ກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ )
ກອງປະຊຸມສະຫຼຸບຜົນສໍາເລັດ ການຈັດຕັ້ງປະຕິບັດໂຄງການນໍ້າປະປາ ແລະ ສຸຂະພິບານຕົວເມືອງນ້ອຍ

ກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ຈັດກອງປະຊຸມສະຫຼຸບຜົນສໍາເລັດ ການຈັດຕັ້ງປະຕິບັດໂຄງການນໍ້າປະປາ ແລະ ສຸຂະພິບານຕົວເມືອງນ້ອຍ, ໃນລະຫວ່າງວັນທີ 25-26 ກັນຍາ 2018 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີ ກະຊວງ ຍທຂ, ມີຮອງເຈົ້າແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ 13 ເມືອງ ຈາກ 10 ແຂວງ ໃນທົ່ວປະເທດ ເຂົ້າຮ່ວມ.

…..

ທ່ານ ພົມມາ ແວວລາວັນ ຫົວໜ້າກົມນໍ້າປະປາ ກະຊວງ ຍທຂ ໃຫ້ຮູ້ວ່າ: ໂຄງການຈັດຕັ້ງປະຕິບັດນໍ້າປະປາ ແລະ ສຸຂະພິບານຕົວເມືອງນ້ອຍ ເປັນໂຄງການທີ່ໄດ້ຮັບການຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ ປີ 2009 ແລະ ສິ້ນສຸດໂຄງການໃນເດືອນກັນຍາ 2018.

ເປັນປະທານໂດຍ ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີ ກະຊວງ ຍທຂ

ໂດຍ ທະນາຄານພັດທະນາອາຊີ ສະໜອງທຶນທັງໝົດ ປະມານ 26 ລ້ານໂດລາສະຫະລັດ ໄດ້ຈັດຕັ້ງປະຕິບັດຢູ່ໃນ 13 ເມືອງ ໃນ 10 ແຂວງ ຄື:

…..

ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ເມືອງວຽງພູຄາ ແຂວງຫຼວງນໍ້າທາ, ເມືອງສອງຄອນ ແຂວງສະຫວັນນະເຂດ, ເມືອງສາລະວັນ ແຂວງສາລະວັນ, ເມືອງໄຊເສດຖາ ແຂວງອັດຕະປື, ເມືອງປາກແບ່ງ ແລະ ເມືອງໄຊ ແຂວງອຸດົມໄຊ, ເມືອງທ່າແຕງ ແຂວງເຊກອງ, ເມືອງແອດ ແລະ ເມືອງຊຽງຄໍ້ ແຂວງຫົວພັນ, ເຂດພັດທະນາດອນຕະລາດເມືອງ ແລະ ແຂວງຈໍາປາສັກ, ເມືອງວັງວຽງ ແລະ ເມືອງກາສີ ແຂວງວຽງຈັນ ເຊິ່ງຄາດຄະເນວ່າ ມີຜູ້ທີ່ໄດ້ຮັບຜົນປະໂຫຍດ ປະມານ 130.000 ຄົນ.

…..

ໂຄງການດັ່ງກ່າວ, ໄດ້ເປັນສ່ວນໜຶ່ງທີ່ມີສ່ວນຮ່ວມປະກອບສ່ວນໃນການພັດທະນາລະບົບນໍ້າປະປາ ແລະ ສຸຂະພິບານໃນຕົວເມືອງ ສາມາດເຮັດໃຫ້ບັນລຸເປົ້າໝາຍຂອງລັດຖະບານ ໃນການສະໜອງນໍ້າສະອາດ ແລະ ປອດໄພໃຫ້ປະຊາຊົນ ແຕ່ລະພື້ນທີ່ ເຊິ່ງໂຄງການໄດ້ຕໍ່ນໍ້າປະປາໃຫ້ຄົວເຮືອນ 95-100% ແລະ ປັບປຸງສຸຂະພິບານ 99-100%.

…..

ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງມີການປຶກສາຫາລື ແລະ ຖອດຖອນບົດຮຽນບັນຫາຕ່າງໆທີ່ຍັງຄົງຄ້າງໃນໄລຍະດໍາເນີນໂຄງການ ເພື່ອເຮັດໃຫ້ວຽກງານໃນຕໍ່ໜ້າມີຄຸນນະພາບ ພ້ອມທັງໄດ້ຮັບຟັງຄໍາຄິດຄໍາເຫັນ ແລະ ຄໍາແນະນໍາຈາກປະທານກອງປະຊຸມຕື່ມອີກ.

ການພັດທະນາລະບົບນໍ້າປະປາ ແລະ ສຸຂະພິບານໃນຕົວເມືອງ