ນຳພາໂດຍ ພົຕ ສິນທະວົງ ໄຊ ຍະກອນ ຮອງລັດຖະມົນຕີກະຊວງ ປກສ
ວາງພວງມາລາໄວ້ອາໄລ ປະທານປະເທດ ສສ ຫວຽດນາມ

ໃນວັນທີ 26 ກັນຍາ 2018 ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ຄະນະນໍາກະຊວງ ປກສ ນໍາໂດຍ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ ໄດ້ນໍາພວງມາລາເຂົ້າວາງຕໍ່ໜ້າຮູບຖ່າຍຂອງສະຫາຍ ເຈິນ ດ່າຍ ກວາງ ກໍາມະການກົມການເມືອງສູນກາງພັກຄອມມູນິດ ຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ເພື່ອສະແດງຄວາມໄວ້ອາໄລຕໍ່ການຈາກໄປ ຢ່າງບໍ່ມີວັນກັບຄືນມາຂອງສະຫາຍ ທີ່ໄດ້ເສຍຊີວິດຍ້ອນພະຍາດຮ້າຍແຮງ ໃນວັນທີ 21 ກັນຍາ 2018, ລວມອາຍຸໄດ້ 62 ປີ ( ເກີດເມື່ອວັນທີ 12 ຕຸລາ 1956 -21 ກັນຍາ 2018 ).

ນໍາໂດຍ ພົຕ ສິນທະວົງ ໄຊຍະກອນ
ການສະແດງຄວາມໄວ້ອາໄລຕໍ່ການຈາກໄປຂອງ ທ່ານ ເຈິນ ດ່າຍ ກວາງ

ສະຫາຍ ເຈິນ ດ່າຍ ກວາງ ໄດ້ດໍາລົງຕໍາແໜ່ງປະທານປະເທດ ສສ ຫວຽດນາມ ໃນເດືອນເມສາ 2016; ພາຍຫຼັງທີ່ດໍາລົງຕໍາແໜ່ງຢູ່ກະຊວງພາຍໃນຂອງ ສສ ຫວຽດນາມ ເປັນເວລາ 40 ປີ ແລະ ຂຶ້ນຊື່ວ່າເປັນຜູ້ນໍາດີເດັ່ນໃນການບໍລິຫານປະເທດຕະຫຼອດມາ.

ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ຄະນະນຳ ກະຊວງ ປກສ

ສະຫາຍ ເຈິນ ດ່າຍ ກວາງ ເປັນຜູ້ໜຶ່ງທີ່ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງ ສສ ຫວຽດນາມ ໂດຍສະເພາະໃນຂົງເຂດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນປະເທດ.

ພົຕ ສິນທະວົງ ໄຊ ຍະກອນ
ເຂົ້າວາງພວງມາລາຕໍ່ໜ້າຮູບຖ່າຍຂອງສະຫາຍ ເຈິນ ດ່າຍ ກວາງ
ບັນດາຄະນະນໍາກະຊວງ ປກສ ທີ່ເຂົ້າວາງພວງມາລາ

ນອກນັ້ນ, ຍັງເປັນຜູ້ໜຶ່ງທີ່ປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຕະຫຼອດມາ.

… <> …
… <> …