ພິທີຖະແຫຼງກ່ຽວກັບ ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2018

ພາຍຫຼັງ ກອງປະຊຸມລັດຖະບານເປີດກວ້າງ ເທື່ອທີ II ປີ 2018 ໄດ້ປິດລົງຢ່າງເປັນທາງການ ໃນວັນທີ 18 ກັນຍາ 2018 ທີ່ໄດ້ດໍາເນີນມາເປັນເວລາ 2 ວັນ ຢູ່ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ຄະນະລັດຖະມົນຕີແຕ່ລະກະຊວງ, ເຈົ້າແຂວງ-ນະຄອງຫຼວງ, ສະມາຊິກລັດຖະບານ ແລະ ແຂກຮັບເຊີນເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງການລາຍງານສະພາບຜົນເສຍຫາຍ ຈາກໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປຶກສາຫາລືເປັນເອກະພາບກ່ຽວກັບທິດທາງໃນການແກ້ໄຂ ແລະ ຟື້ນຟູຜົນເສຍຫາຍຈາກໄພພິບັດນໍ້າຖ້ວມ ໃນຂອບເຂດທົ່ວປະເທດ ໃນສະເພາະໜ້າ ແລະ ຍາວນານ.

ທ່ານ ສຈ ປອ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງກ່ຽວກັບ ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2018 ວ່າ: 

ຫຼັງຈາກກອງປະຊຸມໄດ້ຮັບຟັງການລາຍງານຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ກ່ຽວກັບ ສະພາບຜົນເສຍຫາຍຈາກໄພນໍ້າຖ້ວມ ໃນຂອບເຂດທົ່ວປະເທດ; ຈາກນັ້ນ, ກອງປະຊຸມກໍໄດ້ປຶກສາຫາລື ແລະ ເປັນເອກະພາບກ່ຽວກັບທິດທາງໃນການແກ້ໄຂ ແລະ ຟື້ນຟູໄພພິບັດ ດັ່ງຕໍ່ໄປນີ້:

ທ່ານ ສຈ ປອ ຈະເລີນ ເຢຍປາວເຮີ

ໃຫ້ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ປັບປຸງຄືນ ບົດສະຫຼຸບຜົນເສຍຫາຍຈາກໄພພິບັດ ໃນທົ່ວປະເທດ ໃຫ້ແທດເໝາະກັບຕົວຈິງ, ສ່ວນເມືອງສະໜາມໄຊ ແມ່ນໃຫ້ປະເມີນຜົນເສຍຫາຍ ພ້ອມທັງໃຫ້ວາງທິດທາງແກ້ໄຂໃນສະເພາະໜ້າ ແລະ ຍາວນານ. ພ້ອມກັນນີ້, ໃຫ້ຄະນະຮັບຜິດຊອບລາຍງານຕົວເລກຜູ້ສູນຫາຍຢູ່ເມືອງສະໜາມໄຊ ຢ່າງເປັນທາງການ ເພື່ອໃຫ້ລັດຖະບານພິຈາລະນາຮັບຮອງ; ໃຫ້ ບັນດາຂະແໜງການທ້ອງຖິ່ນ ກະກຽມ ແລະ ສ້າງເງື່ອນໄຂເອື້ອອໍານວຍ ເພື່ອກຽມຜະລິດລະດູແລ້ງ ທົດແທນຜົນເສຍຫາຍຈາກໄພນໍ້າຖ້ວມ ໂດຍມອບໃຫ້ ກະຊວງການເງິນ ສົມທົບກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄົ້ນຄວ້າກ່ຽວກັບການຜ່ອນຜັນ ຫຼື ໂຈະການເກັບພາສີທີ່ດິນໃນເຂດທີ່ເກີດໄພພິບັດ.

ໃຫ້ ກະຊວງພະລັງງານ ແລະ ບໍ່ແຮ່ ຄົ້ນຄວ້າກ່ຽວກັບ ນະໂຍບາຍຫຼຸດຜ່ອນລາຄາກະແສໄຟຟ້າໃນການຜະລິດລະດູແລ້ງ ເພື່ອທົດແທນຕົ້ນທຶນຂອງການຜະລິດສິນຄ້າທົດແທນເຂດຖືກນ້ຳຖ້ວມ, ເອົາໃຈໃສ່ຕິດຕາມການບໍລິຫານນ້ຳ, ຈັດການນ້ຳຢູ່ເຂື່ອນຕ່າງໆ ໂດຍໃຫ້ຈັດເວນຍາມຕະຫຼອດ 24 ຊົ່ວໂມງ, ສຳລັບບັນດາເຂື່ອນທີ່ມີຄວາມສ່ຽງຕ້ອງເຝົ້າລະວັງ ກໍລະນີມີສະພາບພົ້ນເດັ່ນ ກໍໃຫ້ຮີບຮ້ອນລາຍງານ ແລະ ແກ້ໄຂໃຫ້ທັນກັບສະພາບການ.

ທ່ານ ສຈ ປອ ຈະເລີນ ເຢຍປາວເຮີ
ລັດຖະມົນຕີປະຈໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ

ໃຫ້ ກະຊວງການເງິນ ຄົ້ນຄວ້າກ່ຽວກັບ ການນຳໃຊ້ງົບປະມານສຸກເສີນ ເພື່ອແກ້ໄຂໄພພິບັດໃຫ້ມີປະສິດທິຜົນ ແລະ ທັນກັບສະພາບການ, ພ້ອມທັງຄົ້ນຄວ້ານະໂຍບາຍຫຼຸດອັດຕາພາສີ-ອາກອນ ໃນການນຳເຂົ້າປັດໄຈການຜະລິດ ເຊັ່ນ: ຝຸ່ນ, ປຸ໋ຍ, ແນວພັນພືດ ແລະ ສັດ; ກະຊວງກະສິກຳ ແລະ ປ່າໄມ້ ຄົ້ນຄວ້າ, ກຽມສະໜັບສະໜູນ ແລະ ຊ່ວຍເຫຼືອພິເສດໃນເຂດທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ເປັນຕົ້ນແມ່ນການສະໜອງນໍ້າໃຫ້ເຂດຜະລິດໃນລະດູແລ້ງ, ການສະໜັບສະໜູນທາງດ້ານສັດຕະວະແພດ, ການປາບປາມສັດຕູພືດ ແລະ ການໃຫ້ຄວາມຮູ້ທາງດ້ານເຕັກນິກວິຊາການ. ພ້ອມກັນນີ້, ກໍໃຫ້ຄົ້ນຄວ້າກຳນົດເງື່ອນໄຂລະອຽດ ເພື່ອເປັນປັດໄຈກະຕຸກຊຸກຍູ້ໃນການເຮັດນາແຊງ, ປູກພືດ ແລະ ລ້ຽງສັດ.

ໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນກວດກາ, ປະເມີນ ແລະ ແກ້ໄຂບັນຫາການຄົມມະນາຄົມຂົນສົ່ງໃຫ້ໄວ, ທັນກັບສະພາບການຮັບປະກັນບໍ່ໃຫ້ເສັ້ນທາງຫຼວງແຫ່ງຊາດ ຖືກຕັດຂາດ, ການແກ້ໄຂສຸກເສີນບົນພື້ນຖານການປະຢັດ ແລະ ສົມເຫດສົມຜົນ, ລະດົມທຸກກຳລັງແຮງຂອງສັງຄົມ ແລະ ປະຊາຊົນມີສ່ວນຮ່ວມໃນການແກ້ໄຂໃຫ້ສາມາດສັນຈອນໄປ-ມາໄດ້ສະດວກໃນສະເພາະໜ້າ. ຈາກນັ້ນ, ຈຶ່ງຄົ້ນຄວ້າໃນການສ້າງແຜນແກ້ໄຂຍາວນານໃຫ້ສອດຄ່ອງກັບຄວາມອາດສາມາດທາງດ້ານງົບປະມານ ແລະ ສະພາບການຕົວຈິງຕໍ່ໄປ.

ກອງປະຊຸມລັດຖະບານເປີດກວ້າງ ເທື່ອທີ II ປີ 2018
ນະຄອນຫຼວງວຽງຈັນ 17-18 ກັນຍາ 2018

ໃຫ້ ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ ປະສານສົມທົບວາງແຜນຈັດສັນງົບປະມານບູລິມະສິດ ສຸມໃສ່ຊຳລະໃຫ້ບໍລິສັດແກ້ໄຂສຸກເສີນບັນດາເສັ້ນທາງໃນແຂວງຕ່າງໆທີ່ເກີດອຸທົກກະໄພ ໃນປີ 2018- 2019. ພ້ອມກັນນັ້ນ, ກໍໃຫ້ຄົ້ນຄວ້າຊອກຫາງົບປະມານ ເພື່ອແກ້ໄຂໜີ້ສິນຄ້າງຊໍາລະແຕ່ປີ 2010 ຈົນຮອດປັດຈຸບັນ, ໃນນັ້ນ, ໃຫ້ກວດກາຄືນການໄລ່ລຽງມູນຄ່າຂອງບັນດາໂຄງການຕ່າງໆທີ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ຖືກຕ້ອງກັບຄວາມເປັນຈິງ ພ້ອມທັງປ້ອງກັນບໍ່ໃຫ້ມີໂຄງການນອກແຜນ ແລະ ຮັບປະກັນການສ້ອມແປງໃຫ້ໄດ້ຄຸນນະພາບຕາມມາດຕະຖານ-ເຕັກນິກ. ໃຫ້ ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ປຶກສາຫາລືກັນລະອຽດກ່ຽວກັບ ການປັບປຸງກອງທຶນ SME, ທະນາຄານສົ່ງເສີມກະສິກຳ ແລະ ທະນາຄານພັດທະນາລາວ ເພື່ອສ້າງເງື່ອນໄຂໃຫ້ກອງທຶນ ແລະ ສະຖາບັນການເງິນດັ່ງກ່າວໃຫ້ມີຄວາມສາມາດສະໜອງສິນເຊື່ອໃນໄລຍະເກີດ ແລະ ການຟື້ນຟູອຸທົກກະໄພ, ແນໃສ່ຖືເອົາວິກິດການດັ່ງກ່າວ ເປັນການປັບປຸງປ່ຽນແປງ ໂດຍໃຫ້ເຮັດເປັນແຜນລະອຽດສະເໜີລັດຖະບານ.

ໃຫ້ ກະຊວງສຶກສາທິການ ແລະ ກິລາ ເອົາໃຈໃສ່ກວດກາ, ຊຸກຍູ້ຊ່ວຍເຫຼືອບັນດາໂຮງຮຽນທີ່ໄດ້ຮັບຜົນກະທົບ ໃນຊ່ວງເວລານໍ້າຖ້ວມ ໃຫ້ສາມາດສືບຕໍ່ການຮຽນ-ການສອນ ໃຫ້ເປັນປົກກະຕິ ແລະ ທັນກັບແຜນສົກຮຽນ. ກະຊວງສາທາລະນະສຸກ ເອົາໃຈໃສ່ກວດກາການລະບາດຂອງພະຍາດທີ່ອາດຈະເກີດຂຶ້ນຫຼັງນ້ຳຖ້ວມ, ເດັດຂາດບໍ່ໃຫ້ເກີດມີພະຍາດລະບາດຮ້າຍແຮງເກີດຂຶ້ນ ອັນຈະສົ່ງຜົນກະທົບເພີ່ມເຕີມຕໍ່ການພັດທະນາເສດຖະກິດ-ສັງຄົມ, ການທ່ອງທ່ຽວ ແລະ ຄວາມເຊື່ອໝັ້ນຂອງສາກົນຕໍ່ກັບປະເທດ; ໃຫ້ ບັນດາແຂວງ ໃຫ້ຢຸດຕິການອະນຸມັດການພັດທະນາເຂື່ອນໄຟຟ້າຂະໜາດນ້ອຍໄວ້ກ່ອນ ສ່ວນໂຄງການທີ່ໄດ້ຮັບອະນຸຍາດໃຫ້ເລີ່ມກໍ່ສ້າງ ກໍໃຫ້ກວດກາຄືນດ້ານການສໍາຫຼວດ, ອອກແບບ ແລະ ກໍ່ສ້າງ ເພື່ອປ້ອງກັນບໍ່ໃຫ້ເກີດໄພພິບັດຂຶ້ນອີກ.

ພິທີຖະແຫຼງການຕໍ່ສື່ມວນຊົນ ພາຍໃຕ້ການນຳພາຂອງ
ທ່ານ ສຈ ປອ ຈະເລີນ ເຢຍປາວເຮີ

ສຳລັບ ການສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 8 ເດືອນຕົ້ນປີ ແລະ ໝົດປີ 2018, ການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ກາງສະໄໝ ແລະ ການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ນັ້ນ ກອງປະຊຸມໄດ້ສະຫຼູບຕີລາຄາວ່າ: 

ການຈັດຕັ້ງປະຕິບັດຕົວເລກຄາດໝາຍຕ່າງໆ ອາດຈະບໍ່ບັນລຸຕາມຄາດໝາຍທີ່ກຳນົດໄວ້, ແຕ່ໂດຍລວມເສດຖະກິດມະຫາພາກຂອງປະເທດ ຍັງຢູ່ໃນທ່າຂະຫຍາຍຕົວ, ປະເທດຊາດຍັງມີສະຖຽນລະພາບການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ກອງປະຊຸມລັດຖະບານເປີດກວ້າງ ເທື່ອທີ II ປີ 2018