ເສັ້ນທາງເມືອງໄຊທານີ ນະ ຄອນຫຼວງວຽງຈັນ ຈໍານວນ 18 ເສັ້ນ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ແລະ ຕ້ອງການທຶນສ້ອມແປງເຖິງ 12 ຕື້ກວ່າກີບ ໃນການສ້ອມແປງ. ໃນນີ້, ເສັ້ນທາງເລກ 10 ຖືກກະທົບຢູ່ 3 ຈຸດ ຄື: ບ້ານທ່າສະຫວ່າງ, ບ້ານຫາດກ້ຽງ ແລະ ບ້ານໂພນຄໍ້.

ອີງຕາມບົດສະຫຼຸບຂອງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ເມືອງໄຊທານີ ໃຫ້ຮູ້ວ່າ: ເມືອງໄຊທານີ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ເຮັດໃຫ້ເສັ້ນທາງຈໍານວນ 18 ເສັ້ນໄດ້ຮັບຄວາມເສຍຫາຍ ແລະ ຕ້ອງການທຶນມາສ້ອມແປງສູງເຖິງ 12 ຕື້ ກວ່າກີບ, ໃນນີ້ ປະກອບມີເສັ້ນທາງຕານມີໄຊ-ໄຟແດງໂນນສະອາດ ຍາວ 11 ກິໂລແມັດ ມູນຄ່າເສຍຫາຍ 1.300 ລ້ານກວ່າກີບ, ເສັ້ນທາງໄຟແດງໂນນສະອາດ-ລາດຄວາຍ-ນາສາລາ-ດົງບັງ ຍາວ 12 ກວ່າກິໂລແມັດ ມູນຄ່າ 900 ລ້ານກວ່າກີບ, ເສັ້ນທາງເລກ 10 -ພູຄໍາ-ທ່າສົ້ມມໍ-ລາດຄວາຍ ຍາວ 11 ກວ່າກິໂລແມັດ ມູນຄ່າ 1.000 ກວ່າລ້ານກີບ, ເສັ້ນທາງສາມສະອາດ-ບໍ່ເກືອ 2 ກວ່າກິໂລແມັດ ມູນຄ່າ 500 ກວ່າລ້ານກີບ, ເສັ້ນ ທາງບ້ານຈະເລີນໄຊ-ໂພໄຊ-ທາງ ຕັດໃໝ່ແສນດິນ 8 ກວ່າກິໂລ ແມັດ ມູນຄ່າ 450 ລ້ານກວ່າກີບ, ເສັ້ນທາງເຂົ້າບ້ານໜອງໂນ ( ສາມ ແຍກໂຮງຮຽນຕໍາຫຼວດ-ບ້ານໜອງໂນ ) ຍາວ 3 ກວ່າກິໂລແມັດ ມູນ ຄ່າ 440 ລ້ານກວ່າກີບ, ເສັ້ນທາງໂຮງຮຽນຕໍາຫຼວດ-ຫ້ວຍອີ່ໂຍດ ( ນາຊາຍທອງ ) ຍາວ 4 ກິໂລ ແມັດ ມູນຄ່າ 900 ລ້ານກວ່າ ກີບ, ເສັ້ນທາງເລກ 10-ໂພນຄໍ້-ດວງບຸດດີ-ທ່າດິນແດງ-ນາຕານ ຍາວ 32 ກວ່າກິໂລແມັດ ມູນຄ່າ 1.800 ລ້ານກວ່າກີບ, ເສັ້ນທາງ ແຕ່ປາຊາບໃໝ່-ນາຂາວຍາວ 15 ກວ່າກິໂລແມັດ ມູນຄ່າ 1.500 ລ້ານກວ່າກີບ, ເສັ້ນທາງເຂົ້າບ້ານ ປາກຊາບເກົ່າ ຍາວ 2 ກວ່າກິໂລ ແມັດ ມູນຄ່າ 360 ກວ່າລ້ານກີບ.

ນອກນັ້ນ, ມີເສັ້ນທາງເລກ 10-ທົ່ງມັ່ງ-ໂພນແພງ-ຫົວນາ ຍາວ 15 ກວ່າກິໂລແມັດ ມູນຄ່າ 800 ກວ່າລ້າກີບ, ເສັ້ນທາງເຂົ້າ ບ້ານໜອງເຂັງ ຍາວ 2,9 ກິໂລ ແມັດ ມູນຄ່າ 420 ກວ່າລ້ານກີບ, ເສັ້ນທາງເຂົ້າບ້ານນາກຸງ ຍາວ 4 ກວ່າກິໂລແມັດ ມູນຄ່າ 220 ລ້ານ ກວ່າກີບ, ເສັ້ນທາງເຂົ້າບ້ານດວງ ບຸດດີ ຍາວ 4 ກວ່າກິໂລແມັດ ມູນຄ່າ 950 ລ້ານກວ່າກີບ, ເສັ້ນ ທາງເລກ 10-ທ່າສະຫວ່າງ-ເວີນ ຄໍາ-ວປສ ຍາວ 8 ກວ່າກິໂລແມັດ ມູນຄ່າ 360 ລ້ານກວ່າກີບ ແລະ ຍັງມີເສັ້ນທາງຫຼວງແຫ່ງຊາດ, ເສັ້ນ ທາງຊົນນະບົດຍັງບໍ່ທັນໄດ້ປະເມີນ ມູນຄ່າຄວາມເສຍຫາຍ.

ຈາກຄວາມເສຍຫາຍທີ່ເກີດ ຂຶ້ນພາກສ່ວນທີ່ກ່ຽວຂ້ອງຂອງ ເມືອງ ຂໍງົບປະມານຟື້ນຟູສຸກເສີນ ເປັນຕົ້ນເສັ້ນທາງ ເພື່ອເຮັດໃຫ້ຜູ້ ຂັບຂີ່ມີຄວາມສະດວກສະບາຍ ໃນການໃຊ້ລົດ-ໃຊ້ຖະໜົນ ຫຼີກ ລ່ຽງບັນຫາອຸບັດຕິເຫດທີ່ຈະເກີດ ຂຶ້ນ.