ກົດໝາຍ ວ່າດ້ວຍ ກາປະກັນສຸຂະພາບ

ກະຊວງສາທາລະນະສຸກ ຈັດກອງປະຊຸມກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ ວ່າດ້ວຍ ການປະກັນສຸຂະພາບ ໃນລະຫວ່າງວັນທີ 15-16 ຕຸລາ 2018, ທີ່ລີສອດ ແຫຼວຄໍາປະເສີດ ແຂວງວຽງຈັນ, ໂດຍມີ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຫົວໜ້າພະແນກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສົມພັນ ແພງຄໍາມີ ກ່າວວ່າ: 

<—>

ກອງປະຊຸມກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ ວ່າດ້ວຍ ການປະກັນສຸຂະພາບ ໃນຄັ້ງນີ້ ມີ VIII ພາກ 7 ໝວດ 80 ມາດຕາ ເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາວຽກງານປະກັນສຸຂະພາບ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວເປັນລະບົບ, ມີຄຸນນະພາບ, ມີປະສິດທິພາບ ແລະ ປະສິດທິຜົນ; ແນໃສ່ຮັບປະກັນໃຫ້ພົນລະເມືອງລາວ ໄດ້ຮັບການປະກັນສຸຂະພາບ, ເຂົ້າເຖິງການບໍລິການປິ່ນປົວຢ່າງສະເໝີພາບ, ເປັນທໍາ ແລະ ທົ່ວເຖິງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເປັນຕົ້ນແມ່ນ ມາດຕາ 9 ລະບົບການປະກັນສຸຂະພາບ.

ການປະກັນສຸຂະພາບ ມີລະບົບດັ່ງນີ້: 

  1. ການປະກັນສຸຂະພາບປະຊາຊົນ
  2. ການປະກັນສຸຂະພາບໃນລະບົບປະກັນສັງຄົມ
  3. ການປະກັນສຸຂະພາບໃນລະບົບປະກັນໄພ
ກອງປະຊຸມກວດກາເນື້ອໃນຮອບດ້ານ

ມາດຕາ 10 ການປະກັນສຸຂະພາບປະຊາຊົນ ແມ່ນການຮັບປະກັນໃຫ້ພົນລະເມືອງລາວ ທີ່ບໍ່ແມ່ນສະມາຊິກອົງການປະກັນສັງຄົມແຫ່ງຊາດ ໄດ້ເຂົ້າເຖິງການບໍລິການປິ່ນປົວດ້ວຍການສົມທົບເງິນຮ່ວມກັບເງິນສົມທົບລັດຖະບານ, ສໍາລັບຜູ້ທຸກຍາກນັ້ນໄດ້ຮັບການຍົກເວັ້ນການມອບເງິນສົມທົບເຂົ້າກອງທຶນປະກັນສຸຂະພາບແຫ່ງຊາດ ແລະ ກໍຍັງໄດ້ຮັບຜົນປະໂຫຍດທີ່ບໍ່ແມ່ນທາງດ້ານການແພດ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 21 ຂອງກົດໝາຍສະບັບນີ້.

ມາດຕາ 11 ການປະກັນສຸຂະພາບໃນລະບົບປະກັນສັງຄົມ ແມ່ນການຮັບປະກັນໃຫ້ຜູ້ມີສິດປິ່ນປົວສຸຂະພາບ ຂອງຜູ້ປະກັນຕົນໃນລະບົບດັ່ງກ່າວ ໄດ້ຮັບການບໍລິການປິ່ນປົວດ້ວຍການສະໜອງເງິນອຸດໜູນປະກັນສຸຂະພາບ ຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍ ວ່າດ້ວຍ ການປະກັນສັງຄົມ.