ໃນຕົ້ນເດືອນກັນຍາທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊ ແຂວງອຸດົມໄຊ ສາມາດສະກັດຈັບຜູ້ລັກລອບຄ້າຂາຍຢາເສບຕິດໄດ້ 1 ຄົນ ຢູ່ເສັ້ນທາງ 13 ເໜືອ ພ້ອມຢາບ້າ ແລະ ຢາໄອສ໌.

ເຈົ້າໜ້າທີວິຊາສະເພາະກອງບັນຊາການ ປກສ ເມືອງໄຊ ໃຫ້ຮູ້ວ່າ: ໃນວັນທີ 9 ກັນຍາ, ໄດ້ອອກເຄື່ອນໄຫວຕັ້ງດ່ານຢູ່ເສັ້ນທາງເລກ 13 ເໜືອ ຫຼັກກິໂລແມັດ 35 ອຸດົມໄຊ-ຫຼວງພະບາງ ໃນລະຫວ່າງປະຕິບັດໜ້າທີ່ນັ້ນໄດ້ພົບເຫັນໄວລຸ້ນ 1 ຄົນ ຂັບຂີ່ລົດຈັກ ພໍໄປຮອດດ່ານກວດກາຜູ້ກ່ຽວໄດ້ລ້ຽວລົດກັບເຈົ້າໜ້າທີ່ ຈຶ່ງໄລ່ຈັບຕົວທັນຊື່ ທ້າວ ສອນ ຫຼື ເກດ ອາຍຸ 26 ປີ ບ້ານຫຼັກ 32 ເມືອງໄຊ ແຂວງອຸດົມໄຊ ພ້ອມທັງກວດຄົ້ນຕົນຕົວ ແລະ ກະເປົາເຄື່ອງພົບເຫັນຂອງກາງຢາເສບຕິດປະເພດຢາບ້າ ຈຳນວນ 3 ຖົງ (ນັບເປັນເມັດບໍ່ ໄດ້ ແຕກມຸ່ນ) ນໍ້າໜັກ 73,4 ກຼາມ ແລະ ກ້ອນສີຂາວ ຄ້າຍຄືຢາໄອສ໌ 1 ຖົງນ້ອຍ ນໍ້າໜັກ 5,1 ກຼາມ ຊຸກເຊື່ອງໄວ້ຢູ່ຖົງພາຍຂອງຜູ້ກ່ຽວ.

ກ່ອນໜ້ານີ້, ໃນວັນທີ 2 ສິງຫາ ທີ່ຜ່ານມາ, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງງາ ແຂວງ ອຸດົມໄຊ ໄດ້ສົມທົບກັບອໍານາດການປົກຄອງບ້ານເຂົ້າກວດຄົ້ນເຮືອນ ທ້າວ ຄຳສອນ ອາຍຸ 50 ປີ ຢູ່ບ້ານຫ້ວຍເຊີຍ ເມືອງງາ ແຂວງອຸດົມໄຊ ພົບເຫັນຢາເສບຕິດປະເພດຢາບ້າ ຈຳນວນ 81 ເມັດ ຊຸກເຊື່ອງໄວ້ຢູ່ຫ້ອງນອນ ໂດຍຜູ້ກ່ຽວສາລະພາບວ່າ: ຢາບ້າຈໍາ ນວນດັ່ງກ່າວແມ່ນໄດ້ຊື້ນຳຄົນຮູ້ຈັກ ເພື່ອໄປຂາຍຕໍ່, ເຊິ່ງໄດ້ພົວພັນຄ້າຂາຍຢາເສບຕິດມາແລ້ວຫຼາຍຄັ້ງ. ຮອດວັນທີ 2 ສິງຫາ, ຈຶ່ງຖືກເຈົ້າໜ້າທີ່ກັກຕົວກ່ອນ ພ້ອມຢາບ້າຈຳນວນ 81 ເມັດ.