ກອງບັນຊາການ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດພິທີມອບຜູ້ຖືກຫາຄະດີລັກແຕ່ງດອງກັບພົນລະເມືອງລາວ ແບບຜິດກົດໝາຍ ແລະ ອາລະວາດຄອບຄົວໃຫ້ເຈົ້າໜ້າ ທີ່ໄທ. ຕາງໜ້າມອບໂດຍ ພັຕ ສະຖານ ແກ້ວທອງເພັດ ຫົວໜ້າພະແນກສັນຕິບານ ປກສ ເມືອງປາກລາຍ ແລະ ກ່າວຮັບໂດຍ ຮອ ວະໄລສັກ ອິນທິລັກ ຮອງຫົວໜ້າຕໍາຫຼວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນນາກະເຊັງ ເມືອງທ່າລີ ແຂວງ ເລີຍ ຣາຊະອານາຈັກໄທ; ມີພະ ນັກງານທັງສອງຝ່າຍເຂົ້າຮ່ວມໃນອາທິິດຜ່ານມາ ຢູ່ດ່ານສາກົນຂົວມິດຕະພາບນໍ້າເຫືອງ.

ພັຕ ສະຖານ ແກ້ວທອງເພັດ ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ບັນຈົງ ສົມຈິດ ອາຍຸ 38 ປີ ສັນ ຊາດໄທ ຢູ່ຕາແສງບ້ານທ່າສາລາ ເມືອງຄອນສານ ແຂວງໄຊຍະພູມ ຣາຊະອານາຈັກໄທ ໄດ້ມີການພົວພັນສ້າງຄວາມຮັກ-ມັກ ກັບ ນາງ ຄໍາປຸຍ ສີສະຫວັດ ອາຍຸ 32 ປີ ບ້ານບົວບານ ເມືອງປາກລາຍ ແຂວງໄຊຍະບູລີ ໃນໄລຍະທີ່ ນາງ ຄໍາປຸຍ ໄປເຮັດວຽກຢູ່ໄທ ໃນໄລຍະປີ 2005. ຕໍ່ມາ, ທັງສອງຄົນໄດ້ລັກແຕ່ງດອງກັນຢູ່ທີ່ປະເທດໄທ ໂດຍບໍ່ຖືກຕ້ອງຕາມກົດໝາຍ ມີລູກນໍາກັນ 2 ຄົນຜູ້ທີ່ 1 ອາຍຸ 12 ປີ ແລະ ຜູ້ທີ 2 ອາຍຸ 6 ປີ. ປັດຈຸບັນ, ຢູ່ບ້ານ ບົວບານ ເມືອງປາກລາຍ ແຂວງໄຊຍະບູລີ.

ມາຮອດເດືອນກຸມພາ 2018, ທ້າວ ບັນຈົງ ແລະ ນາງ ຄໍາປຸຍ ມີຄວາມບໍ່ເຂົ້າໃຈກັນ. ນາງ ຄໍາປຸຍ ຜູ້ເປັນເມຍ ຈຶ່ງໄດ້ລັກໜີກັບຄືນມາບ້ານ; ມາວັນທີ 11 ສິງຫາ 2018, ທ້າວ ບັນຈົງ ສົມຈິດ ຈຶ່ງໄດ້ມາຫາລູກ ແລະ ເມຍ ຢູ່ບ້ານບົວບານ ເມືອງປາກລາຍ. ໃນເວລານັ້ນ, ຜູ້ກ່ຽວໄດ້ມີການເຄື່ອນໄຫວພົວພັນເສບຢາເສບຕິດ ແລະ ອາລະວາດຄອບຄົວ. ຈາກນັ້ນ, ອໍານາດການປົກຄອງບ້ານ ຈຶ່ງຈັບຕົວຜູ້ກ່ຽວໄປດໍາເນີນຄະດີ.