ໃນອາທິດຜ່ານມາ, ກອງບັນຊາການ ປກສ ແຂວງບໍ່ແກ້ວ ສປປ ລາວ ໄດ້ເປີດກອງປະຊຸມພົບປະແລກປ່ຽນວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍກັບກອງບັນຊາການຕໍາຫຼວດແຂວງເຊິນລາ ສສ ຫວຽດນາມ ປີ 2018 ແລະ ທິດທາງແຜນການໃນປີ 2019, ນໍາໂດຍ ພັອ ປອ ຖາວອນ ອິນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ແລະ ພັອ ເຈິນ ແອງຕ໋ວນ ຫົວໜ້າກອງບັນຊາການຕໍາຫຼວດ ແຂວງເຊິນລາ ສສ ຫວຽດນາມ.

ໃນກອງປະຊຸມ, ຜູ້ແທນທັງສອງຝ່າຍໄດ້ຜ່ານບົດສະຫຼຸບໂດຍຫຍໍ້ກ່ຽວກັບວຽກງານປ້ອງກັນຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍຂອງຕົນຕໍ່ກອງປະຊຸມ ແລະ ໄດ້ຕີລາຄາຜົນການຮ່ວມມືປະສານສົມທົບຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນປີ 2018, ການຮ່ວມມືແລກປ່ຽນສະພາບທີ່ພົວພັນເຖິງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມເຂດຊາຍແດນ, ຮ່ວມມືຮັບປະກັນທາງດ້ານການເມືອງ ເພື່ອດໍາເນີນມ້າງເພ ການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ທີ່ກະຕຸກຊຸກຍູ້ປະຊາຊົນບັນດາເຜົ່າຍົກຍ້າຍແບບຊະຊາຍ, ໂຄສະນາເຜີຍແຜ່ສາດສະໜາ, ບັນຫາເຂົ້າ-ອອກເມືອງໂດຍບໍ່ຖືກຕ້ອງ, ຮ່ວມມືປະສານສົມທົບຮັບປະກັນຄວາມສະຫງົບໃນສັງຄົມ, ບັນຫາອາຊະຍາກໍາຂ້າມຊາດ, ເພີ່ມທະວີ ວຽກງານຕອບສະໜອງຂໍ້ມູນຂ່າວສານ, ຮັບໃຊ້ວຽກງານປ້ອງກັນສະກັດກັ້ນ ແລະ ຕໍ່ສູ້ມ້າງເພທໍາລາຍການຄ້າຂາຍ ແລະ ຂົນສົ່ງຢາເສບຕິດຕາມຊາຍແດນ.

ໃນຕໍ່ໜ້າ, ທັງສອງຝ່າຍຈະສືບຕໍ່ວຽກງານປ້ອງກັນຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ໂດຍສະເພາະແມ່ນການຮ່ວມມືປະສານສົມທົບຄຸ້ມຄອງ, ອໍານວຍຄວາມສະດວກໃຫ້ແກ່ພົນລະເມືອງສອງຝ່າຍດໍາເນີນທຸລະກິດ, ອອກແຮງງານ, ຮໍ່າຮຽນ ແລະ ດໍາລົງຊີວິດຢູ່ແຕ່ລະແຂວງ. ໃນກອງປະຊຸມຄະນະຜູ້ແທນທັງສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບົດບັນທຶກພົບປະແລກປ່ຽນໃນຄັ້ງນີ້ ແລະ ໄດ້ເຊັນສັນຍາກັນໃນການຮ່ວມມືໃນຊຸມປີຕໍ່ໜ້າກ່ຽວກັບວຽກງານປ້ອງກັນຄວາມສະຫງົບ ເຊິນ ລາ-ບໍ່ແກ້ວ ແລະ ບໍ່ແກ້ວ-ເຊິນລາ.