ຄະດີຄາດຕະກໍາຍິງສາວ ອາຍຸ 22 ປີ ຢູ່ແຄມປ່າ ຫຼັງໂຮງງານເຟີນີເຈີ ຢູ່ເຂດບ້ານອີ່ໄລເໜືອ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນເດືອນກຸມ ພາ 2017. ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ຕໍາຫຼວດ ສາມາດຕິດຕາມຈັບຕົວໄດ້ແລ້ວຊື່ ທ້າວ ວົງໄຊ ອາຍຸ 25 ປີ ຢູ່ບ້ານດອນ ທາດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງ ເປັນແຟນຂອງຜູ້ເສຍຊີວິດ. ພາຍຫຼັງໄປລີ້ຊ່ອນຢູ່ນໍາພີ່ນ້ອງ ຢູ່ບ້ານເຄິງຫຼັກຄໍາ ເມືອງຄອບ ແຂວງໄຊຍະບູລີ ໄດ້ປີກວ່າ.

ພັທ ເຂິງຄໍາ ຈັນທະວີໄຊ ຮອງຫົວໜ້າພະແນກຕຳຫຼວດສືບສວນ-ສອບສວນ ປກສ ນະຄອນ ຫຼວງວຽງຈັນ ໄດ້ຖະແຫຼງຕໍ່ໜັງສືພິມຄວາມສະຫງົບ ໃນວັນທີ 26 ກັນຍາ 2018 ວ່າ: ຄະດີດັ່ງກ່າວ ເກີດຂຶ້ນແຕ່ວັນທີ 16 ກຸມພາ 2017, ຜູ້ເສຍຊີວິດຊື່ ນາງ ຍົວ ອາຍຸ 22 ປີ ຢູ່ບ້ານໂນນຕ້ອງ ເມືອງໝື່ນ ແຂວງວຽງຈັນ ແລະ ຜູ້ລົງມືກໍ່ເຫດຄາດຕະກໍາຊື່ ທ້າວ ວົງໄຊ ອາຍຸ 25 ປີ ເປັນພະນັກງານປະຈໍາການຢູ່ເຂດເມືອງໝື່ນ ແຂວງວຽງຈັນ. ພາຍຫຼັງໄດ້ສືບຮູ້ວ່າ ຜູ້ກ່ຽວແມ່ນໄດ້ຫຼົບໜີຄວາມຜິດໄປລີ້ຊ່ອນຢູ່ນໍາພີ່ນ້ອງຢູ່ບ້ານເຄິງຫຼັກຄໍາ ເມືອງຄອບ ແຂວງໄຊຍະບູລີ. ຈາກນັ້ນ, ຈຶ່ງປະສານສົມທົບກັບເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງໄຊຍະບູລີ ແລະ ປກສ ເມືອງຄອບ ເພື່ອຕິດຕາມຈັບຕົວ. ມາຮອດວັນທີ 23 ສິງຫາ 2018,  ຈຶ່ງສາມາດຈັບຕົວຜູ້ກ່ຽວໄດ້ ແລ້ວນໍາຕົວໄປ ເຮັດແຜນປະກອບຄໍາສາລະພາບຢູ່ສະຖານທີ່ເກີດເຫດ ເພື່ອປະກອບສໍານວນຄະດີ ສົ່ງໃຫ້ໄອຍະການສັ່ງຟ້ອງສານຕັດສິນຕາມລະບຽບກົດໝາຍ.

ຜ່ານການສອບສວນ ຜູ້ກ່ຽວໃຫ້ການສາລະພາບວ່າ: ຜູ້ກ່ຽວແມ່ນໄດ້ ຄາດຕະກໍາ ນາງ ຍົວ ຍ້ອນຄວາມໂມ ໂຫ ແລະ ຫຶງຫວງ. ເບື້ອງຕົ້ນ, ໃນວັນ ທີ 14 ກຸມພາ 2017 ໄດ້ໂທລະສັບຫາ ນາງ ຍົວ (ແຟນ) ໃຫ້ໄປຫາຢູ່ນະຄອນຫຼວງວຽງຈັນ ເພື່ອຈະພາກັນໄປຊື້ຢາປົວພະຍາດ. ຈາກນັ້ນ, ນາງ ຍົວ ໄດ້ຂີ່ລົດ ໂດຍສານໄປ. ພໍໄປຮອດເວລາປະມານ 18:00 ໂມງ ແລ້ວທ້າວ ວົງໄຊ ຂີ່ລົດ ຈັກເວບ 100 ບໍ່ມີປ້າຍທະບຽນ ໄປຮັບພາກັນໄປນອນຢູ່ເຮືອນພັກ ເຂດບ້ານໜອງບົວທອງເໜືອ. ຫຼັງຈາກນັ້ນ, ເວລາປະມານ 4:20 ໂມງ ຂອງວັນທີ 16 ກຸມພາ 2017, ຈຶ່ງໄດ້ພາກັນອອກຈາກເຮືອນພັກ ເພື່ອຈະໄປຊື້ຢາປົວພະຍາດ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ໃນຂະນະຂີ່ລົດຈັກໄປຢູ່ນັ້ນ ທັງ 2 ຄົນ ໄດ້ຜິດຖຽງກັນ ສາເຫດຍ້ອນ ນາງ ຍົວ ເອົາຊິມໂທ ລະສັບອອກ, ເຊິ່ງຜູ້ກ່ຽວຄິດວ່າ ນາງ ຍົວ ນັ້ນມີຜູ້ບ່າວໃໝ່.

ພໍຂີ່ລົດຈັກໄປຮອດເຂດບ້ານອີ່ໄລເໜືອ ເມືອງນາຊາຍທອງ ຈຶ່ງໄດ້ລ້ຽວລົດຈັກເຂົ້າຮ່ອມນ້ອຍ ຢູ່ຕໍ່ໜ້າໂຮງງານເຟີນີເຈີຮ້າງ ຈອດລົດຈັກແລ້ວຢືນລົມກັນເພື່ອປັບຄວາມເຂົ້າໃຈ .ແຕ່ກົງກັນຂ້າມ ຍິ່ງຮ້າຍດ່າກັນແຮງກວ່າເກົ່າ, ຜູ້ກ່ຽວໄດ້ຍ່າງກັບຄືນໄປຂຶ້ນລົດຈັກ ແຕ່ ນາງ ຍົວ ດຶງຜູ້ກ່ຽວລົງລົດຈັກ ເຮັດໃຫ້ຜູ້ກ່ຽວລົ້ມລົງກັບພື້ນ ແລະ ໃຈຮ້າຍ ຈຶ່ງໄດ້ລຸກຂຶ້ນ ແລ້ວໃຊ້ສອກເບື້ອງຂວາຝາດກັບຫຼັງ 1 ບາດ ແລະ ໃຊ້ກໍາປັ້ນຕີໃສ່ໜ້າ ນາງ ຍົວ 1 ບາດ ເຮັດໃຫ້ນາງ ຍົວ ລົ້ມລົງພື້ນ. ຈາກນັ້ນ, ກໍຍ່າງ ໄປຈັບເອົາໄມ້ຍາວປະມານ 2 ແມັດ ໄປຕີໃສ່ຄິ້ວເບື້ອງຂວາອີກ 1 ບາດ, ຝາດໃສ່ໜ້າເອິກ 1 ບາດ ເຮັດໃຫ້ ນາງ ຍົວ ເສຍຊີວິດ ແລ້ວຜູ້ກ່ຽວກໍຂີ່ລົດຈັກ ເອົາຕົວຫຼົບໜີໄປອາໄສຢູ່ກັບພີ່ນ້ອງຢູ່ບ້ານເຄິງຫຼັກຄຳ ເມືອງຄອບ ແຂວງ ໄຊຍະບູລີ. ມາຮອດວັນທີ 23 ສິງຫາ 2018, ເຈົ້າໜ້າທີ່ ປກສ ເມືອງຄອບ ຈຶ່ງຈັບຕົວແລ້ວມອບໃຫ້ພະແນກສືບ ສວນ-ສອບສວນ ປກສ ນະຄອນຫຼວງ ວຽງຈັນ ດໍາເນີນຄະດີຕາມກົດໝາຍ.