ຫຼາຍຄົນທີ່ໄດ້ອ່ານຂ່າວຜ່ານທາງສື່ອອນລາຍ ໃນໄລຍະຜ່ານມາ ອາດຈະຈື່ຈໍາໄດ້ ຄະດີສະ
ເທືອນຂວັນຂົ່ມຂືນ ແລ້ວຄາດຕະກໍາເດັກນ້ອຍຍິງ ອາຍຸ 10 ປີ ຢູ່ປ່າເຂດບ້ານ ນາພູຄຳ ເມືອງຊະນະສົມບູນ ແຂວງຈຳປາສັກ ໃນວັນທີ 21 ເມສາ 2018, ເຊິ່ງຜູ້ກໍ່ເຫດ ຄື: ທ້າວ ທູນ ອາຍຸ 22 ປີ ຢູ່ບ້ານປົ່ງດົງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ, ເຊິ່ງໄດ້ສ້າງຄວາມ ຢ້ານກົວໃຫ້ກັບປະຊາຊົນບ້ານໃກ້ຄຽງ. ຫຼ້າສຸດ, ໃນຕອນເຊົ້າຂອງວັນທີ 18 ກັນຍາ 2018 ຢູ່ທີ່ຫ້ອງປະຊຸມສານປະຊາຊົນຂັ້ນຕົ້ນ ແຂວງຈຳປາສັກ ໄດ້ເປີດພິຈາລະນາຕັດສິນຄະດີຂອງ
ທ້າວ ທູນ (ຈໍາເລີຍ) ໂດຍຄະນະສານອາຍາ ໄດ້ຕັດສິນອິດສະລະພາບຈຳຄຸກຕະຫຼອດຊີວິດ ໃນສະຖານຂົ່ມຂືນ ແລະຄາດຕະກຳ.

ຕາມຄຳຖະແຫຼ່ງຂອງຫົວໜ້າອົງການໄອຍະການປະຊາຊົນ ແຂວງຈຳປາສັກ ຢູ່ຫ້ອງປະຊຸມສານວ່າ: ເວລາ 6:00ໂມງ ຂອງວັນທີ 21 ເມສາ 2018, ຄອບຄົວຂອງ ທ້າວ ທູນ (ຈໍາເລີຍ)
ຢູ່ບ້ານນາພູຄຳ ໄດ້ຈັດງານແຕ່ງດອງໃຫ້ລູກນ້າ ຊື່ ທ້າວ ເຕົ່າ ອາຍຸ 18 ປີ ແລ້ວໄດ້ໄປສົ່ງເຂີຍຢູ່ບ້ານດຽວກັນ; ສ່ວນ ທ້າວ ທູນ ແມ່ນລໍຖ້າຢູ່ເຮືອນ ປະມານເວລາ 9:00 ໂມງ, ນາງ ນີວັນ ຜູ້ເປັນເມຍຂອງຈໍາເລີຍ ພ້ອມດ້ວຍຍາດຕິພີ່ນ້ອງໄດ້ກັບໄປແຕ່ສົ່ງເຂີຍ. ຈາກນັ້ນ, ໄດ້ພາ ກັນດື່ມເບຍຈົນຮອດເວລາປະມານ 14:00 ໂມງ ຂອງວັນດຽວກັນ, ທ້າວ ໄຊ ຄົນບ້ານດຽວຈຶ່ໄດ້ບອກໃຫ້ ທ້າວ ທູນ (ຈໍາເລີຍ) ໄປເອີ້ນ ນາງ ສຳລີ ຄົນບ້ານດຽວກັນໄປດື່ມເບຍນຳ
ທ້າວ ທູນ ຈຶ່ງໄດ້ຂັບລົດຈັກ ເພື່ອຈະໄປຮັບເອົາ ນາງ ສຳລີ ພໍໄປຮອດປະມານ 500 ແມັດ ທ້າວ ທູນຈຶ່ງໄດ້ຫຼຽວເຫັນ ນາງ ເຫງົ້າ ອາຍຸ 10 ປີ ( ຜູ້ເສຍຊີວິດ ) ພ້ອມໝູ່ຜູ້ຍິງ ອີກ 5 ຄົນ, ເມື່ອເຫັນແນວນັ້ນ, ຈໍາເລີຍ, ຈຶ່ງມີແນວຄິດຢາກຂົ່ມຂືນ ຈຶ່ງໄດ້ວາງແຜນຕົວະຍົວະນາງ ເຫງົ້າ ວ່າ: ໃຫ້ພາໄປຫາ ທ້າວ ສີພູນ ແຕ່ເພາະບໍ່ຮູ້ເຮືອນ, ດ້ວຍຄວາມຫວັງດີ ນາງ ເຫງົ້າ
( ຜູ້ເສຍຊີວິດ) ຈຶ່ງໄດ້ພາໄປ ໂດຍຂຶ້ນລົດຈັກຊ້ອນທ້າຍໄປນຳ ແຕ່ບໍ່ເຫັນ ທ້າວ ສີພູນ. ຈາກນັ້ນ, ຈຶ່ງໄດ້ຂີ່ລົດຈັກພາຜູ້ເຄາະຮ້າຍເຂົ້າໄປໃນປ່າ ຫ່າງຈາກບ້ານປະມານ2 ກິໂລແມັດ ແລ້ວຈອດລົດໄວ້ ແລ້ວຈໍາເລີຍ ຈຶ່ງໄດ້ອຸ້ມເອົາ ( ຜູ້ເສຍຊີວິດ) ເຂົ້າໄປໃນປ່າປະມານ 12 ແມັດ ຈຶ່ງ
ໄດ້ລົງມືຂົ່ມຂືນທໍາສໍາເລົາฏ ແຕ່ຜູ້ເສຍຊີວິດບໍ່ຍອມ ພ້ອມທັງຮ້ອງໄຫ້, ຈໍາເລີຍ, ຈຶ່ງເອົາກຳ ປັ້ນຕີໃສ່ໜ້າ ແລະ ຕົນຕົວຂອງ ນາງ ເຫງົ້າ ປະມານ 6 ບາດ ເຮັດໃຫ້ນາງເຫົ້ງາໝົດແຮງ ຈຶ່ງໄດ້ລົງມືຂົ່ມຂືນຈົນສຳເລັດ.

ຈາກນັ້ນ, ທ້າວ ທູນ (ຈໍາເລີຍ) ຢ້ານ ນາງ ເຫງົ້າ ໄປບອກພໍ່-ແມ່ ຈຶ່ງໄດ້ຕັດສິນໃຈຂ້າ ໂດຍເອົາກຳປັ້ນຕີໃສ່ໜ້າ9 ບາດ ເຮັດໃຫ້ ນາງ ເຫງົ້າ ໝົດສະຕິ ແລະ ຍັງໄດ້ຫັກຄໍ ນາງ ເຫງົ້າ ຕື່ມອີກ, ເມື່ອເຫັນວ່າເສຍຊີວິດແລ້ວ ທ້າວ ທູນ ຈຶ່ງໄດ້ກັບເມືອເຮືອນຂອງຕົນ ແລ້ວຊວນເມຍເມືອບ້ານປົ່ງດົງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ພ້ອມທັງຕົວະເມຍວ່າ ພີ່ນ້ອງຂອງຕົນເກີດອຸບັດຕິເຫດ. ວັນທີ 22 ເມສາ 2018 ທ້າວ ທູນ ຈຶ່ງຖືກເຈົ້າໜ້າທີ່ກັກຕົວໄປດຳເນີນຄະດີ.

ຜ່ານການໄຕ່ສວນຄະດີໃນທີ່ປະຊຸມສານ ທ້າວ ທູນ ( ຈຳເລີຍ ) ໄດ້ຮັບສາລະພາບຕະຫຼອດຂໍ້ກ່າວຫາ, ຄະນະສານອາຍາຂັ້ນຕົ້ນຂອງສານປະຊາຊົນແຂວງຈຳປາສັກ ຈຶ່ງເຫັນວ່າພຶດຕິກຳ
ດັ່ງກ່າວ ແມ່ນເປັນອັນຕະລາຍຕໍ່ສັງຄົມ, ເປັນການກະທຳຜິດຕໍ່ແມ່ຍິງ ແລະ ເດັກ ທີ່ບໍ່ຮູ້ດຽງສາຫຍັງ, ເປັນພຶດຕິກຳທີ່ສະເທືອນຂວັນແກ່ປະຊາຊົນ. ພຶດຕິກຳດັ່ງກ່າວ ເຫັນວ່າເປັນການກະທຳຜິດຕໍ່ກົດໝາຍອາຍາຕາມມາດຕາ 128 ວັກ 4. ຄະນະສານອາຍາຂັ້ນຕົ້ນ ຈຶ່ງເຫັນຄວນລົງໂທດຕັດອິດສະຫຼະພາບ ທ້າວ ທູນຈໍາຄຸກຕະຫຼອດຊີວິດ ແລະ ຄ່າເຮັດ ບຸນສິນກິນທານໃນຕໍ່ໜ້າ ຈໍານວນ 50.000.000 ກີບ ໃຫ້ຜູ້ປົກຄອງຂອງຜູ້ເສຍຊີວິດ (ໂຈດທາງແພ່ງ).