ໃນທ້າຍອາທິດທີ່ຜ່ານມານີ້, ທາງອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ແຂວງຜົ້ງສາລີ ສົມທົບກັບເຈົ້າໜ້າທີ່ຄ້າຍຄຸມຂັງ-ດັດສ້າງ ຫຼັກ 46 ໄດ້ສຶກສາອົບຮົມນັກໂທດ-ດັດສ້າງ ເຂົ້າຮ່ວມໂດຍ ທ່ານ ໜໍ່ແສງ ແສງສົມພູ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີ ພັທ ບຸນທອງ ລາວຈຸງ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ແລະ ທ່ານ ນາງ ວັນ ຈອມວີສານ ຮອງປະ ທານສະຫະພັນແມ່ຍິງແຂວງ, ມີ ເຈົ້າ ໜ້າທີ່ປ້ອງກັນທີ່ກ່ຽວຂ້ອງ ແລະ ນັກໂທດ-ດັດສ້າງ ເຂົ້າຮ່ວມ.

ພັທ ບຸນທອງ ລາວຈຸງ ໄດ້ລາຍງານສະພາບໂດຍຫຍໍ້ວ່າ: ປັດຈຸບັນ, ມີນັກໂທດຕ້ອງຫາ-ດັດສ້າງທັງໝົດ 407ຄົນ ຍິງ 32 ຄົນ ຄື: ນັກໂທດ 304 ຄົນ ຍິງ 19 ຄົນ, ຜູ້ຖືກຫາ 85 ຄົນ ຍິງ 8 ຄົນ ຜູ້ຖືກດັດສ້າງ 18 ຄົນ. ໃນນີ້, ຕ້ອງໂທດປະຫານຊີວິດມີ 95 ຄົນ ຍິງ 4 ຄົນ, ຈໍາຄຸກຕະ ຫຼອດຊີວິດ 76 ຄົນ ຍິງ 7 ຄົນ.

ທ່ານ ໜໍ່ແສງ ແສງຊົມພູ ໄດ້ຍົກໃຫ້ເຫັນມູນເຊື້ອວັດທະນະທຳຂອງຊາດລາວ, ບັນດາມູນເຊື້ອການອອກແຮງງານ, ຜົນຮ້າຍ ແລະ ຜົນກະທົບຂອງຢາເສບຕິດ ເພື່ອເຮັດໃຫ້ບັນດານັກໂທດ, ຜູ້ຖືກດັດສ້າງໄດ້ຮັບຮູ້ ແລະ ເຂົ້າໃຈ. ພ້ອມນັ້ນ, ກໍເປັນການສຶກສາອົບຮົມ, ປູກຈິິດ ສໍານຶກໃຫ້ເຂົາເຈົ້າຮູ້ຈັກຝຶກຝົນຫຼ່ໍຫຼອມດັດປັບແນວຄິດຂອງຕົນເອງໃຫ້ກາຍເປັນພົນ ລະເມືອງດີຂອງສັງຄົມ ແລະ ຍັງເປັນການອໍານວຍຄວາມສະດວກໃຫ້ ແກ່ເຈົ້າໜ້າທີ່ຈັດແບ່ງປະເພດ ເພື່ອເປັນບ່ອນອີງແກ່ການຄົ້ນຄວ້າປະຕິບັດນະໂຍບາຍດ້ານຕ່າງໆຕໍ່ນັກ ໂທດ-ຜູ້ຖືກດັດສ້າງ ເຊິ່ງກົດລະບຽບສະບັບນີ້ ໄດ້ກຳນົດຫຼັກການ, ລະບຽບການ, ທີ່ຕັ້ງ, ສິດ, ພັນທະ ຂໍ້ຫ້າມນະໂຍບາຍ ແລະ ມາດ ຕະການຕ່າງໆ ຕໍ່ຜູ້ລະເມີດມາສຶກສາ ອົບຮົມນັກໂທດ-ຜູ້ຖືກດັດສ້າງໃຫ້ເຄື່ອນໄຫວຖືກຕາມລະບຽບການຂອງຄ້າຍວາງອອກ.

ໃນພິທີ, ທ່ານ ລາຕີ ວັນນະວົງ ເຈົ້າຂອງໂຮງງານນໍ້າດື່ມເມືອງເໜືອ ໄດ້ນໍາເອົາເຄື່ອງປິນເຕີ ຈໍານວນ 1 ຊຸດ ມູນຄ່າ 1.400.000 ກີບ ມອບໃຫ້ຄ້າຍຄຸມຂັງດັດສ້າງ ເພື່ອເປັນການຊຸກຍູ້ໃຫ້ເຈົ້າໜ້າພາຍໃນຄ້າຍຄຸມຂັງປະຕິບັດວຽກງານວິຊາສະເພາະໃຫ້ສະດວກວ່ອງໄວຂຶ້ນອີກບາດກ້າວໜຶ່ງ.