ລາວ – ເກົາຫຼີ ສຳມະນາປ້ອງກັນອັກຄີໄພ

0
976
ທ່ານ ກິມ ກວາງ ຊຸນ ປະທານສະມາຄົມສືບສວນການເກີດອັກຄີໄພຂອງ ສ ເກົາຫຼີ

ໃນວັນທີ 19 ຕຸລາ 2018, ສປປ ລາວ ໄດ້ຈັດກອງປະຊຸມຮ່ວມສໍາມະນາກັບ ສ ເກົາຫຼີ ກ່ຽວກັບ ການປ້ອງກັນອັກຄີໄພທີ່ໂຮງແຮມເມືອງແທງ ນະຄອນຫຼວງວຽງຈັນ, ຝ່າຍລາວນໍາໂດຍ ພັທ ບໍລິວົງ ວົງຫຼວງລາດ ຮອງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ ຝ່າຍ ສ ເກົາຫຼີ ນໍາໂດຍ ທ່ານ ກິມ ກວາງ ຊຸນ ປະທານສະມາຄົມສືບສວນການເກີດອັກຄີໄພຂອງ ສ ເກົາຫຼີ ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.

ສຳມະນາປ້ອງກັນອັກຄີໄພ

ໃນກອງປະຊຸມຮ່ວມມືລະຫວ່າງສອງຝ່າຍໃນຄັ້ງນີ້, ກໍເພື່ອສົ່ງເສີມການຮ່ວມມືລະຫວ່າງ ສອງປະເທດສອງກະຊວງ ໂດຍສະເພາະແມ່ນລົງເລິກໃນຂົງເຂດວຽກງານປ້ອງກັນ ແລະ ສະກັດກັ້ນອັກຄີໄພ.

ສຳມະນາປ້ອງກັນອັກຄີໄພ

ນອກນັ້ນ, ຍັງໄດ້ແລກປ່ຽນວຽກງານອື່ນໆ ເປັນຕົ້ນແມ່ນ ລະບຽບກົດໝາຍ ແລະ ວິທີດໍາເນີນງານຕ່າງໆ ໂດຍສະເພາະແມ່ນຄະດີເກີດອັກຄີໄພຢູ່ ສ ເກົາຫຼີ, ວິທີການສືບສວນອັກຄີໄພ, ການສົມທຽບລະບົບການສືບສວນ-ສອບສວນ ຢູ່ ສ ເກົາຫຼີ ແລະ ສະຫະລັດອາເມລິກາ; ບັນຫາທີ່ເກີດອັກຄີໄພຢູ່ໃນປັດຈຸບັນນີ້ກ່ຽວກັບ ລະບົບການສືບສວນ ຢູ່ໃນ ສ ເກົາຫຼີ ແລະ ການນໍາໃຊ້ເຕັກນິກວິທະຍາສາດເຂົ້າຮ່ວມປະກອບສ່ວນສືບສວນ-ສອບສວນການເກີດອັກຄີໄພ ແລະ ການແນະນໍາ-ນໍາສະເໜີກ່ຽວກັບທິດທາງໃນການຮ່ວມມືລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ.

ລາວ – ເກົາຫຼີ

ສະເພາະໃນກອງປະຊຸມມື້ນີ້, ທັງສອງຝ່າຍ ແມ່ນໄດ້ຮ່ວມກັນຄົ້ນຄ້ວາກ່ຽວກັບ ການສືບສວນອັກຄີໄພ ຢູ່ ລາວ ແລະ ສ ເກົາຫຼີ, ຄົ້ນຄວ້າຫາວິທີປ້ອງກັນ ແລະ ສະກັດກັ້ນອັກຄີໄພໃຫ້ໄດ້ຮັບການພັດທະນາຂຶ້ນໄປເລີຍ.