ໃນ 1 ອາທິດທີ່ຜ່ານມາ, ນະຄອນຫຼວງວຽງຈັນ ມີຜົນເສຍຫາຍຈາກປະກົດການຫຍໍ້ທໍ້ມູນຄ່າ ຄວາມເສຍຫາຍເກືອບ 2 ຕື້ກີບ. ໃນນີ້, ເດັ່ນຫຼາຍກວ່າໝູ່ແມ່ນການເຄື່ອນໄຫວຂອງກຸ່ມ ຄົນບໍ່ດີເປັນ ຕົ້ນແມ່ນບັນຫາປຸ້ນຈີ້, ຊິງຊັບ, ລັກຊັບ, ຂີ້ລັກງັດແງະ, ທໍາຮ້າຍຮ່າງກາຍ, ຄ້າ-ຂາຍຢາເສບຕິດ, ຄາດຕະກໍາ ແລະອື່ນໆ ສະແດງອອກໃນໜຶ່ງອາທິດຜ່ານມາ ( 5- 11 ກັນຍາ ) ທົ່ວນະຄອນຫຼວງວຽງຈັນ ມີຄະດີເກີດຂຶ້ນ 50 ກວ່າເລື່ອງ ແລະ ມີຜົນເສຍຫາຍເກືອບ 2 ຕື້ກີບ.

ເຈົ້າໜ້າທີ່ກອງບັນຊາການ ປກສ ນວ ເປີດເຜີຍວ່າ: ໃນ 1 ອາທິດ ທົ່ວນະຄອນຫຼວງວຽງຈັນ ມີ ຄະດີເກີດຂຶ້ນທັງໝົດ 52 ເລື່ອງ, ໃນນີ້, ລັກຊັບພົນລະເມືອງ 30 ເລື່ອງ, ຢາເສບຕິດ 8 ເລື່ອງ, ຊື້- ຂາຍຢາເສບຕິດ 5 ເລື່ອງ, ຍັກຍອກ-ສໍ້ໂກງຊັບ 4 ເລື່ອງ, ຊິງຊັບ 3 ເລື່ອງ, ຄາດຕະກໍາ 2 ເລື່ອງ ແລະ ປຸ້ນຊັບ 1 ເລື່ອງ ສາມາດແກ້ໄຂໄດ້ 24 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 64 ຄົນ ຍິງ 13 ຄົນ; ເກັບກູ້ຄືນ-ຢຶດຂອງກາງໄດ້ມີ: ເງິນ 24.000 ບາດ, ລົດໃຫຍ່ 1 ຄັນ, ປືນ K59 1 ກະບອກ ພ້ອມດ້ວຍລູກປືນ 6 ລູກ, ຢາບ້າ 6.899 ເມັດ, ຢາໄອສ໌ 11 ຖົງ, ເຮໂຣອິນ 2 ຖົງ ລວມມູນຄ່າເສຍຫາຍເປັນເງິນ 1.972.057.000 ກີບ, ລົດຈັກ 26 ຄັນ, ຄໍາຮູບປະພັນ 6 ບາດ 2 ສະຫຼຶງ, ສາຍຄໍເງິນ 1 ເສັ້ນ, ແຫວນເພັດ 1 ວົງ, ໂທລະສັບມືຖື 4 ໜ່ວຍ ແລະ ຄອມພິວເຕີໂນດບຸກ 1 ໜ່ວຍ. ໃນນີ້, ເດັ່ນກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງ ເກີດຂຶ້ນ 30 ເລື່ອງ ສາມາດກັກຕົວຜູ້ຖືກຫາໄດ້ 5 ຄົນ ຍິງ 1 ຄົນ ສະແດງອອກ ຄື: ໃນວັນທີ 5 ກັນຍາ ເວລາປະມານ 12:50 ໂມງ ໄດ້ມີຄົນຮ້າຍເຂົ້າໄປງັດບໍລິສັດ ເພັດບັນດິດ ກໍ່ສ້າງ ຕັ້ງຢູ່ບ້ານຊ້າງຄູ້ ເມືອງໄຊທານີ ຜົນເສຍຫາຍມີກ່ອງດໍາລົດຈັກ 10 ມູນຄ່າ 5.500.000 ບາດ; ວັນທີ 6 ກັນຍາ ເວລາ 9:05 ໂມງ ຄົນຮ້າຍໄດ້ເຂົ້າໄປງັດຫ້ອງລັກເອົາຊັບຂອງ ນາງ ອາຈາງ ອາຍຸ 53 ປີ ເຊື້ອ ຊາດຈີນ ເປັນນັກທ່ອງທ່ຽວພັກຢູ່ໂຮງແຮມຫົວຫຼົງ ຢູ່ບ້ານອຸບມົງ ເມືອງສີໂຄດຕະບອງ ຜົນເສຍຫາຍມີເງິນ 5.000.000 ກີບ, 5.000 ບາດ, 3.000 ຢວນ ແລະ 50 ໂດລາ; ເວລາ 11:30 ໂມງ ຄົນຮ້າຍໄດ້ງັດຫ້ອງເຊົ່າຂອງ ນາງ ພູແລງຄໍາ ອາຍຸ 50 ປີ ພະນັກງານ ບ້ານໂນນສະ ຫວ່າງ ເມືອງໄຊເສດຖາ ຜົນເສຍຫາມີເງິນ 2.000.000 ກີບ, 5.000 ບາດ 300 ໂດລາ, ຄໍາຮູບປະພັນ 3 ບາດ 1 ສະຫຼຶງ 5 ຫຸນ, ສາຍຄໍເງິນ 1 ເສັ້ນ, ແຫວນເພັດ 1 ວົງ ແລະ ເຄື່ອງມີຄ່າອີກ ຈໍານວນໜຶ່ງ, ຕໍ່ມາເວລາ 15:00 ໂມງ ຄົນຮ້າຍໄດ້ເຂົ້າໄປລັກເອົາຊັບຢູ່ຫ້ອງເຊົ່າຂອງ ນາງ ຈູຮັນຮານ ອາຍຸ 40 ປີ ເຊື້ອຊາດ-ສັນຊາດ ສ ເກົາຫຼີ ຢູ່ບ້ານທົ່ງພານທອງ ເມືອງສີສັດຕະນາກ ລວມມີໂມງ 2 ໜ່ວຍ ແລະ ເຄື່ອງປະດັບຈໍານວນໜຶ່ງ ມູນຄ່າ 10.000 ໂດລາສະຫະລັດ.


ນອກນີ້, ມີເຫດການເກີດຂຶ້ນວັນທີ 7 ກັນຍາ ເວລາ 9:00 ໂມງ ຄົນຮ້າຍໄດ້ເຂົ້າໄປງັດຫ້ອງເຊົ່າຂອງ ນາງ ດາວພຸດ ອາຍຸ 19 ປີ ນັກສຶກສາ ຢູ່ບ້ານໜອງພະຍາ ເມືອງໄຊທານີ ຜົນເສຍ ຫາຍມີຄໍາຮູບປະພັນ 1 ບາດ 5 ຫຸນ, ໂນດບຸກ 1 ເຄື່ອງ ແລະ ສາຍແອວທອງນາກ ມູນຄ່າ 12.000.000 ກີບ; ວັນທີ 8 ກັນຍາ ເວລາ 12:49 ໂມງ ຄົນຮ້າຍໄດ້ເຂົ້າໄປງັດຮ້ານຂາຍໂມງຂອງ ທ້າວ ສຸທັດ ເອກະ ພັນອາຍຸ 47 ປີ ເຂດບ້ານໂພນທັນ ເມືອງໄຊເສດຖາ, ເຊິ່ງໄດ້ລັກໂມງ ໃສ່ແຂນ 3 ໜ່ວຍ ລວມມູນຄ່າ 342.030.000 ກີບ. ນອກນັ້ນ, ຍັງມີຄະດີຊື້-ຂາຍຢາເສບຕິດ ຈໍານວນ 5 ເລື່ອງ ສາມາດກັກຕົວຜູ້ ຖືກຫາ 27 ຄົນ ຍິງ 6 ຄົນ ຄື: ໃນວັນທີ 10 ກັນຍາ, ເຈົ້າ ໜ້າທີ່ ປກສ ເມືອງໄຊເສດຖາ ໄດ້ກັກຕົວຜູ້ຖືກຫາຈໍານວນ 6 ຄົນ ຍິງ 2 ຄົນ ຄື: ທ້າວ ອາທິຊາດ ອາຍຸ 37 ປີ, ນາງ ແສງແກ້ວ ອາຍຸ 35 ປີ ທັງສອງເປັນກໍາມະກອນ ບ້ານຊຽງດາ ພ້ອມຂອງກາງຢາບ້າຈໍານວນ 1.800 ເມັດ, ຢາໄອສ໌ 5 ຖົງ, ເງິນ 24.000 ບາດ, ລົດກະບະໂຕໂຍຕ້າ ໝາຍເລກທະບຽນ ກມ 2159 ຈໍານວນ 1 ຄັນ ປືນ ສັ້ນ K59 ຈໍານວນ 1 ກະບອກ ພ້ອມລູກ ປືນ 6 ລູກ; ທ້າວ ຜາສຸກ ອາຍຸ 27 ປີ ວ່າງງານຢູ່ບ້ານໂນນສະຫວ່າງ ພ້ອມຂອງກາງຢາໄອສ໌ 2 ຖົງ ທັງ 3 ຄົນ ແມ່ນຢູ່ເມືອງໄຊເສດຖາ; ສ່ວນທ້າວ ນໍາໄຊ ອາຍຸ 38 ປີ ບ້ານ ບໍ່ເຫຼັກ ມີຂອງກາງຢາບ້າ 112 ເມັດ, ທ້າວ ຄໍ້າຄູນ ອາຍຸ 18 ປີ ບ້ານຫົວຊຽງ ມີຂອງກາງຢາບ້າ 2.000 ເມັດ ທັງ 2 ເປັນກໍາມະກອນ ຢູ່ເມືອງໄຊທານີ ແລະ ນາງ ວັນເພັນ ອາຍຸ 20 ປີ ກໍາມະກອນ ບ້ານໜອງດ້ວງ ເມືອງສີໂຄດຕະບອງ ຂອງກາງຢາບ້າ 9 ເມັດ ແລະ ຢາໄອສ໌ 2 ຖົງ.

ສ່ວນຄະດີຄາດຕະກໍາແມ່ນເກີດຂຶ້ນ 2 ເລື່ອງ ກັກຜູ້ຖືກຫາໄດ້ 4 ຄົນ ຄື: ທ້າວ ຖາງ ຍີຈຸນ ອາຍຸ 43 ປີ ກໍາມະການເຊື້ອຊາດ -ສັນຊາດຈີນ ພັກເຊົາຢູ່ບ້ານໜອງສະໂນຄໍາ ເມືອງສີໂຄດ ຕະບອງ ໃນຄະດີຄາດຕະກໍາ ທ້າວ ລີຈາວ ເຜິງ ອາຍຸ 46 ປີ ນັກທຸລະກິດເຊື້ອຊາດ-ສັນຊາດຈີນ ໃນຄັ້ງວັນ ທີ 12 ສິງຫາ 2018 ແລະ ທ້າວ ຄໍາຫຼ້າ ອາຍຸ 28 ປີ, ທ້າວ ທິດ ອາຍຸ 20 ປີ, ທ້າວ ຄອນຄໍາ ອາຍຸ 41 ປີ ທັງ 3 ເປັນກໍາມະກອນຢູ່ເມືອງໄຊທານີ ໃນຄະດີຄາດຕະກໍາ ທ້າວ ຕ້າ ອາຍຸ 26 ປີ ໃນຄັ້ງວັນທີ 15 ສິງຫາ 2018 ຜ່ານມານີ້.

ຕໍ່ກັບສະພາບການດັ່ງກ່າວ, ເຈົ້າໜ້າທີ່ ປກສ ນວ ຍັງຈະສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາວຽກ ງານວິຊາສະເພາະຢູ່ຕາມບັນດາເມືອງຕ່າງໆ ໂດຍສະເພາະແມ່ນການສະກັດກັ້ນແກ້ໄຂເປົ້າ ໝາຍຕ້ອງໂທດທາງອາຍາ ແລະ ທາງດ້ານການເມືອງໃຫ້ເຂັ້ມແຂງ ພ້ອມທັງສ້າງແຜນງານສະເພາະສະກັດກັ້ນກຸ່ມແກ້ງປຸ້ນຈີ້, ຊິງຊັບ, ລັກຊັບ, ສະກັດກັ້ນ ແລະ ຕ້ານການຄ້າຂາຍຢາເສບຕິດ ແລະ ບັນຫາອື່ນໆ ໃຫ້ທັນກັບສະພາບຕົວຈິງ.