ປະທານພິທີສະເຫຼີມສະຫຼອງ ວັນສະຫະປະຊາຊາດ
ວັນສະຫະປະຊາຊາດ

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສະຫະປະຊາຊາດ ຄົບຮອບ 73 ປີ ( 24 ຕຸລາ 1945-24 ຕຸລາ 2018 ) ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຄໍາເຜົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ຄະນະຮັບຜິດຊອບ, ແຂກຮັບເຊີນ ແລະ ສະມາຊິກຊາວໜຸ່ມ-ນ້ອງນັກຮຽນ ເຂົ້າຮ່ວມ.

ທ່ານ ອາລຸນໄຊ ສູນນະລາດ ກ່າວວ່າ: 

ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ

ການຈັດງານສະເຫຼີມສະຫຼອງ ວັນສະຫະປະຊາຊາດ ຄົບຮອບ 73 ປີ ໃຫ້ເປັນບັນຍາກາດຟົດຟື້ນ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ໄດ້ຈັດກິດຈະກໍາໃຫ້ສະມາຊິກຊາວໜຸ່ມ-ນ້ອງໆນັກຮຽນ ມີສ່ວນຮ່ວມ ເປັນຕົ້ນແມ່ນ ກິດຈະກໍາການເສີມສ້າງຄວາມຮູ້ຄວາມສາມາດ, ສະໜອງຂໍ້ມູນຂ່າວສານດ້ານສິ່ງແວດລ້ອມ, ສຸຂະພາບ, ດ້ານໂພສະນາການການຮັກສາສິ່ງແວດລ້ອມ; ນອກນີ້, ຍັງມີກິດຈະກໍາປຸງແຕ່ງອາຫານ ແລະ ຊົມສິລະປະ.

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບ ອົງການສະຫະປະຊາຊາດ

ກິດຈະກໍາທັງໝົດນີ້ ຄະນະຮັບຜິດຊອບ ໄດ້ກໍານົດເອົາແຕ່ລະຫົວຂໍ້ເພື່ອມາສົນທະນາຊອກຮູ້ຮໍ່າຮຽນ ເຮັດໃຫ້ຊາວໜຸ່ມ-ເຍົາວະຊົນໄດ້ຮຽນຮູ້ ແລະ ຮູ້ການປ່ຽນແປງວິຖີຊີວິດທີ່ຖືກຕ້ອງ, ແນວຄິດໃນການກໍານົດແບບແຜນດໍາລົງຊີວິດ; ທັງນີ້, ກໍເພື່ອພັດທະນາຊາວໜຸ່ມໃນ 5 ຈຸດສຸມຄື: ການສຶກສາ, ສາທາລະນະສຸກ, ວຽກເຮັດງານທໍາ, ການມີສ່ວນຮ່ວມ ແລະ ການປົກປ້ອງສິດຜົນປະໂຫຍດຂອງຊາວໜຸ່ມ.

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບ ອົງການສະຫະປະຊາຊາດ