ຫ້ອງວ່າການ ເຜີຍແຜ່ຄຳແນະນຳກ່ຽວກັບ ຮູບແບບ-ການຮ່າງເອກະສານທາງການ ຊຸດທີ II

0
3278
ທ່ານ ພັອ ກຽງຄຳ ອິນແພງທະວົງ

ຫ້ອງວ່າການ ກະຊວງ ປກສ ໄດ້ຈັດກອງປະຊຸມເຜີຍແຜ່ຄໍາແນະນໍາກ່ຽວກັບ ຮູບແບບ ແລະ ການຮ່າງເອກະສານທາງການ ຊຸດທີ II ຂຶ້ນໃນວັນທີ 5 ຕຸລາ 2018 ເພື່ອໃຫ້ບັນດາຫົວໜ້າ-ຮອງກົມ, ຫົວໜ້າ-ຮອງພະແນກ ແລະ ພະນັກງານຫຼັກແຫຼ່ງທົ່ວຫ້ອງວ່າການ ມີຄວາມເປັນເອກະພາບຕໍ່ການຈັດຕັ້ງປະຕິບັດວຽກງານການຮ່າງເອກະສານທາງການຕົວຈິງ.

ພະນັກງານ ຫ້ອງວ່າການ ປະຊວງ ປກສ

ເປັນປະທານເຜີຍແຜ່ໂດຍ ພັອ ກຽງຄໍາ ອິນແພງທະວົງ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ໂດຍທ່ານໄດ້ໃຫ້ຮູ້ກ່ຽວກັບ 

ປະທານກອງປະຊຸມເຜີຍແຜ່ຄຳແນະນຳ

ດຳລັດ ວ່າດ້ວຍ ເອກະສານທາງການ ສະບັບເລກທີ 239/ລບ ລົງວັນທີ 13 ສິງຫາ 2015 ປະກອບ ມີ 7 ໝວດ 35 ມາດຕາ ເຊິ່ງໃນມາດຕາ 8 ການຄຸ້ມຄອງເອກະສານເຂົ້າ-ອອກ ໄດ້ລະບຸວ່າ: ການຄຸ້ມຄອງເອກະສານເຂົ້າ-ອອກ ແມ່ນການຕິດຕາມ, ກວດກາ, ຊຸກຍູ້, ແຈກຢາຍເອກະສານທາງການໃນການຈັດຕັ້ງຂອງຕົນໃຫ້ຊັດເຈນ, ວ່ອງໄວ, ປອດໄພ, ມີປະສິດທິຜົນ ແລະ ນຳໃຊ້ອຸປະກອນທັນສະໄໝເຂົ້າໃນການຄຸ້ມຄອງເອກະສານທາງການ ລວມທັງຮັບປະກັນການຮັກສາຄວາມລັບຕາມແຕ່ລະກໍລະນີ.

ພັອ ກຽງຄໍາ ອິນແພງທະວົງ
ພະນັກງານຫ້ອງວ່າການ ກະຊວງ ປກສ

ນອກນັ້ນ, ຍັງໄດ້ເຜີຍແຜ່ເອກະສານຄໍາແນະນໍາ ເລກທີ 2565 /ຫວ ລົງວັນທີ 30 ສິງຫາ 2018 ກ່ຽວກັບ ຮູບແບບເອກະສານ ແລະ ການຮ່າງເອກະສານທາງການ ໃນກໍາລັງ ປກສ; ຂໍ້ຕົກລົງເລກທີ 2697/ຫວ ລົງວັນທີ 11 ກັນຍາ 2018 ວ່າດ້ວຍ ການຄຸ້ມຄອງ ແລະ ບໍລິຫານເອກະສານທາງການຂອງ ຫ້ອງວ່າການ ກະຊວງ ປກສ.

ການຂຶ້ນກ່າວເອກະສານຄຳແນະນຳ
ບັນດາຜູ້ເຂົ້າຮ່ວມຈາກ ຫ້ອງວ່າການ ກະຊວງ ປກສ