ປັດຈຸບັນ, ການເຄື່ອນໄຫວຄ້າ-ຂາຍຢາເສບຕິດຂອງກຸ່ມຄົນບໍ່ດີຍັງແພ່ຂະຫຍາຍໄປທົ່ວສັງ ຄົມລາວ ບໍ່ວ່າຈະຢູ່ຂົງເຂດໃດກໍຕາມ, ເຊິ່ງບັນຫາດັ່ງກ່າວນີ້ ແມ່ນໄດ້ສົ່ງຜົນສະທ້ອນແກ່ສັງ ຄົມ ໂດຍທາງກົງ ເປັນຕົ້ນແມ່ນເຮັດໃຫ້ຜູ້ທີ່ເສບກາຍເປັນບ້າເສຍຈິດ, ບໍ່ຢ້ານກົວຕໍ່ການກະທໍາຜິດ, ກາຍເປັນຄົນຂີ້ລັກງັດແງະ ເພື່ອຈະນໍາເອົາວັດຖຸສິ່ງຂອງທີ່ລັກມານັ້ນໄປຂາຍ ຫຼື ແລກປ່ຽນຢາເສບຕິດມາເສບ, ເຊິ່ງມັນໄດ້ສະແດງອອກ ຄື: ໃນອາທິດຜ່ານມາ, ໜ່ວຍງານ ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊທານີ ໄດ້ລົງເຄື່ອນໄຫວແກ້ໄຂກຸ່ມເປົ້າ ໝາຍຄ້າ-ຂາຍຢາເສບຕິດ ສາມາດກັກຜູ້ຖືກຫາໄດ້ 10 ຄົນ ພ້ອມຂອງກາງຢາເສບຕິດປະ ເພດຢາບ້າ ຈໍາ ນວນ 900 ກວ່າເມັດ.

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 31 ສິງຫາ 2018, ເວ ລາ 6:00 ໂມງ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມເວີນຄໍາ ລົງແກ້ໄຂເປົ້າໝາຍຄ້າ-ຂາຍ ຢາເສບຕິດປະເພດຢາບ້າ ຢູ່ບ້ານໂພນໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ ຖືກຫາໄດ້ 10 ຄົນ ຍິງ 4 ຄົນ ພ້ອມຂອງກາງຢາບ້າຈໍານວນ 964 ເມັດ ຄື: ນາງ ຢົວຢ່າງ ອາຍຸ 60 ປີ ພ້ອມຂອງກາງຢາບ້າ 86 ເມັດ, ນາງ ນູ້ຢ່າງ ອາຍຸ 35 ປີ ພ້ອມຂອງກາງຢາບ້າ ຈໍານວນ 400 ເມັດ, ນາງ ໄຊວື ອາຍຸ 40 ປີ ພ້ອມກັບຢາບ້າ 427 ເມັດ, ນາງ ຮົວຊົງ ອາຍຸ 25 ປີ ແລະ ທ້າວ ໄທວ່າງ ອາຍຸ 32 ປີ ພ້ອມກັບຢາບ້າ 45 ເມັດ, ທ້າວ ແສງວາງ ອາຍຸ 30 ປີ ແລະ ທ້າວ ໝີວ່າງ ອາຍຸ 40 ປີ ທັງ 7 ຄົນ ແມ່ນ ອາຊີບວ່າງງານ, ທ້າວ ຈີບີ ວ່າງ ອາຍຸ 17 ປີ ອາຊີບ ນັກຮຽນ, ທ້າວ ປົງວາວ ອາຍຸ 19 ປີ ແລະ ທ້າວ ລີປໍວາງ ອາຍຸ 24 ປີ ທັງ 2 ຄົນແມ່ນເປັນກໍາມະກອນ ແລະ ທັງໝົດນີ້ຢູ່ບ້ານໂພນໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ສ່ວນວ່າ ທ້າວ ນາຢ່າງ ທີ່ເອົາຕົວຫຼົບໜີຈາກການຈັບກຸ່ມໄດ້ນັ້ນ ເຈົ້າໜ້າທີ່ພວມເລັ່ງຊອກຫາເບາະແສ ເພື່ອນໍາຕົວມາດໍາເນີນຄະດີ ເນື່ອງຈາກວ່າ ຜ່ານການກວດຄົ້ນເຮືອນຂອງຜູ້ກ່ຽວພົບເຫັນຢາບ້າຈໍານວນ 6 ເມັດ.