ກົມຕໍາຫຼວດສິ່ງແວດລ້ອມ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ສົມທົບກັບອໍານາດການປົກຄອງບ້ານ ເຂົ້າກວດຄົ້ນເຮືອນເຊົ່າຫຼັງໜຶ່ງຢູ່ບ້ານໜອງໜ່ຽງ ເມືອງໄຊເສດຖາ ນະຄອນ ຫຼວງວຽງຈັນ ພົບເຫັນຜະລິດຕະພັນແກະສະຫຼັກ ແລະ ເຄື່ອງປະດັບທີ່ເຮັດດ້ວຍງາຊ້າງ ຈໍານວນ 13,5 ກິໂລກຼາມ ແລະ ເຮັດດ້ວຍໄມ້ 20 ກວ່າ ໂລກຼາມ ໃນເດືອນສິງຫາ 2018 ຈຶ່ງຢຶດໄວ້ ພ້ອມທັງຈັບຕົວຜູ້ທີ່ເຊົ່າເຮືອນໄປດໍາເນີນການສອບສວນ.

ກົມຕໍາຫຼວດສິ່ງແວດລ້ອມ ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ຟາມວັນຕ່າຍ ອາຍຸ 38 ປີ ເຊື້້ອຊາດ ສັນຊາດຫວຽດນາມ. ເບື້ອງຕົ້ນແມ່ນໄດ້ສືບຮູ້ວ່າ: ທ້າວ ຟາມວັນຕ່າຍ ໄດ້ເຊົ່າເຮືອນ ແລ້ວຮັບຊື້-ຂາຍ ຜະລິດຕະພັນແກະສະຫຼັກ ແລະ ເຄື່ອງປະດັບທີ່ເຮັດດ້ວຍໄມ້ ແລະ ງາຊ້າງ, ເຊິ່ງເປັນຊິ້ນສ່ວນສັດປ່າທີ່ຫວງຫ້າມກ່ອນສົ່ງອອກຂາຍຕ່າງປະເທດ. ຮອດວັນທີ 2 ສິງຫາ 2018, ຈຶ່ງໄດ້ນໍາກໍາລັງປະສານສົມທົບກັບອໍານາດການປົກຄອງບ້ານໜອງໜ່ຽງ ເມືອງໄຊເສດຖາ ເຂົ້າກວດຄົ້ນເຮືອນເຊົ່າຂອງຜູ້ກ່ຽວ. ຜ່ານການກວດຄົ້ນພົບເຫັນຜະລິດຕະພັນແກະສະຫຼັກ ແລະ ເຄື່ອງປະດັບທີ່ເຮັດດ້ວຍງາຊ້າງ ຈໍານວນ 13,5 ກິໂລກຼາມ ແລະ ເຮັດດ້ວຍໄມ້ ຈໍານວນ 25 ກິໂລກຼາມ ຈຶ່ງຢຶດເພື່ອສອບສວນ.

ຜ່ານການສອບສວນ, ຜູ້ກ່ຽວສາລະພາບວ່າ: ຜະລິດຕະພັນງາຊ້າງ ແລະ ໄມ້ຈໍານວນ ດັ່ງກ່າວ ແມ່ນໄດ້ສັ່ງຊື້ນໍາເຂົ້າຈາກຕ່າງປະເທດ. ສ່ວນງາຊ້າງແມ່ນເອົາໄປແກະສະຫຼັກເອງ ກ່ອນນໍາສົ່ງອອກຂາຍໄປປະເທດທີ່ສາມ, ເຊິ່ງເຮັດມາແລ້ວປີກວ່າ. ຄະດີດັ່ງກ່າວເຈົ້າໜ້າທີ່ກໍາລັງດໍາເນີນການສືບສວນ-ສອບສວນຂະຫຍາຍຜົນຫາທີ່ໄປ-ທີ່ມາຂອງງາຊ້າງ ເພື່ອຕິດ ຕາມຈັບຕົວຜູ້ກະທໍາຜິດໄປດໍາເນີນຄະດີຕາມກົດໝາຍ.