ຄ້າຍຄຸມຂັງຊໍາເຄ້ ກົມຕຳຫຼວດຄຸມຂັງ-ດັດສ້າງ ປກສ ໄດ້ສຶກສາອົບຮົມນັກໂທດ-ດັດສ້າງ ປະຈຳໄຕ ມາດ 3 ປີ 2018 ໃນວັນທີ 19 ກັນຍານີ້ ໂດຍການເຂົ້າຮ່ວມຂອງ ພັທ ບົວເກດ ຫອມສົມບັດ ຫົວໜ້າຄ້າຍຄຸມຂັງຊຳເຄ້, ມີບັນດາຄະນະຊີ້ນຳວຽກງານວິຊາສະເພາະຄ້າຍ ແລະ ນັກໂທດຜູ້ທີ່ດັດສ້າງເຂົ້າຮ່ວມຮັບຟັງ.

ພັທ ບົວເກດ ຫອມສົມບັດ ກ່າວວ່າ: ການສຶກສາອົມຮົມນັກໂທດ, ຜູ້ຖືກດັດສ້າງປະຈຳໄຕມາດ 3 ປີ 2018 ເພື່ອຮັບປະກັນໃນການຄຸ້ມຄອງຊຳເຄ້ ມີຄວາມສະຫງົບປອດໄພ ແລະ ເຮັດໃຫ້ນັກໂທດຮູ້ສຶກກິນແໜງແຄງໃຈຕໍ່ການກະທຳຜິດທີ່ບໍ່ຖືກຕ້ອງ, ເມື່ອພົ້ນໂທດອອກໄປໃຫ້ກາຍເປັນພົນລະເມືອງດີຂອງສັງຄົມ, ການສຶກສາອົບຮົມຄັ້ງນີ້ມີນັກໂທດ-ດັດ ສ້າງຈຳ ນວນ 155 ຄົນ ເຂົ້າຮ່ວມ ແລະ ເພື່ອເຮັດໃຫ້ບັນດານັກໂທດ, ຜູ້ຖືກດັດສ້າງໄດ້ຮັບຮູ້ ແລະ ເຂົ້າໃຈເຖິງເອກະສານທີ່ກ່ຽວຂ້ອງ ເຊັ່ນ: ລັດຖະທຳມະນູນ, ການຕ້ານ ແລະ ສະກັດກັ້ນການຄ້າມະນຸດ, ວັນເກີດປະທານສຸພານຸວົງ ແລະ ກົດລະບຽບຂອງນັກໂທດຜູ້ຖືກດັດສ້າງ ພ້ອມທັງນຳຂໍ້ຫ້າມ ແລະ ມາດຕາທີ່ລະບຸໄວ້ວ່າບຸກຄົນໃດປອມແປງເງິນຈະຖືກຕັດອິດສະຫຼະພາບ 15-20 ປີ ຖືກປັບໃໝ 20.000.000 ເຖິງ 500.000.000 ກີບ; ຄາດຕະ ກຳໂດຍເຈດຕະນາ: ຈະຖືກຕັດອິດສະຫຼະພາບ 10-20 ປີ ຖືກປັບໃໝ 5.000.000 ເຖິງ 20.000.000 ກີບ; ຄາດຕະ ກຳເປັນອາຈິນ ຖືກຕັດອິດສະຫຼະພາບ 10-20 ປີ ຫຼື ຕະຫຼອດຊີວິດຮ້າຍແຮງກວ່ານັ້ນປະ ຫານຊີວິດ ຖືກປັບໃໝ 5.000.000 ເຖິງ 50.000.000 ກີບ; ນັກໂທດຄົນໃດປຸ້ນນັກ ໂທດ ທຳລາຍມ້າງເພຄ້າຍຄຸມຂັງຕັດອິດສະຫຼະພາບ 5- 20 ປີ ຫຼື ຮ້າຍແຮງກວ່ານັ້ນຕະຫຼອດຊີວິດ ແລະ ປະຫານຊີວິດ ຖືກປັບໃໝ 5.000.000 ເຖິງ 500.000.000 ກີບ.

ນອກນີ້, ຍັງເຜີຍແຜ່ຂໍ້ຫ້າມຂອງນັກໂທດ ເຊັ່ນ: ຫ້າມນັກໂທດ ຜູ້ຖືກດັດສ້າງ ນຳເອົາເຄື່ອງຕິດຕໍ່ສື່ສານ, ຢາເສບຕິດ, ອາວຸດ, ຂອງແຂງ, ເງິນສົດ, ເຄື່ອງຂອງມີຄ່າ ແລະ ສິ່ງເກືອດຫ້າມອື່ນໆ ເຂົ້າມາໃນຄ້າຍ, ຫ້າມຊື້ຈ້າງສິນບົນ ສວຍໃຊ້ໜ້າທີ່ເພື່ອກະທຳສິ່ງທີ່ຜິດຕໍ່ ລະ ບຽບກົດໝາຍ, ຫ້າມແຫກຄຸກໂຕນໜີຢ່າງເດັດຂາດ, ຫ້າມທຳລາຍສະຖານທີ່ພາຫະນະ ແລະ ວັດຖຸສິ່ງຂອງສ່ວນລວມພາຍໃນຄ້າຍຄຸມຂັງທີ່ຜິດຕໍ່ລະບຽບ ເພື່ອຮັບປະກັນໃຫ້ຄ້າຍຄຸມຂັງຊຳເຄ້ ມີຄວາມເປັນລະບຽບຮຽບຮ້ອຍ, ນັກໂທດທີ່ອາລະວາດຕີກັນ, ສ້າງຄວາມບໍ່ສະຫງົບ ແລະອື່ນໆ ແມ່ນຈະຖືກລົງໂທດປະຕິບັດຂັງຢູ່ຫ້ອງ 3-6 ເດືອນ ແລະ ຖ້າຫາກບຸກ ຄົນໃດໄດ້ນຳເຫຼົ້າເບຍ, ທາດລະເບີດ, ທາດເບື່ອ, ອາວຸດທຸກປະເພດ ແລະ ຢາເສບຕິດ ເຂົ້າ ມາໃນຄ້າຍຄຸມຂັງ ຫຼື ຫ້ອງຂັງຈະຖືກປະຕິບັດລະບຽບປັບໃໝ ແລະ ກັກຂັງຕາມລະບຽບຄ້າຍວາງອອກ.