ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ 502

6 ເດືຶອນຕົ້ນປີ 2018 ມີຄົນເຂົ້າ-ອອກເມືອງ 7.435.514 ຄົນ, ໃນນີ້ຄົນເຂົ້າເມືອງ 3.690.480 ຄົນ ຍິງ 1.365.804 ຄົນ, ເດັກ 70.230 ຄົນ, ລວມມີ 139 ສັນຊາດ, ຄົນອອກເມືອງ 3.745.034 ຄົນ ຍິງ 1.638.823 ຄົນ, ເດັກ 69.106 ຄົນ ລວມມີ 149 ສັນຊາດ.

ພົຈວ ບຸນມີ ແສງຄໍາຢອງ

ພົຈວ ປອ ຄໍາມ້າວ ຫຼ້າຈັນເພັດ ຮອງຫົວໜ້າກົມໃຫຍ່ສັນຕິບານ ( 502 ) ໄດ້ຜ່ານບົດສະຫຼຸບວຽກງານກວດຄົນເຂົ້າ-ອອກເມືອງ, ຄຸ້ມຄອງຄົນຕ່າງປະເທດ ແລະ ຄຸ້ມຄອງການທ່ອງທ່ຽວ 6 ເດືອນຕົ້ນປີ 2018 ໃນກອງປະຊຸມກອງຜັນຂະຫຍາຍໂຄງການກວດກາ, ຄຸ້ມຄອງການເຊື່ອມໂຍງກັບຕ່າງປະເທດ ຂອງກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-28 ກັນຍາ 2018, 

ເປັນປະທານໂດຍ ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ 502 ໃຫ້ຮູ້ວ່າ:

ກົມໃຫຍ່ສັນຕິບານ ກະຊວງ ປກສ

ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບປະຕິບັດວຽກງານວິຊາສະເພາະ ເປັນຕົ້ນແມ່ນວຽກງານກວດຄົນເຂົ້າ-ອອກເມືອງ ໂດຍນໍາໃຊ້ອຸປະກອນເຕັກນິກທີ່ທັນສະໄໝເຂົ້າໃນການປະຕິບັດວຽກງານ ເພື່ອຍົກປະສິດທິພາບວຽກງານກວດຄົນເຂົ້າ-ອອກເມືອງ ມີຄວາມສະດວກວ່ອງໄວ ແລະ ມີຄວາມແຫຼມຄົມ-ຮັດກຸມທາງດ້ານວິຊາສະເພາະ, ເອົາໃຈໃສ່ກວດກາ, ຄຸ້ມຄອງ, ຊີ້ນໍາບັນດາທົ່ວປະເທດ ໂດຍສະເພາະແມ່ນດ່ານສາກົນຕາມສາຍຕັ້ງພາລະບົດບາດຊີ້ນໍາມະຫາພາກ, ຜ່ານການປະຕິບັດວຽກງານຕົວຈິງ ໃນ 6 ເດືອນຕົ້ນປີ 2018 ມີເອກະສານຂາເຂົ້າ 981 ສະບັບ, ຂາອອກ 1.464 ສະບັບ, ກວດກາຜ່ານເອກະສານຂໍວີຊາ, ດໍາເນີນທຸລະກິດ-ລົງທຶນ, ປະກອບອາຊີບ 721 ສະບັບ, ມີ 5.921 ຄົນ ຍິງ 909 ຄົນ, 63 ສັນຊາດ, 256 ບໍລິສັດ, ເຂົ້າຮ່ວມກອງປະຊຸມຢູ່ພາຍໃນ 38 ຄັ້ງ ມີຜູ້ເຂົ້າຮ່ວມ 58 ຄົນ, ເຂົ້າຮ່ວມກອງປະຊຸມຢູ່ຕ່າງປະເທດ 37 ຄັ້ງ ມີຜູ້ເຂົ້າຮ່ວມ 39 ຄົນ, ມີຄົນເຂົ້າ-ອອກເມືອງທັງໝົດ 7.435.514 ຄົນ, ໃນນີ້ມີຄົນເຂົ້າເມືອງ 3.690.480 ຄົນ ຍິງ 1.365.804 ຄົນ ເດັກ 70.230 ຄົນ, ລວມມີ 139 ສັນຊາດ; ຄົນອອກເມືອງ 3.745.034 ຄົນ ຍິງ 1.638.823 ຄົນ, ເດັກ 69.106 ຄົນ ລວມມີ 149 ສັນຊາດ, ກວດພົບບຸກຄົນບໍ່ຄົບເງື່ອນໄຂເຂົ້າ ສປປ ລາວ 10 ຄົນ ຍິງ 3 ຄົນ ມີ 10 ສັນຊາດ, ກວດພົບໜັງສືຜ່ານແດນມີອາຍຸນໍາໃຊ້ຕໍ່າກວ່າ 6 ເດືອນ 14 ຄົນ ຍິງ 1 ຄົນ ມີ 12 ສັນຊາດ, ຕໍ່ການກໍານົດການພັກເຊົາຊົ່ວຄາວທົ່ວປະເທດ 6.722 ຄົນ ຍິງ 2.144 ຄົນ ເດັກ 698 ຄົນ ມີ 31 ສັນຊາດ, ຍົກເວັ້ນຄ່າທໍານຽມ 1.973 ຄົນ ມີວີຊ່າການທູດ 7 ຄົນ, ອອກແຈ້ງການຕ່າງໆ 1.640 ສະບັບ, ຄຸ້ມຄອງບັນຊີບຸກຄົນຕ້ອງຫ້າມເຂົ້າ ສປປ ລາວ ທັງໝົດ 3.335 ຄົນ ຍິງ 225 ຄົນ ມີ 83 ສັນຊາດ, ຄົນເຂົ້າເມືອງທີ່ເອົາວີຊາກັບດ່ານທົ່ວປະເທດ ທັງໝົດ 383.417 ຄົນ ຍິງ 111.641 ຄົນ ເດັກ 24.292 ຄົນ ມີ 67 ສັນຊາດ ໃນນັ້ນຄົນເຊື້ອຊາດລາວ-ສັນຊາດຕ່າງປະເທດ 18.673 ຄົນ ຍິງ 3.421 ຄົນ ເດັກ 233 ຄົນ ແລະ ເຜົ່າມົ້ງ 667 ຄົນ ຍິງ 216 ຄົນ.

<=+=>

ທິດທາງແຜນການໃນຕໍ່ໜ້າຈະສືບຕໍ່ປັບປຸງວຽກງານກວດຄົນເຂົ້າ-ອອກເມືອງ, ຄຸ້ມຄອງຄົນຕ່າງປະເທດ ແລະ ຄຸ້ມຄອງການທ່ອງທ່ຽວແນໃສ່ແກ້ໄຂຂໍ້ຄົງຄ້າງອັດຕັນໃນການຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ, ການເປີດປະຕູສູ່ພາຍນອກ ກໍຄືການເຊື່ອມໂຍງສາກົນ ແລະ ການສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການສະເຫຼີມສະຫຼອງປີທ່ອງທ່ຽວລາວ ປີ 2018 ໃຫ້ບັນລຸໝາກຜົນຕາມຈຸດປະສົງຄາດໝາຍ.

ກອງປະຊຸມກອງຜັນຂະຫຍາຍໂຄງການກວດກາ ຄຸ້ມຄອງການເຊື່ອມໂຍງກັບຕ່າງປະເທດ