ຜູ້ເສຍຫາຍທີ່ຖືກຕົວະໃຫ້ ໂອນເງິນຜ່ານລະບົບອອນລາຍ ເຂົ້າບັນຊີທະນາຄານໄດ້ແຈ້ງ ຄວາມຕໍ່ເຈົ້າໜ້າທີ່ໃຫ້ຈັບກຸມຜູ້ຍິງຄົນໜຶ່ງທີ່ກໍ່ເຫດ. ພາຍຫຼັງໂອນສໍາເລັດ ແຕ່ບໍ່ມີເງິນເຂົ້າບັນຊີຕາມທີ່ກ່າວອ້າງ; ເຊິ່ງສ້າງຄວາມເສຍຫາຍຫຼາຍກວ່າ 65.000 ບາດ.

ເຈົ້າໜ້າທີ່ ປກສ ເມືອງຈໍາພອນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 9 ສິງຫາ 2018, ນາງ ພູວຽງ ອາຍຸ 43 ປີ ບ້ານບາກ ເມືອງຈໍາພອນ ແຈ້ງຄວາມໃຫ້ດໍາເນີນຄະດີກັບຜູ້ຍິງຄົນໜຶ່ງອາຍຸປະມານ 20 ປີ ທີ່ຕົວະໃຫ້ໂອນເງິນຜ່ານລະບົບອອນລາຍ, ພາຍຫຼັງກວດເບິ່ງບໍ່ມີ ເງິນເຂົ້າບັນຊີ; ຜູ້ເສຍຫາຍໃຫ້ການວ່າ: ກ່ອນໜ້ານັ້ນມີຜູ້ຍິງຄົນໜຶ່ງຂັບຂີ່ລົດຈັກບໍ່ມີໝາຍເລກທະບຽນມາຈອດຢູ່ໜ້າເຮືອນ ພ້ອມຖາມວ່າຕ້ອງໂອນເງິນບໍ ແລະ ຕົນເອງກໍຕອບວ່າຕ້ອງການ. ຈາກນັ້ນ, ຜູ້ກໍ່ເຫດຂໍເລກບັນຊີ ແລະ ທໍາການໂອນເງິນ ຈໍານວນ 65.500 ບາດ ສໍາເລັດ ແລະ ບອກວ່າເງິນເຂົ້າບັນຊີແລ້ວ; ຈາກນັ້ນ, ກໍຈ່າຍເງິນຄ່າໂອນໃຫ້ຍິງຄົນດັ່ງກ່າວ, ພາຍຫຼັງໄປກວດບໍ່ພົບເຫັນເງິນເຂົ້າບັນຊີ ຈຶ່ງຮູ້ວ່າຖືກຕົວະ ແລະ ເຂົ້າແຈ້ງຄວາມຕໍ່ເຈົ້າ ໜ້າທີ່.

ຜ່ານການເກັບກໍາຂໍ້ມູນ ແລະ ກວດສອບບັນຊີ ຮູ້ວ່າ: ເຈົ້າຂອງບັນຊີດັ່ງກ່າວອອກຊື່ ນາງ ນິລັນດອນ ຫຼື ຈ່ອຍ ອາຍຸ 22 ປີ, ບ້ານຈອມເພັດ ເມືອງອຸທຸມພອນ ແຂວງສະຫວັນນະເຂດ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງນໍາຕົວມາສອບສວນ ແລະ ຜູ້ກ່ຽວສາລະພາບວ່າ ເປັນຜູ້ກໍ່ເຫດແທ້ ໂດຍໃຊ້ວິທີຕົວະໂອນເງິນຜ່ານລະບົບອອນລາຍດ້ວຍການຂໍເລກບັນຊີນໍາຜູ້ເສຍຫາຍມີການປອມແປງຕົວເລກການໂອນ ເພື່ອຕົວະ ໃຫ້ຜູ້ເສຍຫາຍຫຼົງເຊື່ອ, ເຊິ່ງຜ່ານມາ ກໍໄດ້ກໍ່ເຫດມາຫຼາຍຄັ້ງ.

ເຈົ້າໜ້າທີ່ຍັງໃຫ້ຮູ້ຕື່ມວ່າ: ປັດຈຸບັນນີ້, ມີຜູ້ເສຍຫາຍທີ່ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ຈຳ ນວນ 5 ຄົນ ມີມູນຄ່າເສຍຫາຍ 176.000 ບາດ ແລະ ຜູ້ກ່ຽວກໍເຄີຍຖືກເຈົ້າໜ້າທີ່ ປກສ ເມືອງຈຳພອນ ກັກຕົວສຶກສາອົບຮົບໃນວັນທີ 22 ພະຈິກ 2017 ຂໍ້ຫາສໍ້ໂກ້ງຊັບພົນ ລະ ເມືອງ. ຕໍ່ກັບບັນຫາດັ່ງກ່າວນີ້, ຈຶ່ງໄດ້ຮຽກຮ້ອງໃຫ້ຜູ້ທີ່ໃຊ້ລະບົບໂອນເງິນທາງອອນລາຍ ຈົ່ງມີສະຕິລະວັງຕົວ ແລະ ກວດເຊັກເບິ່ງເງິນໃນບັນຊີ ແລະ ລະບົບໂອນຂອງບັນຊີຢ່າງຄັກແນ່ກ່ອນຈະຕົກເປັນເຫຍື່ອຂອງຄົນບໍ່ດີ.