ປັດຈຸບັນ, ບັນຫາການຄ້າມະນຸດ ຍັງສືບຕໍ່ເກີດຂຶ້ນດ້ວຍຫຼາຍຮູບການ, ວິທີການ ເປັນຕົ້ນແມ່ນການຕົວະຍົວະຫຼອກລວງໄປທ່ອງທ່ຽວ, ໄປຂາຍເຄື່ອງ, ເສີບອາຫານ ແລະ ຂົນຂວາຍເອົາແມ່ຍິງໄປແຕ່ງດອງກັບຄົນຕ່າງປະເທດ ເຊິ່ງໄດ້ເກີດຂຶ້ນເກືອບທຸກໆແຂວງຂອງ ສປປ ລາວ; ໃນນີ້, ມີແຮງງານລາວໄປອອກແຮງງານຢູ່ປະເທດໄທ ເຊິ່ງມີຄວາມສ່ຽງຕໍ່ບັນຫາການຄ້າມະນຸດ ມີຈໍານວນ 7.767 ຄົນ ຍິງ 4.036 ຄົນ.

ພັອ ປອ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ

ກອງປະຊຸມສະຫຼຸບວຽກງານຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດທົ່ວປະເທດ ປະຈໍາປີ 2018 ແລະ ວາງທິດທາງແຜນການປີ 2019 ຂອງ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃນວັນທີ 15 ຕຸລາ 2018, ໂດຍການເຂົ້າຮ່ວມຂອງ ພັອ ປອ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ທັງເປັນປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ມີຄະນະພັກ-ຄະນະກົມ, ຫ້ອງ, ຕາງໜ້າຈາກກອງບັນຊາການ ປກສ ແຂວງ, ປກສ ນະຄອນຫຼວງ, ແຂກຮັບເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ຈັນເພັດ ໄຊສົມບູນ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກ່າວວ່າ: 

ໃນປັດຈຸບັນ, ບັນຫາການຄ້າມະນຸດ ເປັນບັນຫາໜຶ່ງທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ຢູ່ໃນສັງຄົມ ກໍຄື ສປປ ລາວ ດ້ວຍຫຼາຍຮູບການ, ວິທີການ 

ພັທ ຈັນເພັດ ໄຊສົມບູນ
ພັທ ຈັນເພັດ ໄຊສົມບູນ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ

ເປັນຕົ້ນແມ່ນ ການຂົນຂວາຍເອົາແມ່ຍິງລາວໄປແຕ່ງດອງກັບຄົນຕ່າງປະເທດ ໂດຍບໍ່ຖືກຕ້ອງຕາມກົດໝາຍ ດ້ວຍຮູບການໝັ້ນໝາຍວາງຄ່າດອງ ແລ້ວກໍແລ່ນເອກະສານເດີນທາງໄປຕ່າງປະເທດ ໂດຍສະເພາະໄປ ສປ ຈີນ ແມ່ນຍັງສືບຕໍ່ ແລະ ແຜ່ລາມໄປທົ່ວປະເທດ, ໂດຍໄດ້ມີແມ່ຍິງລາວທີ່ຖືກຕົວະຍົວະເຂົ້າໄປ ສປ ຈີນ ທັງໝົດປະມານ 3.000 ຄົນ ( ຈາກຕົວເລກຍັງບໍ່ເປັນທາງການ ) ແລະ ມີແມ່ຍິງລາວປະສານມາທາງໂທລະສັບ ແລະ ທາງວີແຊັດມາຫ້ອງການກົງສູນລາວ ທີ່ປະຈໍາຢູ່ຊຽງຮຸ່ງ ເພື່ອຂໍຄວາມຊ່ວຍເຫຼືອ ແລະ ໄດ້ສົ່ງກັບ ສປປ ລາວ ປະມານ 600 ກວ່າຄົນ; ປັດຈຸບັນ ສະຖານກົງສູນໃຫຍ່ຂອງ ສປປ ລາວ ທີ່ປະຈໍາຢູ່ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ-ເດັກນ້ອຍ ໄດ້ດໍາເນີນສົ່ງກັບຄືນ ສປປ ລາວ ຈໍານວນ 150 ກວ່າຄົນ, ຜູ້ຖືກເຄາະຮ້າຍສ່ວນຫຼາຍ ແມ່ນຖືກຕົວະໄປແຕ່ງດອງກັບຄົນຈີນ, ໄປຢ້ຽມຢາມຄອບຄົວຝ່າຍຊາຍກ່ອນການແຕ່ງດອງ, ໄປທ່ຽວ, ໄປອອກແຮງງານ. ພ້ອມນັ້ນ, ຍັງມີແຮງງານລາວໄປອອກແຮງງານຢູ່ປະເທດໄທ ເຊິ່ງມີຄວາມສ່ຽງຕໍ່ບັນຫາການຄ້າມະນຸດ ມີຈໍານວນ 7.767 ຄົນ ຍິງ 4.036 ຄົນ, ເສັ້ນທາງໃນການຄ້າມະນຸດ ແມ່ນຢູ່ຕາມບັນດາແຂວງທີ່ມີຊາຍແດນຕິດຈອດກັບບັນດາປະເທດໃກ້ຄຽງ ເຊັ່ນ: ສປ ຈີນ, ໄທ. ນອກນັ້ນ, ພຶດຕິກໍາທີ່ມີຄວາມສ່ຽງຕໍ່ການຄ້າມະນຸດ ແມ່ນການຄ້າໂສເພນີ ຍັງສືບຕໍ່ເກີດຂຶ້ນຢູ່ຕາມຮ້ານອາຫານ, ຮ້ານບັນເທີງ, ໂຮງແຮມ, ເຮືອນພັກ ເຊິ່ງປັດຈຸບັນມັນໄດ້ແຜ່ລາມໄປຢ່າງກວ້າງຂວາງໃນທົ່ວປະເທດ.

ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ

ອີງຕາມຕົວເລກທີ່ສົ່ງກັບຈາກ ສປ ຈີນ ຂອງຜູ້ຖືກເຄາະຮ້າຍຈາກບັນຫາການແຕ່ງດອງແອບແຝງກັບຄົນຈີນ ຫຼາຍກວ່າໝູ່ແມ່ນ ແຂວງຫົວພັນ, ບໍລິຄໍາໄຊ ແລະ ນະຄອນຫຼວງວຽງຈັັນ; ຄົນລາວໄປອອກແຮງງານຢູ່ປະເທດໄທ ທີ່ສົ່ງກັບປະເທດເປັນທາງການຈາກປະເທດໄທ ໃນ 6 ເດືອນຕົ້ນປີ 2018 ຫຼາຍກວ່າໝູ່ແມ່ນ ແຂວງບໍ່ແກ້ວ, ບໍລິຄໍາໄຊ ແລະ ແຂວງຊຽງຂວາງ; ສ່ວນການສົ່ງກັບປະເທດບໍ່ເປັນທາງການຈາກປະເທດໄທ ໃນຂອບເຂດທົ່ວປະເທດ ຈໍານວນ 68 ຄົນ ຍິງ 57 ຄົນ.

ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ