ກອງປະຊຸມຄົ້ນຄວ້າວິທະຍາສາດ ວຽກງານຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນ ໄດ້ຈັດຂຶ້ນໃນວັນທີ 9 ຕຸ ລາ 2018, ໂດຍການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າ ແຂວງໆບໍລິຄໍາໄຊ, ມີ ພົຈວ ປອ ທອງ ສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ພ້ອມ ດ້ວຍຄະນະກົມຕໍາຫຼວດຈະລາຈອນ, ຫົວໜ້າກອງບັນຊາການ ປກຊ -ປກສ ແຂວງ, ເມືອງ, ອໍານາດການປົກຄອງເມືອງ, ພະແນກການອ້ອມຂ້າງ, ອົງ ການຈັດຕັ້ງທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັອ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາ ໄຊ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາສະພາບການເກີດອຸບັດຕິເຫດຕາມທ້ອງຖະໜົນ ພ້ອມທັງທິດທາງແຜນ ການ ແກ້ໄຂຕໍ່ກັບບັນຫາດັ່ງກ່າວ, ເຊິ່ງໄດ້ຍົກໃຫ້ເຫັນສະພາບຈຸດພິເສດທີ່ພົວພັນ ເຖິງສາເຫດຂອງການເກີດອຸບັດຕິເຫດ, ສະພາບການລະເມີດກົດລະບຽບການສັນຈອນທີ່ພາໃຫ້ເກີດອຸບັດຕິເຫດ ສ່ວນໃຫຍ່ແມ່ນຍ້ອນຜູ້ໃຊ້ລົດ-ໃຊ້ຖະໜົນຍັງຂາດສະຕິເປັນເຈົ້າການໃນການປະຕິບັດຂໍ້ກໍານົດກົດລະບຽບ ແລະ ກົດ ໝາຍທີ່ພົວພັນເຖິງຄວາມປອດໄພທາງ ທ້ອງຖະໜົນ, ເກີດຈາກສະພາບເຕັກນິກຂອງລົດບໍ່ຮັບປະກັນ ມີການດັດ ແປງສະພາບເຕັກ ນິກ, ນໍາເອົາລົດເກົ່າມາ ນໍາໃຊ້ ເຊິ່ງບໍ່ຮັບປະກັນທາງດ້ານເຕັກນິກການນໍາໃຊ້, ອີກໜຶ່ງບັນຫາແມ່ນ ເກີດຈາກສະພາບເສັ້ນທາງຍັງເປ່ເພ, ເປັນບວກ ເປັນຂຸມ, ຄັບແຄບ ແລະ ຄົດໂຄ້ງເກີນໄປ, ເຄື່ອງໝາຍສັນຍາລັກ ການສັນຈອນບາງບ່ອນເສຍຫາຍ ຕາມໄລຍະເວລາຂອງນໍາໃຊ້ ບາງບ່ອນ ລືບ ຫຼື ບໍ່ມີ ເຮັດໃຫ້ທັດສະນະການເບິ່ງເຫັນຂອງນັກຂັບຂີ່ບໍ່ສາມາດແນມເຫັນ ແລະ ຮູ້ໄດ້; ຜ່ານການຕີລາຄາການເກີດອຸບັດຕິເຫດຕາມທ້ອງຖະໜົນ ໃນໄລ ຍະ 6 ເດືອນຕົ້ນປີ 2018 ມີອຸບັດຕິເຫດເກີດຂຶ້ນທັງໝົດ 128 ຄັ້ງ, ມີຜູ້ເສຍຊີວິດ 30 ຄົນ, ທຽບໃສ່ 6 ເດືອນ ທ້າຍປີ 2017 ເຫັນວ່າອຸບັດຕິເຫດຫຼຸດລົງ 23 ຄັ້ງ ເທົ່າກັບ 8,24%, ມີຜູ້ເສຍຊີວິດຫຼຸດລົງ 6 ຄົນ, ເທົ່າກັບ 9,09%.

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ປຶກສາຫາລືການແກ້ໄຂອຸບັດຕິເຫດຢູ່ທ້ອງຖະໜົນ ໂດຍໃຫ້ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ເອົາໃຈໃສ່ວຽກງານໂຄສະນາ, ສຶກສາອົບຮົມຜູ້ໃຊ້ລົດ-ໃຊ້ຖະໜົນເປັນຫຼັກ ໂດຍສົມທົບກັບບັນດາອົງການຈັດຕັ້ງ ແລະ ອໍານາດການປົກຄອງທຸກພາກສ່ວນເປັນເຈົ້າການຮ່ວມກັນໃນການສຶກສາອົບຮົມບັນດາກຸ່ມເປົ້າໝາຍຜູ້ໃຊ້ລົດ-ໃຊ້ ຖະໜົນ, ບັງຄັບໃຊ້ບັນດານິຕິກໍາຕ່າງໆທີ່ພົວພັນເຖິງຄວາມປອດໄພໃຫ້ເຂັ້ມງວດ ແລະ ມີຄວາມເປັນເອກະພາບ, ພ້ອມທັງປູກຈິດສໍານຶກໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະໜົນໃຫ້ເຫັນເຖິງໂທດທີ່ຈະຕາມມາ ເມື່ອເກີດອຸບັດຕິເຫດ, ເອົາໃຈ ໃສ່ກວດກາພາຫະນະ, ກວດກາຜູ້ຂັບຂີ່ຕ້ອງເຮັດປະຈໍາຕໍ່ເນື່ອງ ແລະ ລຽນຕິດ, ກໍ່ສ້າງເສັ້ນທາງຕ້ອງໃຫ້ຖືກຕ້ອງຕາມເຕັກນິກ ແລະ ຮັບປະກັນຄວາມປອດໄພ ພ້ອມທັງຕິດຕັ້ງກ້ອງວົງຈອນປິດ ແລະ ກ້ອງຈັບຄວາມໄວໃສ່ບໍລິເວນທີ່ມີຄວາມຈໍາເປັນ. ນອກນັ້ນ, ຍັງໄດ້ຮັບຟັງການຜ່ານເອກະສານໂຄງການຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນ ແລະ ເອກະສານແຜນດໍາເນີນງານການຈັດຕັ້ງປະຕິ ບັດຫຼຸດຜ່ອນອຸບັດຕິເຫດທາງທ້ອງຖະໜົນ; ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ຜັດປ່ຽນກັນຂື້ນປະກອບຄໍາຄິດ, ຄໍາເຫັນຢ່າງກົງໄປກົງມາ, ລະອຽດ ແລະ ຮັດກຸມ ເພື່ອຊອກໄດ້ ສາ ເຫດ ແລະ ວິທີແກ້ໄຂໃນການຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ບັນຫາການເກີດອຸບັດຕິເຫດຫຼຸດໜ້ອຍຖອຍລົງ ແລະ ໝົດໄປເທື່ອລະກ້າວ.