ກອງປະຊຸມພົບປະແລກປ່ຽນວຽກງານປ້ອງກັນຄວາມສະຫງົບ

ໃນວັນທີ 18 ກັນຍາ 2018, ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ເປີດກອງປະຊຸມພົບປະແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ກັບ ກອງບັນຊາການຕຳຫຼວດນະຄອນດານັງ ສສ ຫວຽດນາມ, ນຳໂດຍ ພົຈວ ສີພັນ ວົງເຮືອງຄຳ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ແລະ ພັອ ເຈີນຟອງ ຮອງຫົວໜ້າກອງບັນຊາການຕຳຫຼວດນະຄອນດານັງ ພ້ອມຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ທັງສອງກອງບັນຊາການ ຖ່າຍຮູບລວມ

ການພົບປະແລກປ່ຽນບົດຮຽນລະຫວ່າງສອງຝ່າຍໃນຄັ້ງນີ້, ທັງສອງຝ່າຍໄດ້ລາຍງານສະພາບການເຄື່ອນໄຫວການຊີ້ນຳໆພາໃຫ້ກັນຮັບຊາບ ໂດຍສະເພາະແມ່ນສະພາບຈຸດພິເສດ ແລະ ທີ່ຕັ້ງທາງດ້ານວຽກງານປ້ອງກັນຄວາມສະຫງົບ ຕະຫຼອດຮອດການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ພ້ອມທັງຕີລາຄາສະພາບລວມຕ່າງໆ ເປັນຕົ້ນແມ່ນສະພາບການປ້ອງກັນ ແລະ ການສະກັດກັ້ນປະກົດການຫຍໍ້ທໍ້ ເຊັ່ນ: 

ພົຈວ ສີພັນ ວົງເຮືອງຄຳ
ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ

ບັນຫາຢາເສບຕິດ, ລັກຊັບ, ປຸ້ນຊັບ, ບັນຫາອຸບັດຕິເຫດ, ກຸ່ມແກ້ງກວນເມືອງ ແລະ ບັນຫາອື່ນໆ ເພື່ອພ້ອມກັນແກ້ໄຂບັນຫາດັ່ງກ່າວ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ຄົ້ນຄວ້າຊອກຫາວິທີແກ້ໄຂກົນອຸບາຍຂອງກຸ່ມຄົນບໍ່ດີ ໂດຍສະເພາະການເຄື່ອນໄຫວຂອງບັນດາກຳລັງອິດທິກຳລັງປໍລະປັກທີ່ມີຕໍ່ສອງປະເທດ ລາວ-ຫວຽດນາມ ເພື່ອພ້ອມກັນສະກັດກັ້ນ ແລະ ແກ້ໄຂໃຫ້ທັນເວລາ.

ປກສ ແຂວງຈຳປາສັກ – ຕຳຫຼວດນະຄອນດານັງ
ພັອ ເຈີນຟອງ
ຮອງຫົວໜ້າກອງບັນຊາການຕຳຫຼວດນະຄອນດານັງ

ໃນພິທີ, ພັທ ສີຜາ ຂຸນພົນພັກດີ ຮັກສາການຫົວໜ້າຫ້ອງການເມືອງ ປກສ ແຂວງຈຳປາສັກ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເລກທີ 354/ນຍ ລົງວັນທີ 16 ພະຈິກ 2017 ວ່າດ້ວຍ ການປະດັບຫຼຽນກາມິດຕະພາບໃຫ້ ກອງບັນຊາການຕຳຫຼວດນະຄອນດານັງ ສສ ຫວຽດນາມ ທີ່ມີຜົນງານ, ມີຄຸນງາມຄວາມດີໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ຢູ່ 4 ແຂວງພາກໃຕ້ຂອງ ສປປ ລາວ ເຊິ່ງຜົນງານດັ່ງກ່າວ ເປັນການປະກອບສ່ວນສຳຄັນໃນການເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງຊາດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ ເນື່ອງໃນໂອກາດວັນສະເຫຼີມສະຫຼອງວັນສົນທິສັນຍາມິດຕະພາບຮ່ວມມື ລາວ-ຫວຽດນາມ ຄົບຮອບ 40 ປີ ( 18 ກໍລະກົດ 1977 – 18 ກໍລະກົດ 2018 ) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ (5 ກັນຍາ 2962 – 5 ກັນຍາ 2018) ເຊິ່ງໃຫ້ກຽດມອບຫຼຽນໂດຍ ພົຈວ ສີພັນ ວົງເຮືອງຄຳ ແລະ ຮັບໂດຍ ພັອ ເຈີນຟອງ.

ການມອບຂອງຂັວນ ເພື່ອເປັນທີ່ລະນຶກ

ໃນໂອກາດດຽວກັນ, ກອງບັນຊາການຕຳຫຼວດນະຄອນດານັງ ໄດ້ມອບຄອມພິວເຕີໂນ໊ດບຸກ ຈຳນວນ 5 ເຄື່ອງ ໃຫ້ ປກສ ແຂວງຈຳປາສັກ ເພື່ອປະກອບສ່ວນເຂົ້າໃຊ້ໃນວຽກງານປ້ອງກັນຄວາມສະຫງົບ ແລະ ມອບຂອງຂັວນ ເພື່ອເປັນທີ່ລະນຶກໃຫ້ກັນແລະກັນອີກ.

ການມອບຂອງຂັວນ ເພື່ອເປັນທີ່ລະນຶກ