ສຳເລັດການເຂົ້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ວ່າດ້ວຍ ອາຊະຍາກຳຂ້າມຊາດ ຄັ້ງທີ 18

ການຕ້ານອາຊະຍາກຳຂ້າມຊາດ

0
767
ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ວ່າດ້ວຍ ອາຊະຍາກຳຂ້າມຊາດ

ພົຈວ ສີສະຫວາດ ແກ້ວມາລາວົງ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ອາຊຽນ ວ່າດ້ວຍ ການຕ້ານອາຊະຍາກຳຂ້າມຊາດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ວ່າດ້ວຍ ການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 18 ແລະ ກອງປະຊຸມອື່ນກ່ຽວຂ້ອງທີ່ ປູຕຣາຈາຢາ ປະເທດມາເລເຊຍ ໃນລະຫວ່າງວັນທີ 23-28 ກັນຍາຜ່ານມານີ້ ຕາມຮອບວຽນ (ອາຊຽນ) 2018.

ກອງປະຊຸມດັ່ງກ່າວ, ພົຈວ ສີສະຫວາດ ແກ້ວມາລາວົງ ໄດ້ລາຍງານການຈັດຕັ້ງປະຕິບັດແຜນ ວຽກງານຕ່າງໆ ໃນໄລຍະ 1 ປີຜ່ານມາ ເຫັນວ່າ: ມີຜົນສຳເລັດເປັນຢ່າງດີ ພ້ອມນັ້ນບັນດາປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາ ຍັງໄດ້ພ້ອມກັນເເລກປ່ຽນທັດສະນະກ່ຽວກັບຄວາມພະຍາຍາມລະດັບຊາດ, ພາກພື້ນ ແລະ ສາກົນ ໃນການຕ້ານອາຊະຍາກຳຂ້າມຊາດ; ໄດ້ລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນວຽກງານທີ່ໄດ້ຮັບຮອງເອົາໃນກອງປະຊຸມຄັ້ງຜ່ານມາ ແລະ ພ້ອມກັນຄົ້ນຄວ້າແຜນວຽກງານໃນຕໍ່ໜ້າແຕ່ລະໄລຍະ ໃຫ້ມີປະສິດທິຜົນສູງຂຶ້ນໄປເລື້ອຍໆ. ນອກນັ້ນ, ສປປ ລາວ ຍັງໄດ້ສຳເລັດການເຮັດໜ້າທີ່ເປັນປະທານຮ່ວມກັບປະເທດຄູ່ເຈລະຈາ ຕາມການມອບໝາຍ.

ພ້ອມກັນນັ້ນ, ໃນກອງປະຊຸມ ຍັງໄດ້ສຳເລັດການຄົ້ນຄວ້າຮ່າງເນື້ອໃນເອກະສານຕ່າງໆ ເພື່ອເປັນເງື່ອນໄຂກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ ອາຊຽນ ວ່າດ້ວຍ ການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 12 ເຊິ່ງຈະຈັດຂຶ້ນທີ່ປະເທດມຽນມາ ເປັນເຈົ້າພາບ ຕາມຮອບວຽນຂອງອາຊຽນ.