ເຂົ້າຮ່ວມໂດຍ ພັອ ປອ ສຸວັນນີ ສີສຸພາບມີໄຊ

ໂຮງຮຽນທິດສະດີການເມືອງ ປກສ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີສະຫຼອງວັນຄູແຫ່ງຊາດ ຄົບຮອບ 24 ປີ (7 ຕຸລາ 1994-7 ຕຸລາ 2018) ຂຶ້ນໃນວັນທີ 4 ຕຸລາ 2018, ເຂົ້າຮ່ວມໂດຍ ພັອ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະອໍານວຍການ, ອະດີດຫົວໜ້າອໍານວຍການ, ຄູ-ອາຈານ, ພະນັກງານອາວຸໂສບໍານານ ແລະ ສຶກສາ ເຂົ້າຮ່ວມ.

ພັທ ປອ ສຸນິລັນດອນ ກຸນລະວົງ ຮອງອຳນວຍການໂຮງຮຽນທິດສະດີການເມືອງ-ການປ້ອງຄອງ ປກສ ກ່າວວ່າ: 

ວັນທີ 7 ຕຸລາ ຫຼື ເອີ້ນວ່າ ວັນຄູແຫ່ງຊາດ ແມ່ນມີຄວາມໝາຍ-ຄວາມສຳຄັນຫຼາຍຕໍ່ກັບບັນດາຄູ-ອາຈານທົ່ວປະເທດ ທີ່ໄດ້ສືບທອດກັນມາຫຼາຍເຊັ່ນຄົນ, ເຊິ່ງຄູໝາຍເຖິງຄົນທີ່ມີຄວາມຮູ້-ຄວາມສາມາດ ແລະ ມີປະສົບການທີ່ນຳຄວາມຮູ້ຫຼາຍຮູບການນັ້ນໄປສູ່ຜູ້ອື່ນໆ ເອີ້ນວ່າ: ການສອນ-ການຮຽນ, ສຳລັບປະເທດລາວ ການສອນ ເວົ້າລວມແລ້ວ ແມ່ນການສຶກສາຖ້າທຽບໃສ່ບາດກ້າວການເລີ່ມຕົ້ນຂອງພວກເຮົາກັບການຂະຫຍາຍຕົວຂອງໂລກໃນເວລານັ້ນແມ່ນຍັງຢູ່ຫ່າງໄກຫຼາຍທີ່ສຸດ; ດັ່ງນັ້ນ, ໃນສັດຕະວັດທີ XIV ຈຶ່ງໄດ້ມີເຈົ້າຟ້າງຸ່ມ ກະສັດອົງທຳອິດຂອງລາວທີ່ໄດ້ນຳເອົາສາສະໜາພຸດ ເຂົ້າມາເຜີຍແຜ່, ເຮັດໃຫ້ປະເທດລາວມີວັດວາອາຮາມ ແລະ ຖືວ່າເປັນໂຮງຮຽນແຫ່ງທຳອິດສຳລັບເດັກນ້ອຍລາວ ທີ່ໄດ້ສົ່ງຜົນສະທ້ອນເຖິງພໍ່-ແມ່ ແລະ ເດັກນ້ອຍສູງທີ່ສຸດ ແລະ ແກ່ຍາວເປັນເວລາຫຼາຍຮ້ອຍປີ. ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງ ເຂົ້າຍຶດຄອງລາວ ປີ 1893 ເປັນຕົ້ນມາ, ພວກເຂົາໄດ້ເອົາໃຈໃສ່ໃນການຂະຫຍາຍໂຮງຮຽນຢູ່ໃນປະເທດລາວ ບໍ່ພໍເທົ່າໃດ. ມາເຖິງປີ 1905 ທົ່ວປະເທດລາວ ມີໂຮງຮຽນພຽງແຕ່ 2 ແຫ່ງ ຄື: ຫຼວງພະບາງ ແລະ ວຽງຈັນ ເຊິ່ງຄົນລາວທີ່ເຂົ້າມາຮຽນແມ່ນມີໜ້ອຍ ແລະ ໃນຈຳນວນດັ່ງກ່າວ ໄດ້ມີ “ທ້າວ ຄຳ” ໄດ້ຮຽນຈົບຫ້ອງທີ 3 (ປໍ 6).

ພັທ ປອ ສຸນິລັນດອນ ກຸນລະວົງ
ໂຮງຮຽນທິດສະດີການເມືອງ ປກສ

ມາປີ 1907 ທ້າວ ຄຳ ໄດ້ເຂົ້າຮ່ວມອົບຮົມຄູເປັນຄັ້ງທຳອິດ ໃນປະຫວັດສາດຂອງຊາດລາວ ທີ່ໄດ້ຈັດອົບຮົມຄູ, ພາຍຫຼັງການອົບຮົມສຳເລັດ ມາເຖິງວັນທີ 7 ຕຸລາ 1907 ທ້າວ ຄຳ ເລີ່ມເປັນຄູສອນ ຍ້ອນພວກລ່າເມືອງຂຶ້ນຝຣັ່ງ ເຫັນອິດທິພົນຂອງພະສົງໃນການສຶກສາ ພວກເຂົາຈຶ່ງໄດ້ຫັນເອົານະໂຍບາຍ ເພື່ອຜັນຂະຫຍາຍໂຮງຮຽນໃຫ້ກວ້າງອອກກວ່າເກົ່າ ດ້ວຍຮູບການເປີດໃຫ້ມີໂຮງຮຽນສ້າງຄູພະສົງຂຶ້ນ ໃນປີ 1907 ທີ່ວັດຈັນ ປະກອບມີພະສົງ 50 ກວ່າອົງ ໄດ້ເຂົ້າຮຽນ ແລະ ທ້າວ ຄຳ ກໍໄດ້ສອນຢູ່ໂຮງຮຽນແຫ່ງນັ້ນ ຍ້ອນຈິດໃຈຮັກຊາດຂອງນາຍຄູຄຳ, ໃນເວລາສອນຢູ່ໂຮງຮຽນສ້າງຄູພະສົງ ນາຍຄູຄຳ ເອົາໃຈໃສ່ສຶກສາໃຫ້ພະສົງທີ່ຈະເປັນຄູໃຫ້ມີຄວາມຮັກຊາດລາວ ບໍ່ໃຫ້ຊາດລາວເສື່ອມເສຍເປັນສັນຊາດຝຣັ່ງ.

ປີ 1913 ນາຍຄູຄຳ ໄດ້ສອນຢູ່ໂຮງຮຽນຕັບໂຟແລງ (ປີເອຕັບໂຟແລງ) ລວມມີຄູລາວ 3 ຄົນ, ມາເຖິງກາງເດືອນພະຈິກ 1920 ຂະບວນການຕໍ່ສູ້ຂອງປະຊາຊົນລາວ ນຳໂດຍນາຍຄູຄຳ ໄດ້ລະເບີດຂຶ້ນຢູ່ວຽງຈັນ, ການຕໍ່ສູ້ໄດ້ດຳເນີນຢ່າງຮຸນແຮງໃນລະຫວ່າງການຕໍ່ສູ້ ນາຍຄູຄຳ ໄດ້ຖືກພວກຝຣັ່ງ ຈັບຕົວໄປຂັງຄຸກໃນໄລຍະໜຶ່ງ ແຕ່ນາຍຄູຄຳ ກໍໄດ້ໂຕນອອກຈາກຄຸກແລ້ວຂ້າມແມ່ນໍ້າຂອງໄປອາໄສຢູ່ນຳພີ່ນ້ອງທີ່ບາງກອກ ປະເທດໄທ, ມາປີ 1949 ນາຍຄູຄຳ ໄດ້ເຈັບປ່ວຍຍ້ອນພະຍາດ ແລະ ໄດ້ເສຍຊີວິດລົງທີ່ວັດສີທາລາມ ປະເທດໄທ. ນັບແຕ່ນັ້ນມາ, ເພື່ອເຮັດໃຫ້ຄວາມສຳນຶກເຖິງຄຸນງາມຄວາມດີອັນລໍ້າຄ່າຂອງນາຍຄູຄຳ ແລະ ຄູທົ່ວສັງຄົມໄດ້ກາຍມາເປັນພຶດຕິກຳຕົວຈິງ, ຈຶ່ງມີຄວາມຈຳເປັນທີ່ກຳນົດໃຫ້ມີວັນຄູແຫ່ງຊາດລາວ ໂດຍກຳນົດເອົາວັນເຂົ້າຮັບລາດຊະການຂອງນາຍຄູຄຳ ເຊິ່ງແມ່ນຄູຜູ້ມີສັນຊາດລາວ ຄົນທຳອິດ ໃນວັນທີ 7 ຕຸລາ ປີ 1994 ເປັນວັນຄູແຫ່ງຊາດ ຂອງທຸກໆປີ.

ບັນດາຜູ້ເຂົ້າຮ່ວມຈາກ ໂຮງຮຽນທິດສະດີການເມືອງ ປກສ

ນອກຈາກນັ້ນ, ໃນວັນດຽວກັນ ຫ້ອງການສຶກສາທິການ ແລະ ກິລາ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກໍໄດ້ມີການສະຫຼອງວັນຄູແຫ່ງຊາດ ຄົບຮອບ 24 ປີ, ເຂົ້າຮ່ວມໂດຍ ທ່ານ ວຽງຄໍາ ສີຫາໂຄດ ຮອງເຈົ້າເມືອງໆນາຊາຍທອງ, ມີຮັກສາການຫົວໜ້າຫ້ອງການ, ຮອງຫ້ອງການ, ຄູ-ອາຈານ, ນ້ອງນັກຮຽນຈາກໂຮງຮຽນຕ່າງໆ ແລະ ພະນັກງານ ເຂົ້າຮ່ວມ.