ເຈົ້າໜ້າທີ່ ປກສ ເມືອງເຊໂປນ ແຂວງສະຫວັນນະເຂດ ຕິດຕາມກຸ່ມຄົນບໍ່ດີທີ່ຕົວະຂາຍເຄື່ອງປະດັບປອມຄ້າຍຄືຄຳ ຢູ່ຂອບເຂດບ້ານນາບໍ່ ເມືອງເຊໂປນ ຈຳນວນ 3 ຄົນ ແລະ ຢຶດ ຂອງກາງວັດຖຸຄ້າຍຄືຄຳໄດ້ຫຼາຍກວ່າ 1 ກິໂລກຼາມ ໃນຕົ້ນເດືອນກັນຍາ ຜ່ານມາ.

ຄະດີດັ່ງກ່າວ, ໃນເບື້ອງຕົ້ນໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີເຄື່ອນໄຫວຊື້-ຂາຍເຄື່ອງປະດັບຄ້າຍຄືຄຳ, ຢູ່ຂອບເຂດບ້ານນາບໍ່ ເມືອງເຊໂປນ ຈາກການລົງກວດກາສະຖານທີ່ ແລະ ຕິດຕາມພຶດຕິກຳ ຈຶ່ງໄດ້ວາງແຜນເຂົ້າຈັບໃນເວລາປະມານ 8:00 ໂມງ ຂອງວັນທີ 11 ກັນຍາ 2018 ຈຳນວນ 3 ຄົນ ຊື່ທ້າວ ມີ ອາຍຸ 38 ປີ, ທ້າວ ແກ້ວ ອາຍຸ 46 ປີ ທັງ 2 ຄົນ ຢູ່ບ້ານກະເຕາະ, ເມືອງບົວລະພາ ແຂວງຄຳມ່ວນ ແລະ ທ້າວ ທອງດຳ ອາຍຸ 43 ປີ ຢູ່ບ້ານຍາງ ເມືອງພີນ ແຂວງສະຫວັນນະເຂດ, ພ້ອມຂອງກາງວັດຖຸຄ້າຍຄືຄຳ ນໍ້າໜັກຫຼາຍ ກວ່າ 1 ກິໂລກຼາມ ມາສອບສວນ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ປກສ ເມືອງເຊໂປນ ຜູ້ຖືກຫາທັງ 3 ຄົນ ຮັບສາລະພາບວ່າ: ເຄື່ອງປະດັບຈຳນວນດັ່ງກ່າວແມ່ນຂອງພວກກ່ຽວແທ້, ເຊິ່ງໄດ້ມີການຕິດຕໍ່ຊື້-ຂາຍ ໃຫ້ເຖົ້າແກ່ສັນຊາດໄທ (ບໍ່ຮູ້ຊື່) ໂດຍນັດຈຸດຊື້-ຂາຍຢູ່ເຂດດັ່ງກ່າວ, ເຊິ່ງຖືກ ເຈົ້າໜ້າ ທີ່ຈັບຕົວ. ປັດຈຸບັນ, ຄະດີດັ່ງກາວຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການ, ຖ້າຫາກວ່າ ຜູ້ໃດຫາກພົບເຫັນພຶດຕິກຳຂອງຄົນບໍ່ດີ ໃນລັກສະນະແບບນີ້ ຫຼື ແບບອື່ນໆ ທີ່ຈະສ້າງຄວາມເສຍຫາຍ ໃຫ້ກັບຊັບສິນຂອງປະຊາຊົນ ແມ່ນໃຫ້ແຈ້ງຕໍ່ເຈົ້າໜ້າທີ່ກ່ຽວຂ້ອງຢ່າງຮີບດ່ວນ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດລົງ.