ກອງບັນຊາການ ປກສ ເມືອງຈຳພອນ ແຂວງສະຫວັນນະເຂດ ຈັບຜູ້ຄ້າຂາຍຢາເສບຕິດ ປະເພດຢາບ້າໄດ້ ຊື່: ທ້າວ ຂຽວສະຫວັນ ອາຍຸ 24 ປີ ຢູ່ບ້ານແກ້ງກອກດົງ ເມືອງຈຳພອນ ພ້ອມຂອງກາງຢາບ້າຈຳນວນ 15 ເມັດ ມາສອບສວນໃນວັນທີ 4 ກັນຍາ 2018.

ທ້າວ ຂຽວສະຫວັນ ສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນຂອງຕົນແທ້  ໂດຍຊື້ນຳພັກພວກທີ່ຄ້າຂາຍນຳກັນ ຜ່ານມາເຄີຍຊື້ມາແລ້ວຫຼາຍຄັ້ງ ຄັ້ງລະ 10-300 ເມັດ ແລ້ວນຳໄປຂາຍໃຫ້ກັບໄວລຸ້ນທີ່ມົ້ວສຸມຢາເສບຕິດເຂດໃນບ້ານ ແລະ ບ້ານໃກ້ຄຽງ. ມາວັນທີ 4 ກັນ ຍາ 2018,  ໄດ້ຊື້ຢາບ້ານຳພັກພວກອີກຈຳນວນ 15 ເມັດ ແຕ່ຍັງບໍ່ທັນໄດ້ຂາຍເທື່ອ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ.

ນອກນີ້, ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ ປກສ ເມືອງຈຳພອນ ຍັງໃຫ້ຮູ້ອີກວ່າ: ທ້າຍເດືອນສິງຫາ ຜ່ານມາ,  ໄດ້ກັກຕົວແມ່ຍິງ ອາຍຸ 67 ປີ ທີ່ລັກລອບຄ້າຂາຍຢາເສບຕິດ ປະເພດຢາບ້າເຊັ່ນກັນ ໂດຍຜູ້ກ່ຽວເອົາເຮືອນຂອງຕົນເອງເປັນບ່ອນບໍລິການມົ້ວສຸມຢາເສບຕິດ, ເຊິ່ງຖືກຈັບໄດ້ພ້ອມຂອງກາງຢາບ້າ 20 ເມັດ.

ແມ່ຍິງອາຍຸ 67 ປີ ຊື່ນາງ ເດື່ອງ ຢູ່ບ້ານເຂົາກາດ ເມືອງຈໍາພອນ ແຂວງສະຫວັນນະເຂດ ຜ່ານການສືບສວນ-ສອບສວນ ນາງເດື່ອງ ສາລະພາບວ່າ: ໄດ້ລັກລອບຊື້-ຂາຍຢາບ້າແທ້ ຜ່ານມາເຄີຍຊື້ມາຂາຍຈຳນວນ 3 ຄັ້ງ ຊື່ຢາບ້າໃນເດືອນມິຖຸນາ 400 ເມັດ, ໃນເດືອນກໍລະ ກົດ ຈໍານວນ 400 ເມັດ ແລະ ຄັ້ງສຸດທ້າຍ ໃນເດືອນສິງຫາ 200 ເມັດ ແລ້ວນຳມາຂາຍໃຫ້ກັບໄວລຸ້ນທີ່ມາມົ້ວສຸມຢູ່ເຮືອນ. ມາໃນວັນທີ 23 ສິງຫາ 2018 , ກໍຖືກເຈົ້າໜ້າທີ່ຕຳຫຼວດກັກຕົວ ພ້ອມຂອງກາງຢາບ້າ ຈໍານວນ 20 ເມັດ ມາດຳເນີນຄະດີ.

ປັດຈຸບັນ, ຄະດີດັ່ງກ່າວເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຈຳພອນ ຍັງສືບສວນ-ສອບສວນ ແລະ ຕິດຕາມຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.