ກຽມສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ – ຖານທີ່ໝັ້ນປະຕິວັດລາວ ຄົບຮອບ 50 ປີ

0
1664
ຖະແຫຼງຂ່າວການກະກຽມສະເຫຼີມສະຫຼອງ

ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົບກ່ຽວກັບ ການກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ – ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ( 30 ພະຈິກ 1968-30 ພະຈິກ 2018 ) ໃນວັນທີ 16 ຕຸລາ ຜ່ານມາ, ເພື່ອເຮັດໃຫ້ວັນທີ່ມີຄວາມໝາຍ-ຄວາມສໍາຄັນນີ້ ເປັນບັນຍາກາດຟົດຟື້ນມ່ວນຊື່ນ ໂດຍມີຄະນະພັກ-ຄະນະນໍາ, ຫົວໜ້າສະຖາບັນຄົ້ນຄວ້າ, ຮອງລັດຖະມົນຕີບັນດາກະຊວງ ແລະ ພາກສ່ວນທຸລະກິດ ເຂົ້າຮ່ວມ.

ທ່ານຮອງປະທານປະເທດ ກ່າວວ່າ: 

ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ – ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ໃຫ້ເປັນບັນຍາກາດຟົດຟື້ນ, ສະເພາະປີນີ້ພັກ-ລັດຖະບານ ຈະໄດ້ຈັດພິທີສະເຫຼີມສະຫຼອງວັນດັ່ງກ່າວຢ່າງເປັນທາງການ ໃນວັນທີ 30 ພະຈິກ 2018 

ທ່ານ ພັນຄໍາ ວິພາວັນ
ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ

ໂດຍການໂຮມຊຸມນຸມໃຫຍ່ທີ່ເມືອງວຽງໄຊ ເຊິ່ງຈຸດປະສົງໃນການສະເຫຼີມສະຫຼອງຄັ້ງນີ້ ແມ່ນເພື່ອເປັນການຫວນຄືນມູນເຊື້ອຄວາມປີຊາສາມາດ, ຄວາມສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ໃນການນໍາພາປະຕິວັດ, ເປັນການລະນຶກເຖິງໄຊຊະນະອັນຍິ່ງໃຫຍ່ຂອງກອງທັບ ແລະ ປະຊາຊົນລາວ ກໍຄືຜົນງານອັນລໍ້າເລີດ ແລະ ຄຸນງາມຄວາມດີຂອງການນໍາຮຸ່ນກ່ອນ ໂດຍສະເພາະແມ່ນປະທານ ໄກສອນ ພົມວິຫານ ແລະ ບັນດາຜູ້ນໍາທ່ານອື່ນໆ ທີ່ໄດ້ນໍາພາພາລາກິດປະຕິວັດ ຕໍ່ສູ້ປົດປ່ອຍຊາດ ຍາດເອົາຄວາມເປັນເອກະລາດມາໃຫ້ປະຊາຊົນລາວບັນດາເຜົ່າ ໂດຍມີເມືອງວຽງໄຊ ເປັນຖານທີ່ໝັ້ນອັນແຂງແກ່ນໃນເວລານັ້ນ ເພື່ອເປັນການໂຄສະນາ, ສຶກສາອົບຮົມພະນັກງານສະມາຊິກພັກ, ນັກຮົບ, ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນຄົນຮຸ່ນໃໝ່ໃຫ້ເຂົ້າໃຈຢ່າງຈະແຈ້ງ ແລະ ເລິກເຊິ່ງເຖິງເສັ້ນທາງກ້າວເດີນອັນລະອິດລະອ້ຽວຂອງການປະຕິວັດ, ມູນເຊື້ອຕໍ່ສູ້ມີໄຊ ແລະ ການນໍາພາອັນສະຫຼາດສ່ອງໃສຂອງພັກເຮົາ ກໍຄືການຮໍ່າຮຽນເອົາແບບຢ່າງອັນໃສແຈ້ງແຫ່ງຄຸນສົມບັດສິນທໍາປະຕິວັດອັນສູງສົ່ງຂອງບັນ, ຜູ້ນໍາພັກ-ລັດແນໃສ່ຍົກສູງຄວາມເຊື່ອໝັ້ນ, ຄວາມຕັດສິນໃຈປົກປັກຮັກສາໝາກຜົນຂອງການປະຕິວັດ, ສ້າງສາພັດທະນາປະເທດຊາດ ກ້າວສູ່ຈຸດໝາຍສັງຄົມນິຍົມ.

ຄະນະພັກ-ຄະນະນໍາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ

ສໍາລັບກິດຈະກໍາການສະເຫຼີມສະຫຼອງຄັ້ງນີ້ ປະກອບມີຫຼາຍກິດຈະກໍາ ເປັນຕົ້ນແມ່ນການຈັດພິທີໂຮມຊຸມນຸມໃຫຍ່ ໃນວັນທີ 30 ພະຈິກ 2018, ຈັດງານວາງສະແດງຮູບພາບຢູ່ນະຄອນຫຼວງວຽງຈັນ ແລະ ຢູ່ຖໍ້າຊ້າງລອດ ເມືອງວຽງໄຊ, ຈັດຕັ້ງປາຖະກະຖາເລົ່າຄືນມູນເຊື້ອ ເມືອງວຽງໄຊ ຕິດພັນກັບມູນເຊື້ອການປະຕິວັດລາວ, ຈັດການປະກວດບົດປະດິດຄິດ ແຕ່ງຕ່າງໆກ່ຽວກັບ ເມືອງວຽງໄຊ, ຈັດຂະບວນການຄາລະວານ ປະກອບມີ 4 ຂະບວນໃຫຍ່ຄື: ຂະບວນແມ່ຍິງ, ຊາວໜຸ່ມ, ກໍາມະບານ ແລະ ຂະບວນຄະນະຮັບຜິດຊອບ.