ປກສ ແຂວງຜົ້ງສາລີ ຮ່ວມກັບ ຄຳຫຼວດນະຄອນພູເອີ

ໃນອາທິດຜ່ານມາ,  ພັອ ຄໍາເພັງ ເຈັ່ນຄໍາເຫຼັກ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ສປປ ລາວ ພ້ອມຄະນະ ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມພົບປະແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ຄັ້ງທີ VIII ປະຈໍາປີ 2018 ຢູ່ນະຄອນພູເອີ ແຂວງຢູນນານ ແຫ່ງ ສປ ຈີນ, ຕ້ອນຮັບໂດຍ ທ່ານ ວາງປິ່ນ ຮອງຫົວໜ້າກອງບັນຊາການຕໍາຫຼວດ ນະຄອນພູເອີ ພ້ອມດ້ວຍຄະນະ.

ໂອກາດນີ້, ຄະນະຜູ້ແທນທັງສອງຝ່າຍ ໄດ້ລາຍງານສະພາບການຂອງແຂວງ ໃຫ້ກັນຊາບ ເພື່ອເປັນການແລກປ່ຽນບົດຮຽນດ້ານວຽກງານວິຊາສະເພາະ, ການແກ້ໄຂສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໂດຍສະເພາະແມ່ນບັນຫາການຄ້າຂາຍຢາເສບຕິດ, ການກໍ່ອາຊະຍາກໍາຂ້າມຊາດ, ການ ຄ້າຂາຍອາວຸດເຖື່ອນ, ການລັກລອບເຂົ້າເມືອງຜິດກົດໝາຍ ແລະ ບັນຫາອື່ນໆທີ່ຜິດຕໍ່ລະບຽບກົດໝາຍຂອງສອງປະເທດ.

ເນື້ອໃນຫຼັກຂອງການແລກປ່ຽນລົດຮຽນ

ທິດທາງແຜນການໃນຊຸມປີຕໍ່ໜ້າ, ທັງສອງຝ່າຍເຫັນດີເປັນເອກະພາບສືບຕໍ່ປະຕິບັດຕາມເນື້ອໃນຈິດໃຈບົດບັນທຶກຕ່າງໆທີ່ສອງຝ່າຍ ໄດ້ເອກະພາບກັນນັບແຕ່ປີ 2012 ເປັນຕົ້ນມາ ໂດຍສະເພາະ ການຄຸ້ມຄອງຊາຍແດນ, ການຕ້ານ ແລະ ສະກັດກັ້ນການເຂົ້າເມືອງຜິດກົດໝາຍ ແລະ ການລັກລອບປະກອບອາຊີບທີ່ຜິດກົດໝາຍ ຫຼື ການກະທໍາຜິດຂ້າມຊາດ, ການຂຸດຄົ້ນຊັບພະຍາກອນທີ່ຜິດກົດໝາຍ, ເພີ່ມທະວີການຕ້ານ ແລະ ສະກັດກັ້ນອາຊະຍາກໍາຢາເສບຕິດຂ້າມຊາຍແດນ, ເອົາໃຈໃສ່ໃນການແລກປ່ຽນຂໍ້ມູນຂ່າວສານ, ຮ່ວມກັນຕໍ່ຕ້ານການຜະລິດ, ການປຸງແຕ່ງ, ການລັກລອບຂົນສົ່ງຢາເສບຕິດ ແລະ ໃຫ້ການຊ່ວຍເຫຼືອໃນຄະດີອາຊະຍາກໍາຂ້າມຊາດ, ການຊອກຈັບຜູ້ຫຼົບໜີການຄ້າມະນຸດ, ຮ່ວມມືກັນ ເພື່ອປ້ອງກັນຄວາມປອດໄພດ້ານຊີວິດ-ຊັບສິນ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນສອງຊາດ, ວິສາຫະກິດ ແລະ ອົງການຕ່າງໆຂອງສອງຝ່າຍ, ສ້າງສະພາບແວດລ້ອມທີ່ປອດໄພດີ, ສືບຕໍ່ເພີ່ມທະວີຍົກສູງການກວດກາ-ປ້ອງກັນຊາຍແດນ ລາວ-ຈີນ ຊຸກຍູ້ໃຫ້ປະຊາຊົນໄປ-ມາຫາສູ່ກັນ ແລະ ກາຍເປັນຊາຍແດນແຫ່ງມິດຕະພາບ ແລະ ການຮ່ວມມືພັດທະນາດີຂຶ້ນເລື້ອຍໆ.

ຍົກສູງການກວດກາ-ປ້ອງກັນຊາຍແດນ ລາວ-ຈີນ

ໂອກາດນີ້, ທ່ານ ຈ່າງຢຽວ ກຸ້ຍ ຫົວໜ້າກອງບັນຊາການຕໍາຫຼວດ ນະຄອນພູເອີ ແຂວງຢູນນານ ພ້ອມຄະນະ ໄດ້ມອບຮັບລົດໃຫ່ຍ 6 ຄັນ ພ້ອມອຸປະກອນຈໍານວນໜຶ່ງ ລວມມູນຄ່າ 2 ລ້ານຢວນ (ປະມານ 2 ຕື້ກີບ) ໃຫ້ແກ່ກອງບັນຊາການ ປກສ ແຂວງຜົ້ງສາລີ, ກ່າວຮັບໂດຍ ພັອ ຄໍາເພັງ ເຈັ່ນຄໍາເຫຼັກ ພ້ອມທັງສະແດງຄວາມຂອບໃຈເປັນຢ່າງຍິ່ງທີ່ທາງກອງບັນຊາການຕໍາຫຼວດ ນະຄອນພູເອີ   ໄດ້ມອບອຸປະກອນມາຊ່ວຍເຫຼືອໃນຄັ້ງນີ້, ເຊິ່ງອຸປະກອນດັ່ງກ່າວ ແມ່ນຈະນໍາເອົາໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ ໃຫ້ໄດ້ຮັບໝາກຜົນສູງຂຶ້ນເປັນກ້າວໆ.