ໃນທ້າຍເດືອນສິງຫາ ຜ່ານມາ, ເຈົ້າໜ້າທີ່ກໍ່ສ້າງຮາກຖານການເມືອງ ກອງຮ້ອຍ 4 ນະຄອນ ຫຼວງວຽງຈັນ ລົງແກ້ໄຂເທີບເງີບ-ປ້າຍໂຄສະນາ ແລະ ສິ່ງກີດຂວາງການສັນຈອນ ຕາມເສັ້ນທາງທາດຫຼວງ ໄດ້ທັງໝົດ 250 ຈຸດ ເພື່ອແກ້ໄຂຄວາມບໍ່ເປັນລະ ບຽບຮຽບຮ້ອຍຕາມສອງຝາກທາງໃຫ້ມີຄວາມໂລ່ງ ແລະ ສັນຈອນໄປ-ມາ ໄດ້ສະດວກ.

ພັທ ຄໍາເກິ່ງ ຈັນສຸລິມາດ ຫົວໜ້າກອງບັນຊາການ ປກສ ເມືອງໄຊເສດຖາ ກ່າວວ່າ: ໃນລະ ຫວ່າງ ວັນທີ 20-30 ສິງຫາຜ່ານມາ, ເຈົ້າໜ້າທີ່ກໍ່ສ້າງຮາກຖານການເມືອງ ກອງຮ້ອຍ 4 ນະຄອນຫຼວງວຽງຈັນ ໄດ້ລົງເຮັດທົດລອງວຽກງານແກ້ໄຂປະກົດການ ຫຍໍ້ທໍ້ຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ບາດກ້າວທີ 3 ຢູ່ບ້ານທາດຫຼວງໃຕ້ ເມືອງ ໄຊເສດຖາ ມີຜົນສໍາເລັດຫຼາຍດ້ານ; ໃນນັ້ນ, ວຽກງານແກ້ໄຂຄວາມແອອັດການສັນຈອນ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກວດກາຄືນບັ ດາຫ້າງຮ້ານ, ເຮືອນບຸກຄົນແຄມທາງທີ່ມີການສ້າງສິ່ງກີດຂວາງການສັນຈອນຕາມເສັ້ນທາງຈາກວົງວຽນທາດຫຼວງ ຮອດສາມແຍກຫົວຂົວ ໂດຍສະເພາະແມ່ນການວາງສິ່ງກີດຂວາງ, ການຕໍ່ເຕີມເທີບເງີບ, ປ້າຍໂຄສະນາ ພ້ອມທັງແກ້ໄຂມ້າງສິ່ງກີດຂວາງດັ່ງກ່າວ, ເຊິ່ງມີທັງໝົດ 340 ຈຸດ; ໃນນັ້ນ, ແກ້ໄຂ ໄດ້ 250 ຈຸດ, ຍັງແກ້ໄຂບໍ່ທັນໄດ້ 90 ຈຸດ ຄື: ເທີບເງີບ ມີ 172 ຈຸດ ແກ້ໄຂໄດ້ 105 ຈຸດ, ປ້າຍໂຄສະນາ 86 ຈຸດ ແກ້ໄຂໄດ້ 59 ຈຸດ, ວາງວັດຖຸສິ່ງຂອງ ແລະ ຂາຍເຄື່ອງຊະຊາຍ 86 ຈຸດ ແກ້ໄຂໄດ້ໝົດ.

ທິດທາງແກ້ໄຂໃນຕໍ່ໜ້າ, ເຈົ້າໜ້າທີ່ຈະສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແກ້ໄຂການວາງວັດຖຸສິ່ງຂອງແຄມທາງ, ມ້າງການຕໍ່ເທີບເງີບ ແລະ ປ້າຍໂຄສະນາ ຈໍານວນ 90 ຈຸດທີ່ຍັງເຫຼືອໃຫ້ສໍາເລັດ.