຳມະເທວາ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຈັນສຸດາ ໄຊຍະພອນ ຮອງປະທານບໍລິສັດ ແຊັກ ມາລິມາຣ ພ້ອມຄະນະແຕ່ລະພາກສ່ວນ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນໄປມອບໃຫ້ປະຊາຊົນບ້ານແສນດິນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ.

ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ

ທ່ານ ນາງ ສີສະຫຼຽວ ທຳມະເທວາ ກ່າວວ່າ: ການມອບເຄື່ອງຊ່ວຍເຫຼືອຄັ້ງນີ້ ແມ່ນເປັນການຊ່ວຍເຫຼືອບັນເທົາທຸກໃຫ້ພໍ່-ແມ່ປະຊາຊົນພາຍໃນບ້ານ ໄດ້ມີອາຫານການກິນ, ນໍ້າດື່ມພຽງພໍ ແລະ ເຮັດໃຫ້ຊີວິດຈິດໃຈຂອງເຂົາເຈົ້າດີຂຶ້ນ ແລ້ວພ້ອມກັນຕັ້ງໜ້າສູ້ຊົນ ເຮັດວຽກງານອາຊີບປະຈຳວັນຂອງຕົນ ໃຫ້ໄດ້ຮັບໝາກຜົນເປັນປົກກະຕິ.

ປະຊາຊົນບ້ານແສນດິນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ໃນນີ້ປະກອບມີ: ເຂົ້າສານ, ນໍ້າດື່ມ, ໝີ່ ແລະ ເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນອີກຈຳນວນໜຶ່ງ ແລະ ບໍລິສັດ ແຊັກ ມາລີມາຣ ໄດ້ມອບເງິນຈຳນວນໜຶ່ງໃຫ້ປະຊາຊົນບ້ານແສນດິນ ລວມມູນຄ່າການຊ່ວຍເຫຼືອຄັ້ງນີ້ 40 ລ້ານກວ່າກີບ.

ການບໍລິຈາກເຄື່ອງໃຫ້ກັບປະຊາຊົນ

ຫຼັງຈາກນັ້ນ, ທ່ານ ຄຳດີ ແກ້ວດວງຈິດ ນາຍບ້ານໆແສນດິນ ຕາງໜ້າໃຫ້ປະຊາຊົນ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ກັບ ບັນດາພາກສ່ວນທີ່ໃຫ້ການຊ່ວຍເຫຼືອຄັ້ງນີ້ ພ້ອມທັງອວຍພອນໃຫ້ແຕ່ລະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ມີຄວາມສຸກທັງຊີວິດສ່ວນຕົວ ແລະ ຄອບຄົວ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ວຽກງານທີ່ຮັບມອບໝາຍ.

ສະພາບນໍ້າຖ້ວມ