ກອງປະຊຸມລະດັບສູງ ຂະແໜງຄວບຄຸມຢາເສບຕິດ ປະຈຳປີ 2018

ຕາມແຜນແມ່ບົດແຫ່ງຊາດ 2016 - 2020

0
1167

ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງ ປກສ ຮ່ວມກັບ ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ອົງການສະຫະປະຊາຊາດ ເພື່ອຄວບຄຸມຢາເສບຕິດ ແລະ ຕ້ານອາຊະຍາກໍາ ໄດ້ຈັດກອງປະຊຸມລະດັບສູງຂອງໜ່ວຍງານຂະແໜງການຄວບຄຸມຢາເສບຕິດ ປະຈໍາປີ 2018 ຂຶ້ນໃນວັນທີ 27 ກັນຍາ 2018, ໂດຍມີ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ, ທັງເປັນຫົວໜ້າຄະນະຊີ້ນໍາວຽກງານກວດກາ ແລະ ຄວບຄຸມຢາເສບຕິດ, ທ່ານ ທາເກຊິ ຮິກິເຮລະ ເອກອັກຄະລາຊະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ປະເທດຍີ່ປຸ່ນ ປະຈໍາ ສປປ ລາວ, ພ້ອມດ້ວຍຕາງໜ້າຈາກກະຊວງ, ກົມກອງ, ສະຖານທູດ, ອົງການຈັດຕັ້ງສາກົນ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

<===>

ພົຕ ປອ ສົມຫວັງ ທໍາມະສິດ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ທົບທວນຄືນການຈັດຕັ້ງປະຕິບັດວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ຕາມແຜນແມ່ບົດແຫ່ງຊາດ ເພື່ອຄວບຄຸມຢາເສບຕິດ 2016-2020 ເຊິ່ງປະກອບດ້ວຍວຽກງານໂຄສະນາ-ສຶກສາອົບຮົມ, ວຽກງານບໍາບັດ-ປິ່ນປົວຜູ້ຕິດຢາເສບຕິດ, ວຽກງານສະກັດກັ້ນ ແລະ ເຝົ້າລະວັງການລັກລອບປູກຝິ່ນໃໝ່ຂອງປະຊາຊົນ ໃນບາງທ້ອງຖິ່ນ, ການປະຕິບັດໂຄງການພັດທະນາຊົນນະບົດ ທົດແທນການປູກຝິ່ນຄືນໃໝ່ຂອງປະຊາຊົນ ໃນບາງທ້ອງຖິ່ນ, ການປະຕິບັດໂຄງການພັດທະນາຊົນນະບົດ ແທນການປູກຝິ່ນ, ສະພາບການລັກລອບຊື້-ຂາຍ, ລໍາລຽງຂົນສົ່ງຢາເສບຕິດ, ວຽກງານປະຕິບັດມາດຕະການທາງດ້ານກົດໝາຍ ແລະ ວຽກງານສໍາຄັນອື່ນໆ.

<===>

ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນເພື່ອຊອກຫາມາດຕະການ ແລະ ວິທີການທີ່ເໝາະສົມໃນການແກ້ໄຂບັນຫາຢາເສບຕິດ ເພື່ອແນ່ໃສ່ເຮັດໃຫ້ການປະຕິບັດແຜນສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນຕໍ່ໜ້າໃຫ້ນັບມື້ໄດ້ຮັບຜົນດີ.

<===>