ໃນອາທິດຜ່ານມາ, ພົຈວ ຄຳສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ພ້ອມຄະນະ ໄດ້ມອບເງິນສົດ ຈໍານວນ 5 ລ້ານກີບ ໃຫ້ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ (ວປສ) ກະຊວງ ປກສ, ກ່າວຮັບ ພົຈວ ວັນເຮືອງ ນັນທະຈັກ ຜູ້ອຳນວຍການ ວປສ ພ້ອມຄະນະ.

ການມອບເງິນໃນຄັ້ງນີ້ ເພື່ອປະກອບສ່ວນຊ່ວຍເຫຼືອບູລະນະສ້ອມແປງ ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ (ເວີນຄຳ) ບ່ອນທີ່ເປ່ເພ່ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມເປັນເວລາຫຼາຍວັນ ເຮັດໃຫ້ວິທະຍາຄານປ້ອງກັນຄວາມສະຫງົບ ໄດ້ຮັບຄວາມເສຍຫາຍ.

ໃນໂອກາດນີ້, ພົຈວ ວັນເຮືອງ ນັນທະຈັກ ໄດ້ກ່າວຂອບໃຈ, ຍ້ອງຍໍຊົມເຊີຍທີ່ທາງກົມ 509 ທີ່ເປັນຫ່ວງເປັນໃຍ ແລະ ເຫັນໄດ້ຄວາມສຳຄັນ; ເຊິ່ງເງິນສ່ວນດັ່ງກ່າວນີ້ກໍໄດ້ນຳໄປສ້ອມແປງວິທະຍາຄານ ບ່ອນທີ່ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມ ແລະ ຂໍອວຍໄຊໃຫ້ພອນແດ່ ພົຈວ ຄຳສາຍ ຈັນທະວົງ ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງປະສົບຜົນສຳເລັດໃນໜ້າທີ່ວຽກງານ.