ພາບຖ່າຍ ນາງ Payne ໃນ Long Beach, ວັນທີ 11 ມີນາ 2015

ວັນທີ 17 ກໍລະກົດ 2017, ນາງ Dopris Marie Payne ຖືກເຈົ້າໜ້າທີ່ຕຳຫຼວດຈັບກຸມຕົວ ໃນຂໍ້ຫາລັກແຫວນມູນຄ່າ 8.622 ໂດລາ ທີ່ຫ້າງສິນຄ້າ WalMart ທີ່ນະຄອນ Atlanta ລັດ Geogria ປະເທດອາເມລິກາ ເຖິງແມ່ນວ່າຕອນລົງມືລັກຊັບ ຜູ້ຍິງຄົນດັ່ງກ່າວມີອາຍຸ 87 ປີ, ເຊິ່ງຢູ່ໃນຄໍ ແລະ ຂາຂອງຜູ້ກ່ຽວ ຍັງຖືກເຈົ້າໜ້າທີ່ຕຳຫຼວດຕິດຕັ້ງເຄື່ອງຕິດຕາມຕົວຢູ່ກໍຕາມ; ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຕະຫຼອດ 70 ກວ່າປີຜ່ານມາ ຜູ້ກ່ຽວໄດ້ລົງມືເຄື່ອນໄຫວສຳເລັດມາແລ້ວບໍ່ຕ່ຳກວ່າ 1.800 ເລື່ອງ ການລົງມືລັກຊັບຂອງຜູ້ກ່ຽວ ຈະເປັນເຄື່ອງປະດັບທີ່ມີລາຄາສູງ ເຊິ່ງຜູ້ກ່ຽວສາມາດຂາຍຊັບສິນທີ່ລັກມາ ໄດ້ເງິນປະມານ 2 ລ້ານໂດລາ.

“ ນາງ Dopris Marie Payne ເກີດວັນທີ 10 ຕຸລາ 1930 ທີ່ Slab Fork ລັດ West Virginia ປະເທດອາເມລິກາ ນາງແມ່ນລູກສາວຂອງຜູ້ຍິງຜິວແດງທີ່ຂຶ້ນກັບຊົນເຜົ່າ Cherokee ສ່ວນພໍ່ຂອງນາງເປັນຊາວອາເມລິກາ ແລະ ນາງກໍບໍ່ຮູ້ໜັງສືອີກດ້ວຍ. ນັບແຕ່ນາງຈື່ຄວາມໄດ້ ຜູ້ກ່ຽວກໍປະເຊີນກັບສະພາບທີ່ມີປົມດ້ອຍ ເພາະວ່າເຫັນການກະທຳຂອງພໍ່ທີ່ປະຕິບັດຕໍ່ແມ່ຂອງຕົນ ດ້ວຍການຕົບຕີ, ເຊິ່ງການໃຊ້ຄວາມຮຸນແຮງດັ່ງກ່າວ ໄດ້ເຮັດໃຫ້ນາງຕ້ອງກາຍເປັນຄົນທີ່ລັງກຽດຜູ້ຊາຍຕະຫຼອດຊີວິດຈົນເຖິງປັດຈຸບັນ ຜູ້ກ່ຽວກໍບໍ່ທັນມີຊາຍໃດມາຕິດຕໍ່ພົວພັນ, ຕາມການສຳພາດຂອງສື່ຂ່າວ New York Times ນາງໃຫ້ສຳພາດວ່າ: ຕະຫຼອດຊີວິດນີ້ ຕົນເອງຈະບໍ່ຂໍຫຍຸ້ງກ່ຽວກັບຜູ້ຊາຍໃດໆທັງໝົດ ”.

ຕາມການເລົ່າຄືນຂອງຜູ້ກ່ຽວວ່າ: ເມື່ອອາຍຸ 16 ປີ ສະພາບຄອບຄົວຂອງຕົນ ແມ່ນພົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເບິ່ງແລ້ວທຸກມື້ແມ່ຂອງຕົນ ແມ່ນຖືກທຳຮ້າຍຮ່າງກາຍ ຍ້ອນຫາເງິນໃຫ້ຜູ້ເປັນຜົວບໍ່ພໍຊື້ເຫຼົ້າ. ເມື່ອເຫັນສະພາບຄອບຄົວ ນາງຈຶ່ງເກີດມີແນວຄິດຢາກເຮັດວຽກໃດໜຶ່ງເພື່ອຊ່ວຍແມ່.

ແຕ່ກໍຍັງເຮັດຫຍັງບໍ່ທັນໄດ້ ເພາະນາງຍັງເປັນເດັກນ້ອຍຢູ່, ຢູ່ມາມື້ໜຶ່ງນາງໄດ້ຂຶ້ນລົດເມເດີນທາງໄປທີ່ນະຄອນ Pittsburgh ເພື່ອຊອກໃຊ້ເລ່ລ່ຽມລັກເອົາຊັບທີ່ຮ້ານຂາຍເຄື່ອງປະດັບຂອງທ່ານຍິງແຫ່ງໜຶ່ງ ເມື່ອເຂົ້າໄປໃນຮ້ານແລ້ວ ຜູ້ກ່ຽວໄດ້ສະເໜີໃຫ້ພະນັກງານຂາຍ ເອົາເຄື່ອງປະດັບອອກມາເບິ່ງຈຳນວນຫຼາຍສິບເສັ້ນ ເຮັດຄືວ່າຈະຊື້ ເຊິ່ງໄດ້ສ້າງພາບໃຫ້ເຈົ້າຂອງຮ້ານສັບສົນ ໂດຍສັ່ງເອົາເສັ້ນນັ້ນເສັ້ນນີ້ຂຶ້ນມາໃຫ້ເບິ່ງ ແຕ່ຍ້ອນນາງເປັນຄົນຜິວແດງ ແລະ ບໍ່ມີສີຜິວດຳ; ດັ່ງນັ້ນ, ເມື່ອເບິ່ງແລ້ວຄິດວ່າ ຜູ້ກ່ຽວເປັນຄົນອາເມລິກາໃຕ້ ຈຶ່ງເຮັດໃຫ້ພະນັກງານຂາຍ ແລະ ເຈົ້າຂອງຮ້ານບໍ່ຄ່ອຍສົນໃຈ ເພາະວ່າເວລານັ້ນ ຄົນອາເມລິກາໃຕ້ ທີ່ Goatemala, Urugoay, Chile ແມ່ນມີຊື່ສຽງໂດ່ງດັງວ່າເປັນເຂດທີ່ມີເງິນ-ຄຳ ແລະ ວັດຖຸມີຄ່າຫຼາຍ.

ຫຼັງຈາກທີ່ເບິ່ງແລ້ວຜູ້ກ່ຽວໄດ້ຂອບໃຈພະນັກງານຂາຍ ແລະ ສົ່ງເຄື່ອງປະດັບທັງໝົດນັ້ນຄືນ ແຕ່ໃນຂະນະທີ່ສ້າງຄວາມສັບສົນໃຫ້ພະນັກງານນັ້ນ ຜູ້ກ່ຽວໄດ້ລັກເອົາແຫວນວົງໜຶ່ງຍັດເຂົ້າໃນຫົວໂສ້ງຢ່າງວ່ອງໄວ. ແຫວນວົງດັ່ງກ່າວຜູ້ກ່ຽວນຳໄປຂາຍໄດ້ເງິນ 1.250 ໂດລາ, ໃນເມື່ອກ່ອນ ຖ້າທຽບໃສ່ອັດຕາເງິນໃນປັດຈຸບັນ ແມ່ນປະມານ 250.000 ໂດລາ. ຜ່ານການໃຫ້ສຳພາດກັບນັກຂ່າວສື່ນິວຢັອກທາມ ນາງ Payne ເວົ້າວ່າ: ເງິນທີ່ໄດ້ຈາກການຂາຍແຫວນທັງໝົດ ຕົນເອງໄດ້ມອບໃຫ້ແມ່ ແລະ ບອກວ່າໃຫ້ໜີກັບໄປທີ່ບ້ານເກີດຂອງແມ່ທີ່ລັດ South Dakota ແລະ ນຳເງິນທັງໝົດນັ້ນສ້າງຊີວິດໃໝ່, ນັບແຕ່ນັ້ນມາ ຜູ້ກ່ຽວກໍໄດ້ອອກຈາກເຮືອນໄປຕາມທາງຂອງຕົນ ແລະ ກໍບໍ່ໄດ້ພົບກັບແມ່ອີກເລີຍ.

ເມື່ອຜູ້ກ່ຽວເຫັນວ່າ: ການລັກຊັບເປັນເລື່ອງງ່າຍ, ອາທິດຕໍ່ມາຜູ້ກ່ຽວໄດ້ລົງມືລັກຊັບເປັນຄັ້ງທີ 2 ຢູ່ໃນນະຄອນ Pittsburgh ເຊັ່ນກັນ, ຄັ້ງນີ້ຜູ້ກ່ຽວໄດ້ໃຊ້ຮູບແບບການກໍ່ເຫດໃນລັກສະນະເກົ່າ ລັກແຫວນເພັດໄປຂາຍໄດ້ 900 ໂດລາ.

ເງິນທີ່ໄດ້ມາ ຜູ້ກ່ຽວໄດ້ນຳໄປໃຊ້ໃນຊີວິດປະຈຳວັນ ເຊັ່ນ: ຊື້ເຄື່ອງຫຼູຫຼາລາຄາແພງມາໃຊ້ຫຼາຍຢ່າງ, ເມື່ອສາມາດປ່ຽນຊີວິດຂອງຕົນໃຫ້ກາຍເປັນນສາວໄຮໂຊໄດ້ແບບບໍ່ຄາດຄິດແນວນີ້ ກໍຍິ່ງເປັນເຄື່ອງມືໃນການລັກຊັບງ່າຍຍິ່ງຂຶ້ນ ເນື່ອງຈາກວ່າເມື່ອຕົນເອງນຸ່ງເຄື່ອງ ແລະ ໃສ່ເຄື່ອງປະດັບເຂົ້າໄປ ເບິ່ງແລ້ວກໍບໍ່ຕ່າງຫຍັງກັບຄຸນນາຍຍ່າງເຂົ້າຮ້ານຂາຍວັດຖຸມີຄ່າ ຮ້ານໃດກໍໃຫ້ການຕ້ອນຮັບເປັນຢ່າງດີ, ເມື່ອເປັນເຊັ່ນນັ້ນແລ້ວເຄື່ອງປະດັບລາຄາແພງ, ແຫວນເພັດທຸກວົງໃນຮ້ານແມ່ນຂຶ້ນກັບຕົນ (ຜູ້ກ່ຽວກ່າວ) ເພາະຮູບແບບການລັກທີ່ເຈົ້າຂອງຮ້ານຈັບຈຸດບໍ່ໄດ້ຂອງຜູ້ກ່ຽວ ເຮັດໃຫ້ການລັກຊັບຫຼຸດລອດຈາກສາຍຕາເຈົ້າຂອງຮ້ານມາຕະຫຼອດ ເພາະພວກເຂົາຈະເຮັດ ຕາມຄຳສັ່ງຂອງແຂກຮ້ານ ເມື່ອຜູ້ກ່ຽວສັ່ງໃຫ້ເອົາອອກມາເບິ່ງຈຳນວນຫຼາຍ ແລະ ຫຼາຍຢ່າງພ້ອມກັນ ພວກເຂົາບໍ່ສາມາດຈື່ໄດ້ວ່າເອົາຫຍັງອອກມາແດ່ ແລະ ພຽງສ້ຽວວິນາທີທີ່ພວກເຂົາເຜີ ນາງ Payne ຈະລັກເອົາທັນທີ ແລະ ສຸດທ້າຍແມ່ນຈະໄດ້ຍິນແຕ່ຄຳກ່າວຂອບໃຈ ແລ້ວໜີອອກຈາກຮ້ານຢ່າງໜ້າເສີຍ.

ສານຕັດສິນ ນາງ Payne ໃນຂໍ້ຫາລັກຊັບ ໃນໄວອາຍຸແກ່ຊະລາ 80 ກວ່າປີແລ້ວ

ທ່ານ William McCoy ເຈົ້າຂອງຮ້ານຂາຍເຄື່ອງປະດັບຍິງ ແລະ ວັດຖຸມີຄ່າ Gold & Jewels ທີ່ New York ກ່າວວ່າ: ນາງ Payne ເປັນຄົນທີ່ເວົ້າຈາອອນຊອນ, ຊ່າງເວົ້າຊ່າງຈາ; ດັ່ງນັ້ນ, ຈຶ່ງເຮັດໃຫ້ພວກຕົນບໍ່ໄດ້ໃສ່ໃຈໃນເລື່ອງຈະຖືກເລ່ລ່ຽມການລັກຊັບຂອງຜູ້ກ່ຽວ. ຫຼັງຈາກທີ່ນາງອອກຈາກຮ້ານ ແລະ ພະນັກງານຂອງຕົນຈັດແຈງເຄື່ອງປະດັບຄືນບ່ອນເກົ່າ ຈຶ່ງຮູ້ວ່າຊັບຂອງຕົນຖືກນາງລັກໄປແລ້ວ ແຕ່ເບິ່ງແລ້ວກໍບໍ່ເຫັນວີ່ແວວຈະໄດ້ຊັບກັບຄືນ.

ຈົນເຖິງຂະນະທີ່ຖືກເຈົ້າໜ້າທີ່ຕຳຫຼວດ ຈັບຕົວໄດ້ຄັ້ງຫຼ້າສຸດໃນວັນທີ 17 ກໍລະກົດ 2017, ຕາມການຮັບສາລະພາບຂອງຜູ້ກ່ຽວ ຕົນເອງຈື່ໄດ້ພຽງແຕ່ວ່າ ໄດ້ລົງມືລັກຊັບມາແລ້ວຢ່າງໜ້ອຍ 1.800 ຄັ້ງ, ເງິນທີ່ໄດ້ຈາກການຂາຍຊັບທີ່ລັກມາ ແມ່ນປະມານ 2 ລ້ານໂດລາ ແຕ່ເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນອາເມລິກາ ໄດ້ສົມທຽບລາຄາເງິນໂດລານັບແຕ່ປີທີ່ນາງ Payne ເລີ່ມຕົ້ນລັກຊັບ (ປີ 1946) ເຖິງປີ 2017 ມູນຄ່າເງິນທີ່ນາງລັກມາໄດ້ທັງໝົດແມ່ນ 90 ລ້ານໂດລາສະຫະລັດ.

ຕະຫຼອດໄລຍະ 70 ປີ ທີ່ ນາງ Payne ເຄື່ອນໄຫວລັກຊັບພົນລະເມືອງ ຜູ້ກ່ຽວມີຊື່ເອີ້ນ 23 ຊື່, ມີໜັງສືຜ່ານແດນ 9 ຫົວ, ເຂດທີ່ຜູ້ກ່ຽວເຄື່ອນໄຫວບໍ່ພຽງແຕ່ຕາມບັນດາຕົວເມືອງໃນເຂດນະຄອນຫຼວງວໍຊີງຕັນ ເທົ່ານັ້ນ ແຕ່ຜູ້ກ່ຽວຍັງເຄື່ອນໄຫວຫາລັກຊັບຢູ່ຕ່າງປະເທດອີກ ເຊັ່ນ: ຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ, ນະຄອນຫຼວງລອນດອນ ປະເທດອັງກິດ, ນະຄອນຫຼວງອຳສະເຕີດຳ ປະເທດໂຮນລັງ, ນະຄອນຫຼວງມີລານ ປະເທດອີຕາລີ, ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ແລະອື່ນໆ.

ເມື່ອປີ 1952, ນາງ Payne ຖືກເຈົ້າໜ້າທີ່ຕໍາຫຼວດຈັບຕົວເປັນຄັ້ງທຳອິດ ທີ່ຮ້ານຂາຍເຄື່ອງປະດັບທີ່ເມືອງມອນກາໂລ ປະເທດໂມນາໂກ, ໃນຂະນະທີ່ຜູ້ກ່ຽວຖືກຈັບພິລຸດໄດ້ທັນທີ ຫຼັງຈາກອອກຈາກຮ້ານ ກຽມເດີນທາງໄປທີ່ສະໜາມບິນ, ຍ້ອນແຫວນທີ່ຜູ້ກ່ຽວລັກເອົາໃນຄັ້ງນີ້ ເປັນແຫວນທີ່ມີລາຄາແພງ ແລະ ເຈົ້າຂອງຮ້ານເອົາໃຈໃສ່ເບິ່ງເປັນພິເສດ, ແຕ່ຫຼັງຈາກທີ່ຈັບຕົວຜູ້ກ່ຽວໄດ້ ເຈົ້າໜ້າທີ່ແມ່ນກວດບໍ່ເຫັນແຫວນວົງດັ່ງກ່າວໃນຕົວ ແລະ ໃນກະເປົາເດີນທາງຂອງຜູ່ກ່ຽວ.

ເມື່ອຢູ່ໃນຫ້ອງຂັງ ນາງ Payne ໄດ້ແກະເອົາເພັດ 10 ກະຣັດ ອອກຈາກວົງແຫວນ ແລ້ວດຶກວົງແຫວນຖິ້ມລົງຫົວວິດ ສ່ວນເມັດເພັດຜູ້ກ່ຽວໄດ້ເອົາຊຸກເຊື່ອງໄວ້ໃນຮູທີ່ຜູ້ກ່ຽວອອກແບບເຈາະແບບແນບນຽນໄວ້ໃນຫົວສາຍແອວຂອງຕົນ. ເຈົ້າໜ້າທີ່ບໍ່ສາມາດເອົາຜິດຜູ້ກ່ຽວໄດ້ ເນື່ອງຈາກບໍ່ມີຫຼັກຖານພຽງພໍ. ດັ່ງນັ້ນ, ຈຶ່ງປ່ອຍຕົວອອກມາ ແລ້ວຜູ້ກ່ຽວກໍນຳເພັດເມັດນັ້ນໄປຂາຍທີ່ນອນຄອນຫຼວງປາຣີ ປະເທດຝຣັ່ງ ດ້ວຍລາຄາ 148.000 ໂດລາ ໃນເວລານັ້ນ, ແຕ່ຖ້າທຽບໃສ່ປັດຈຸບັນ ແມ່ນປະມານ 500.000 ໂດລາ.

ມາຮອດປີ 1980, ເວລານີ້ ນາງ Payne ມີອາຍຸ 50 ປີ ຖືກເຈົ້າໜ້າທີ່ຈັບຕົວເປັນຄັ້ງທີ 2 ທີ່ລັດໂອຮິໂອ ປະເທດອາເມລິກາ ໃນຂະນະທີ່ລັກເອົາແຫວນທີ່ຫ້າງຂາຍເງິນ-ຄຳແຫ່ງໜຶ່ງ ຊື່ King’s Crown ເຖິງວ່າໄດ້ເຊື່ອງແຫວນເຂົ້າໃນຖົງນ້ອຍຂອງຕົນເອງໃນກະໂປ່ງແລ້ວກໍຕາມ ແຕ່ບໍ່ເຂົ້າໃຈວ່າເກີດຄວາມຜິດພາດຫຍັງຂຶ້ນ ເມື່ອຜູ້ກ່ຽວຈະອອກຈາກຮ້ານແຫວນດັ່ງກ່າວຜັດຕົກລົງພື້ນ. ດັ່ງນັ້ນ, ຈຶ່ງຖືກແຈ້ງຈັບດຳເນີນຄະດີ ແຕ່ໃນຂະນະທີ່ຖືກກັກຂັງຢູ່ນັ້ນ ຜູ້ກ່ຽວໄດ້ແຈ້ງເຈົ້າໜ້າທີ່ວ່າເປັນໄຂ້ແຮງ ຕ້ອງການໃຫ້ໄປໂຮງໝໍເພື່ອປິ່ນປົວ, ແຕ່ພໍນອນປິ່ນປົວຍັງບໍ່ຄົບມື້ ຜູ້ກ່ຽວກໍເອົາຕົວຫຼົບໜີອອກຈາກໂຮງໝໍ.

ຫຼັງຈາກນັ້ນ 10 ປີຕໍ່ມາ, ນາງ  Payne ໄດ້ລົງມືລັກຊັບໃນຮູບແບບເກົ່ານີ້ ຫຼຸດລອດສາຍຕາມາໄດ້ບໍ່ຕໍ່າກວ່າ 1.000 ຄັ້ງ; ຮອດວັນທີ 22 ມັງກອນ 2010 ນາງ Payne ຖືກຈັບຕົວໄດ້ຄາຮ້ານ Saks ເຊິ່ງນອນຢູ່ເຂດ Costa Mesa, ລັດ California ໃນຂໍ້ຫາລັກເສື້ອ Burberry ລາຄາ 1.300 ໂດລາ, ຜູ້ກ່ຽວເລົ່າວ່າ: 

ຕົນເອງອົດໃຈບໍ່ໄດ້ເມື່ອເຫັນເສື້ອຜືນດັ່ງກ່າວ ເລີຍເຂົ້າໄປໃສ່ທົດລອງເບິ່ງແລ້ວຫວັງແລ່ນຫຼົບໜີ ແຕ່ບັງເອີນໃນເສື້ອພວກເຂົາໄດ້ຕິດຕັ້ງສັນຍານຕິດຕາມໄວ້ ”.

ດັ່ງນັ້ນ, ຈຶ່ງຖືກເຈົ້າໜ້າທີ່ ຕິດຕາມຕົວມາກັກຂັງສອບສວນ ແລະ ຖືກປ່ອຍຕົວອອກມາຫຼັງຈາກ 2 ຊົ່ວໂມງ ເມື່ອໄດ້ຈ່າຍເງິນປັບໄໝ ຈຳນວນ 500 ໂດລາ ໃຫ້ເຈົ້າໜ້າທີ່.

ພາບປະກອບ (ແຫວນເພັດ)

ເດືອນມັງກອນ 2011 ນາງ Payne ມີອາຍຸ 81 ປີ, ຜູ້ກ່ຽວຖືກສານປະຊາຊົນ ເມືອງແຊນດິໂກ ລັດກະລິຟໍເນຍ ຕັດສິນຕັດອິດສະຫຼະພາບ 16 ເດືອນ ໃນສະຖານລັກແຫວນເພັດໜັກ 1 ກະຣັດ. ກ່ອນໜ້ານີ້, ໃນຂະບວນການດຳເນີນຄະດີຕໍ່ກັບຜູ້ກ່ຽວ ໂດຍມີຕຳຫຼວດລັດກະລິຟໍເນຍ ແລະ ກົມຕຳຫຼວດສືບສວນ-ສອບສວນ FBI ທຸກຄົນລ້ວນແຕ່ບໍ່ຄາດຄິດວ່າຜູ້ເຖົ້າອາຍຸຈົນປານນີ້ ຈະເປັນຄົນລົງມືລັກຊັບ ແລະ ຍິ່ງໄປກວ່ານັ້ນ ເປົ້າໝາຍດັ່ງກ່າວຍັງເຄີຍລົງມືລັກຊັບມາແລ້ວ ບໍ່ຕໍ່າກວ່າ 1.300 ຄັ້ງ. ຕົວເລກດັ່ງກ່າວ ແມ່ນຄິດໄລ່ສະເພາະແຕ່ການເຄື່ອນໄຫວຂອງຜູ້ກ່ຽວໃນປະເທດອາເມລິກາເທົ່ານັ້ນ ໃນຕະຫຼອດໄລຍະ 60 ກວ່າປີ ຂອງຜູ້ກ່ຽວ.

ທ່ານ Tim Wayne, ພະນັກງານສືບສວນ-ສອບສວນ ຂຶ້ນກັບກອງບັນຊາການຕຳຫຼວດເມືອງແຊນດິໂກ ໄດ້ເລົ່າວ່າ: ເມື່ອຕົນເອງໄດ້ສອບຖາມວ່າ ແຮງຈູງໃຈອັນໃດ ຈຶ່ງເຮັດເກີດມີແນວຄິດລົງມືລັກຊັບ ເມື່ອຜູ້ກ່ຽວໄດ້ຍິນຄຳຖາມກໍຫົວຂຶ້ນຢ່າງແຮງ ແລະ ຕອບວ່າ: “ ເຖິງຈະເຖົ້າເມື່ອບໍ່ມີເງິນໃຊ້ຈ່າຍຈຶ່ງລົງມືລັກຊັບ, ໃນຫົວຄິດຂອງເຂົາບອກວ່າ ຢາກມີເງິນຊື້ແຫວນເພັດງາມໆໃສ່ ແຕ່ຖ້າຫາກບໍ່ເຮັດແບບນີ້ ຫາໄປຈົນຕາຍກໍບໍ່ມີໃສ່ຄືໝູ່ ”.

ທ້າຍເດືອນພຶດສະພາ 2012, ຫຼັງຈາກພົ້ນໂທດທີ່ຖືກສານຕັດສິນ 16 ເດືອນ ຜູ້ກ່ຽວກໍຍັງເຄື່ອນໄຫວລັກຊັບແບບເກົ່າອີກ ຄັ້ງນີ້ຜູ້ກ່ຽວໄດ້ລັກເອົາແຫວນເພັດມູນຄ່າ 22.500 ໂດລາ ທີ່ເມືອງ Palm Desert ລັດກະລິຟໍເນຍ ໃນຂະນະທີ່ຜູ້ກ່ຽວອາຍຸໄດ້ 83 ປີ, ຖືກເຈົ້າໜ້າທີ່ຕຳຫຼວດຈັບໄປດຳເນີນຄະດີ ແລະ ຖືກສານຕັດສິນຈຳຄຸກ ແລະ ຖືກກັກບໍລິເວນ ໂດຍບໍ່ໃຫ້ມີໜ້າໄປທີ່ຮ້ານຂາຍເຄື່ອງປະດັບ ຫຼື ວັດຖຸມີຄ່າ ໂດຍເດັດຂາດ.

ແຕ່ເມື່ອກັກຂັງຜູ້ກ່ຽວໄດ້ 3 ເດືອນ ກໍຖືກປ່ອຍອອກມາ ເນື່ອງຈາກວ່າສະຖານທີ່ກັກຂັງມີນັກໂທດຫຼາຍບໍ່ສາມາດໃຫ້ຄົນເຖົ້າຢູ່ຮ່ວມໄດ້, ກ່ອນອອກເຈົ້າໜ້າທີ່ຕຳຫຼວດໄດ້ຝັງຊິບຕິດຕາມໃສ່ຂາ ແລະ ຄໍຂອງຜູ້ກ່ຽວ; ເຄື່ອງສົ່ງສັນຍານດັ່ງກ່າວ ຈະເຮັດໜ້າທີ່ສົ່ງຂໍ້ມູນກັບມາຫາເຈົ້າໜ້າທີ່ຕຳຫຼວດ ທີ່ຄວບຄຸມລະບົບ ເພື່ອລາຍງານວ່າຜູ້ກ່ຽວກຳລັງໄປໃສ ແລະ ກຳລັງຢູ່ບ່ອນໃດ.

ຕົກມາເດືອນກໍລະກົດ 2015 ຜູ້ກ່ຽວຍັງເຄື່ອນໄຫວລັກແຫວນມູນຄ່າ 33.000 ໂດລາ ຂອງຮ້ານຂາຍວັດຖຸມີຄ່າແຫ່ງໜຶ່ງ ໃນເມືອງ Charlotte ໄດ້ສຳເລັດ ແລະ ຫຼັງຈາກກໍ່ເຫດສັນຍານທີ່ເຈົ້າໜ້າທີ່ໃຊ້ຕິດຕາມຕົວຜູ້ກ່ຽວກໍຫາຍໄປ. ດັ່ງນັ້ນ, ຈຶ່ງເຮັດໃຫ້ຕຳຫຼວດບໍ່ສາມາດຮັບຮູ້ໄດ້ວ່າຜູ້ກ່ຽວເປັນຄົນລົງມື ແລະ ບໍ່ສາມາດເອົາຜິດໄດ້.

ແຕ່ເຖິງຢ່າງໃດກໍຕາມ, ການລົງມືລັກຊັບຄັ້ງນີ້ ເຈົ້າໜ້າທີ່ຕຳຫຼວດ ແມ່ນແນເປົ້າໝາຍໃສ່ແມ່ນ ນາງ Payne ຢ່າງແນ່ນອນ, ເມື່ອສືບຄົ້ນຫາປະຫວັດກ່ຽວກັບການລັກຊັບໃນລັກສະນະດຽວກັນ ເຈົ້າໜ້າທີ່ກວດພົບຮູບພາບ ແລະ ສຳນວນຄະດີຂອງຜູ້ກ່ຽວທີ່ເມືອງ Cleveland ລັດໂອຮິໂອ ຮູບແມ່ນຖ່າຍໃນວັນທີ 18 ພຶດສະພາ 1965, ເມື່ອເປັນເຊັ່ນນັ້ນແລ້ວ ເຈົ້າໜ້າທີ່ຈຶ່ງໄດ້ຕັ້ງຂໍ້ສົງໄສວ່າ ນາງ Payne ເປັນເປົ້າໝາຍລົງມືລັກຊັບປະ ພດແຫວນເພັດຕາມບັນດາຫ້າງຂາຍເພັດພອຍໃນທ້ອງຖິ່ນ. ຈາກນັ້ນ, ໄດ້ນຳສົ່ງຮູບພາບຂອງຜູ້ກ່ຽວ ພ້ອມທັງປະກາດທົ່ວກົມກອງຕຳຫຼວດໃນທົ່ວປະເທດວ່າ ນາງ Payne ຄືເປົ້າໝາຍລັກຊັບອັນດັບໜຶ່ງໃນທົ່ວປະເທດ ແລະ ກໍໄດ້ຮັບຂ່າວແຈ້ງກັບວ່າ ຜູ້ກ່ຽວແມ່ນບຸກຄົນທີ່ກໍ່ເຫດລັກຊັບໃນທ້ອງຖິ່ນຂອງພວກເຂົາແທ້.

ແຕ່ຜູ້ກ່ຽວບໍ່ຄິດວ່າກຳລັງຕົກຢູ່ໃນວົງຕິດຕາມຂອງເຈົ້າໜ້າທີ່, ຈຶ່ງຍັງດຳເນີນການເຄື່ອນໄຫວລັກຊັບໃນຮູບແບບເກົ່າ, ຜູ້ກ່ຽວຍັງສວມບົດບາດເປັນມະຫາເສດຖີ ຫຼື ຄຸນນາຍແຫ່ງຊາດອາເມລິການໃຕ້ ເຄື່ອນໄຫວຕໍ່ໄປ, ມາຮອດວັນທີ 23 ມັງກອນ 2017 ນາງ Payne ໄດ້ເຂົ້າໄປທີ່ຫ້າງຂາຍວັດຖຸມີຄ່າ ທີ່ເມືອງແອັດແລນຕາ ລັດ Georgia ດ້ວຍການໃຊ້ຮູບແບບການລັກຢ່າງໄວມື ຜູ້ກ່ຽວໄດ້ລັກເອົາຕ້າງຫູເພັດ 1 ຄູ່ ຂອງໂຮງງານຜະລິດເຄື່ອງປະດັບ Christian Dior ມູນຄ່າ 96.000 ໂດລາ.

ກໍເຮັດລັກສະນະດຽວກັບທຸກໆຄັ້ງທີ່ຜ່ານມາ, ຊິບທີ່ເຈົ້າໜ້າທີ່ຝັງຕິດຕົວຜູ້ກ່ຽວໄວ້ກໍບໍ່ມີສັນຍານຕອບຮັບ, ຫຼັງຈາກເຫດການນີ້ເກີດຂຶ້ນ ເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນ ຈຶ່ງສາມາດຮູ້ໄດ້ສາເຫດຂອງເຄື່ອງຈັບສັນຍານນັ້ນວ່າ: ເປັນຫຍັງເມື່ອຜູ້ກ່ຽວເຂົ້າໄປສະຖານທີ່ກ່ຽວຂ້ອງກັບລະບົບໄຟຟ້າ ຫຼື ໂຮງຈັກໂຮງງານສັນຍານຈຶ່ງຂາດໄປ ນັ້ນເພາະວ່າແຮງດູດຈາກລະບົບໄຟຟ້ານັ້ນເອງ ໄດ້ເຮັດໃຫ້ເຄື່ອງຈັບສັນຍານໃນຕົວຂອງຜູ້ກ່ຽວຢຸດເຮັດວຽກ ແລະ ຮ້ານຂາຍເຄື່ອງປະດັບເພັດທີ່ເມືອງແອັດແລນຕາ ກໍນອນເທິງທາງລົດໄຟຟ້າໃຕ້ດິນ. ດັ່ງນັ້ນ, ຄວາມແຮງຂອງການປ່ອຍຄື້ນກະແສໄຟຟ້າແຮງສູງ ຈຶ່ງເຮັດໃຫ້ເຄື່ອງຕິດຕາມດັ່ງກ່າວ ສັນຍານຂາດຫາຍໄປ.

ເຈົ້າໜ້າທີ່ກວດພົບຮູບພາບ ແລະ ສຳນວນຄະດີຂອງ ນາງ Payne ທີ່ເມືອງ Cleveland ລັດໂອຮິໂອ ຮູບຖ່າຍໃນວັນທີ 18 ພຶດສະພາ 1965

ແຕ່ວ່າເຖິງຈະເກັ່ງປານໃດ ກໍບໍ່ມີທາງຈະໜີພົ້ນນໍ້າມືຂອງເຈົ້າໜ້າທີ່ໄດ້, ມາວັນທີ 17 ກໍລະກົດ 2017 ນາງ  Payne ຖືກເຈົ້າໜ້າທີ່ຈັບຕົວໃນຂະນະທີ່ລົງມືລັກແຫວນເງິນມູນຄ່າພຽງ 86,22 ໂດລາ ທີ່ຮ້ານຂາຍເງິນ- ຄຳ WalMart,  ຄັ້ງນີ້ເຄື່ອງຈັບສັນຍານໄດ້ສົ່ງຂໍ້ມູນທີ່ຢູ່ໄປທີ່ຫ້ອງບັນຊາລະບົບຂອງກອງບັນຊາການຕຳຫຼວດ. ດັ່ງນັ້ນ, ເຈົ້ານ້າທີ່ຕຳຫຼວດຈຶ່ງສາມາດນຳຕົວ ແລະ ຢັ້ງຢືນໄດ້ຢ່າງຊັດເຈນວ່າແມ່ນຜູ້ກ່ຽວເປັນຜູ້ລົງມືໃນຄັ້ງນີ້.

ເຖິງຢ່າງໃດກໍຕາມ, ນາງ Payne ແມ່ນຖືກສານຕັດສິນຕັດອິດສະຫຼະພາບຜູ້ກ່ຽວເປັນເວລາ 2 ເດືອນ ຫຼັງຈາກນັ້ນກໍອອກມາ ແຕ່ກໍຍັງໄດ້ຕິດຕັ້ງອຸປະກອນຕິດຕາມຄືເມື່ອກ່ອນ ແຕ່ຄັ້ງນີ້ເຈົ້າໜ້າທີ່ໄດ້ນຳໃຊ້ລະບົບທັນສະໄໝກວ່າເກົ່າ ເຊິ່ງມີລະບົບປ້ອງ ກັນຄື້ນລົບກວນ.

ຕາມການໃຫ້ສຳພາດກັບສື່ຂ່າວນິວຢັອກທາມ ນາງ Payne ໃຫ້ຮູ້ວ່າ:

ເຖິງວ່າປີນີ້ອາຍຸຂອງຕົນຈະ 87 ປີແລ້ວ ແຕ່ມືຂອງຕົນແມ່ນວ່ອງໄວ ແລະ ຄ່ອງແຄ້ວທີ່ສຸດ; ສະນັ້ນ, ຮັບປະກັນບໍ່ໄດ້ວ່າຕົນເອງຈະບໍ່ກັບຄືນໄປລັກຊັບອີກ ເມື່ອຖືກສອບຖາມວ່າ ບໍ່ຄິດຢ້ານກົວ ຫຼື ທໍ້ແທ້ກັບຊີວິດແບບນີ້ບໍ ? ຜູ້ກ່ຽວຫົວຂຶ້ນ ແລະ ຕອບວ່າ: ບໍ່! ຕົນເອງບໍ່ເຄີຍທໍ້ແທ້ ແລະ ຢ້ານກົວໃດໆ ເພາະຕົນມີອາຊີບລັກຊັບຢູ່ແລ້ວ ແຕ່ຕົນເອງຄິດທໍ້ແທ້ພຽງວ່າ ເປັນຫຍັງຕົນເອງຈຶ່ງໂຊກຮ້າຍ ແລະ ຖືກຈັບຫຼາຍຄັ້ງ.

ນາງ Payne

ຂໍ້ມູນຫຼ້າສຸດຂອງ ນາງ Payne ເຈົ້າໜ້າທີ່ໄດ້ເຜີຍວ່າ: ຫຼັງຈາກ ນາງ Payne ຖືກເຈົ້າໜ້າທີ່ຈັບຕົວ ໃນວັນທີ 17 ກໍລະກົດ 2017, ເຈົ້າໜ້າທີ່ຕຳຫຼວດໄດ້ເຂົ້າກວດຄົ້ນສະຖານທີ່ພັກເຊົາຂອງຜູ້ກ່ຽວ ແຕ່ເຈົ້າໜ້າທີ່ບໍ່ພົບເຫັນຊັບສິນໃດໆໃນເຮືອນຂອງຜູ້ກ່ຽວ ແລະ ຜູ້ກ່ຽວກໍບໍ່ມີເງິນຝາກໃນທະນາຄານໃດໆທັງນັ້ນ; ເງິນຈຳນວນຫຼາຍກວ່າ 90 ລ້ານໂດລາ ແມ່ນໄລ່ຈາກຜົນເສຍຫາຍຈາກການລົງມືຂອງຜູ້ ກ່ຽວ 1.800 ຄັ້ງ, ສ່ວນເງິນທັງໝົດນັ້ນ ແມ່ນບໍ່ຮູ້ທີ່ໄປທີ່ມາ ແລະ ບໍ່ຮູ້ວ່າເສຍໄປໃສ ຍັງເປັນປິດສະໜາເພາະວ່າຜູ້ກ່ຽວບໍ່ມີຜົວ, ບໍ່ມີລູກ ແລະ ບໍ່ມີພໍ່-ແມ່ນຳອີກ ແຕ່ຖ້າມີກໍອາດບໍ່ໜ້າສົງໄສ ເພາະວ່າເງິນທີ່ໄດ້ມາອາດຈະແບ່ງປັນໃຫ້ພີ່ນ້ອງນຳໄປໃຊ້ກໍອາດເປັນໄດ້.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ຄະດີຕ່າງແດນ – ນສພ ຄວາມສະຫງົບ