ໃນຍຸກປັດຈຸບັນ, ເງິນເປັນປັດໄຈສຳຄັນໃນການດຳລົງຊີວິດແຕ່ລະມື້ ສະນັ້ນຈຶ່ງເກີດມີການລົງມືໂຈລະກຳຂໍ້ມູນ ໂດຍນັກແຮັກເກີໜຸ່ມນ້ອຍຊາວລັດເຊຍ ປະກົດຕົວຂຶ້ນໃນສະຖານທີ່-ທີ່ມີສື່ສັງຄົມອອນລາຍຂະຫຍາຍຕົວ ແລະ ຈະປະກົດຕົວຕາມສະຖານທີ່ທີ່ມີການບໍລິການເຈາະຂໍ້ມູນທາງອິນເຕີເນັດ, ບັນດາຂໍ້ມູນທີ່ສາມາດແຮັກເອົາໄດ້ນັ້ນ ພວກເຂົາຈະປະກາດຂາຍເທິງສື່ອອນລາຍຕາມໜ້າເວັບໄຊທີ່ເປັນພາສາຣັດເຊຍ ເຊັ່ນເວັບ: Frum.zloy.bz ຫຼື Forum.evil ແຕ່ນີ້ແມ່ນເປັນພຽງແຕ່ສ່ວນໜ້ອຍໆຂອງໂລກທີ່ກຳລັງມີການເຄື່ອນໄຫວ.

ຕາມການວິໄຈຂອງພາກສ່ວນທີ່ກ່ຽວຂ້ອງ ໃຫ້ຮູ້ວ່າ: ບັນດານັກແຮັກຂໍ້ມູນຂອງຣັດເຊຍ ນັ້ນແມ່ນມີຄວາມເກັ່ງ ແລະ ມີຊື່ສຽງ ໂດຍມີພື້ນຖານດ້ານການສິດສອນໃຫ້ນັກຮຽນໄດ້ຮັບການສະໜັບສະໜູນຈາກປະເທດທີ່ມີຄວາມເກັ່ງດ້ານວຽກດັ່ງກ່າວ ເຊິ່ງສະແດງອອກຄື ໃນປະເທດທີ່ມີນັກຄະນິດສາດສຶກສາ ແລະ ວິທະຍາສາດທຳມະຊາດ ທີ່ເກັ່ງທີ່ສຸດໃນໂລກ ເຊັ່ນ: ກຸ່ມນັກສຶກສາຈຳນວນ 3 ຄົນ ຈາກວິທະຍາໄລ St.Petersburg Nationnal Research ທີ່ສາມາດຍາດໄດ້ລາງວັນຊະນະເລີດໃນການແຂ່ງຂັນການຂຽນໂປຼແກຼມທີ່ໜ້າໄວ້ໃຈອັນດັບໜຶ່ງຂອງໂລກ ( AMC Internationnal Collegiate Programming Contest ) ເປັນຈຳນວນ 4 ຄັ້ງ ໃນການແຂ່ງຂັນ 6 ຄັ້ງ.

ການໂຈລະກຳຂໍ້ມູນ

ໃນບັ້ນການແຂ່ງຂັນໃນປີ 2013, ນັກສຶກສາທັງສາມຄົນດັ່ງກ່າວ ສາມາດເຂົ້າໄປເຖິງຮອບຊີງຊະນະເລີດ ໃນການແຂ່ງຂັນບັນດາປະເທດອ້ອມຂ້າງສະຫະພາບໂຊຫວຽດເກົ່າ ແລະ ລວມທັງຈຸຂອງຣັດເຊຍ, Belarus ແລະ ອູແກຣນ, ເຊິ່ງນັກສຶກສາຂອງປະເທດດັ່ງກ່າວນີ້ ສາມາດຊະນະຜ່ານຄູ່ຕໍ່ສູ້ໄດ້ເຖິງ 2.300 ວິທະຍາໄລທີ່ຂຶ້ນກັບ 91 ປະເທດ ໃນຂົງເຂດບໍລິເວນອ້ອມຂ້າງ.

Alexei Borodin ນັກແຮັກເກີອາຍຸພຽງ 21 ປີ ແມ່ນຖືກເບິ່ງເປັນຕົວຢ່າງ, Borodin ໄດ້ເລີ່ມຕົ້ນເຈາະຂໍ້ມູນທາງອິນເຕີເນັດ ໂດຍສະເພາະບັນດາເວັບໄຊຕ່າງໆຕັ້ງແຕ່ອາຍຸ 12 ປີ ແລະ ຜູ້ກ່ຽວເຄີຍແຮັກເຂົ້າເວັບໄຊຂອງ Apple, Google ແລະ ກໍເຄີຍເຂົ້າຮ່ວມການຂຽນໂປຼແກມລະບົບປ້ອງກັນຂໍ້ມູນ ແລະ ຜູ້ກ່ຽວຢືນຢັນວ່າ ບໍ່ເຄີຍເຮັດຜິດຕໍ່ລະບຽບກົດໝາຍຈັກເທື່ອ. ທ້າວ Borodin ຍັງເວົ້າຕື່ມວ່າ ນັກແຮັກເກີອາດຈະແມ່ນບຸກຄົນທີ່ເຄື່ອນໄຫວບໍ່ດີ ແລະ ກໍກາຍເປັນຜູ້ປ້ອງກັນເອງ.

ຄວາມສາມາດຂຽນໂປຼແກມໄດ້ນັ້ນ ແມ່ນຈະຖືກປ້ອງກັນໄດ້ຢ່າງງ່າຍດາຍ ແລະ ສາມາດກ້າວຜ່ານໜີອອກຈາກມືຂອງພວກກຸ່ມແຮັກເກີ ລະຫວ່າງ ກຸ່ມແຮັກເກີໝວກຂາວ ແລະ ກຸ່ມແຮັກເກີໝວກດຳ ໂດຍກຸ່ມແຮັກເກີໝວກຂາວ ແມ່ນກຸ່ມທີ່ຊອກຄົ້ນຫາບັນດາຂໍ້ມູນ ເພື່ອຊອກໃຫ້ເຫັນສິ່ງທີ່ຈະເປັນອັນຕະລາຍຕໍ່ຜູ້ຖືກເຄາະຮ້າຍ ແລະ ມີວິທີການແກ້ໄຂໃຫ້ທັນເວລາ, ສ່ວນກຸ່ມແຮັກເກີໝວກດຳ ແມ່ນກຸ່ມທີ່ຊອກເຈາະ, ໂຈລະກຳບັນດາຂໍ້ມູນຂອງຜູ້ອື່ນ ເພື່ອສວຍໃຊ້ຫາຜົນປະໂຫຍດສ່ວນຕົວ.

ຕົວຢ່າງການແຮັກຂໍ້ມູນ

ດ້ວຍ 3 ເຫດຜົນ ຄື: ເງິນເດືອນບໍ່ພໍໃຊ້, ທາງການຄຸ້ມຄອງບໍ່ເຂັ້ມງວດ ແລະ ການເກີດມີບັນດາເວັບໄຊຢ່າງຫຼວງຫຼາຍທີ່ມີການແບ່ງປັນບັນດາວິທີການເຈາະຂໍ້ມູນ. ທ່ານ HeadHunter ພະນັກງານສືບສວນ-ສອບສວນເວັບໄຊທົ່ວໄປ ໃຫ້ຮູ້ວ່າ: ມີພຽງ 60% ທີ່ບັນດາບຸກຄົນທີ່ຈົບຫຼັກສູດການສຶກສາດ້ານຂໍ້ມູນຂ່າວສານ ທີ່ປະເທດລັດເຊຍ ສາມາດສະໝັກເຂົ້າເຮັດວຽກໃນອົງການຂອງລັດໄດ້.

ທ່ານ HeadHunter ໃຫ້ຮູ້ຕື່ມອີກ ວ່າ: ເງິນເດືອນສະເລ່ຍຂອງພະນັກງານຮັກສາຄວາມສະຫງົບ ເຄືອຂ່າຍອິນເຕີເນັດທີ່ປະເທດລັດເຊຍ ແມ່ນປະມານ 2.000 ໂດລາຕໍ່ເດືອນ, ແຕ່ເງິນຈຳນວນ ດັ່ງກ່າວນີ້ ກໍຍັງບໍ່ເທົ່າກັບເງິນຂອງບັນດາ ພະນັກງານຂະແໜງດຽວກັນໃນເຂດຕາ ເວັນຕົກ. ເພາະເຫດນີ້, ຈຶ່ງເຮັດໃຫ້ພະ ນັກງານຫຼາຍຄົນທີ່ຫຼົງຕົວຍ້ອນຜົນປະ ໂຫຍດທີ່ຫຼາຍກວ່າ ແລ້ວເກີດມີແນວ ຄິດປ່ຽນຈາກກຸ່ມແຮັກເກີໝວກຂາວ ໄປເປັນກຸ່ມແຮັກເກີໝວກດຳແທນ ເພື່ອ ຫາເງິນເພີ່ມ ຫຼື ບາງຄັ້ງພວກກ່ຽວກໍເປັນ ຜູ້ສະໜອງຂໍ້ມູນໃຫ້ກັບບັນດາກຸ່ມເຄື່ອນໄຫວບໍ່ດີເອງ.

ວັນທີ 18 ຕຸລາ 2016, ເຈົ້າໜ້າທີ່ຕຳຫຼວດ ປະເທດສາທາລະນະລັດເຊັກ ໄດ້ມີການຖະແຫຼງການຢ່າງເປັນທາງການກ່ຽວກັບ ບັ້ນການປາບປາມ ໂດຍມີການປະສານສົມທົບກັບກົມຕຳຫຼວດສືບສວນ-ສອບສວນ ປະເທດອາເມລິກາ (FBI), ດຳເນີນການເຂົ້າຈັບກຸມບັນດານັກໂຈລະກຳຂໍ້ມູນ (ແຮັກເກີ) ຊາວຣັດເຊຍ ຊື່: Yevgeny Nikulin ເກີດປີ 1987 ໃນສະຖານມີການສົງໄສວ່າ ຜູ້ກ່ຽວເປັນຜູ້ລົງມືເຄື່ອນໄຫວໂຈມຕີເຄືອຂ່າຍອິນເຕີເນັດ ( ສື່ສັງຄົມອອນລາຍ ) LinkedIn ທີ່ປະເທດອາເມລິກາ.

ການແຮັກຂໍ້ມູນໃນສື່ອອນລາຍ

ຜ່ານການສອບສວນ ຜູ້ກ່ຽວໄດ້ໃຫ້ການກັບເຈົ້າໜ້າທີ່ວ່າ: ໃນວັນທີ 5 ຕຸລາ 2016, ຕົນເອງພ້ອມດ້ວຍເພື່ອນຍິງເດີນທາງໄປທີ່ປະເທດສາທາລະນະລັດເຊັກ ດ້ວຍລົດທີ່ແລ່ນດ້ວຍແກັດທີ່ຫຼູຫຼາ, ພາກສ່ວນທີ່ກ່ຽວຂ້ອງໄດ້ເຂົ້າຈັບຕົວຜູ້ກ່ຽວ ໃນຂະນະທີ່ຜູ້ກ່ຽວພ້ອມດ້ວຍເພື່ອນຍິງດັ່ງກ່າວ ກຳລັງກິນເຂົ້າແລງທີ່ຮ້ານອາຫານທີ່ໂດ່ງດັງແຫ່ງໜຶ່ງ.

ຕາມເອກະສານທີ່ກ່ຽວຂ້ອງກັບຄະດີ ໃຫ້ຮູ້ວ່າ: 

ນັກໂຈລະກຳດັ່ງກ່າວແມ່ນ ໄດ້ອີເມວທີ່ໃສ່ຊື່ວ່າ: Chinabig01, dex.007, valery.krutov3 ແລະ itBlackHat. ໃນເດືອນມີນາ 2012 ຜູ້ກ່ຽວໄດ້ໂຈມຕີພື້ນຖານເຄືອຂ່າຍອິນເຕີເນັດສື່ອອນລາຍ LinkedIn ຫຼັງຈາກທີ່ຜູ້ກ່ຽວໄດ້ສ້າງໄວຣັດ ແລ້ວປ່ອຍໃຫ້ໄວຣັດດັ່ງກ່າວເຂົ້າໄປທຳລາຍລະບົບຄອມພິວເຕີຂອງພະນັກງານຄົນໜຶ່ງ ໃນລະບົບເຄືອຂ່າຍ LinkedIn ຈະມີຕົວອັກສອນທີ່ບອກຊື່ວ່າ N.B.

ດ້ວຍວິທີການດັ່ງກ່າວ, ໃນເດືອນພຶດສະພາ ແລະ ເດືອນກໍລະກົດ 2012 ຈຶ່ງເກີດມີລະຫັດລັບຂອງ LinkedIn ຈໍານວນ 117 ລ້ານລະຫັດ ຖືກລັກໂຈລະກໍາ ແລະ ດ້ວຍວິທີທີ່ຄ້າຍຄືກັນນີ້, ນັກແຮັກເກີດັ່ງກ່າວຍັງໄດ້ໂຈມຕີເຂົ້າສູນຄວບຄຸມເອກະສານເອກເລັກໂຕຼນິກ Dropbox ໃນເດືອນມິຖຸນາ ແລະ ກໍລະກົດ 2012 Form Spring, ໃນຄັ້ງສຸດທ້າຍ Nikulin ໄດ້ມີຜູ້ຮ່ວມຂະບວນການ ແຕ່ຊື່ຂອງເຂົາແມ່ນບໍ່ປະກົດມີບັນຊີຊື່ໃນສຳນວນເອກະສານຄະດີ ແລະ ຖືກເອີ້ນວ່າ ຜູ້ຮ່ວມຂະບວນການ 1, 2 ແລະ 3.

ກຸ່ມແຮັກເກີ

ກ່ອນໜ້ານັ້ນ, ຕາມການໃຫ້ຮູ້ຂອງເຈົ້າໜ້າທີ່ຕຳຫຼວດປະເທດສາທາລະນະລັດເຊັກ, ພາກສ່ວນຕຳຫຼວດອາຍາສາກົນ (Interpol) ໄດ້ອອກຄຳສັ່ງແດງເລັ່ງຕິດຕາມ ແລະ ຈັບຕົວ ທ້າວ Nikulin ຕາມການຊັດທອດຂອງ ທ້າວ Yegor Krasnoborov ເຊິ່ງເປັນໝູ່ຂອງຜູ້ກ່ຽວ. ທ້າວ Nikulin ເປັນຄົນທີ່ສະຫຼາດ, ເຕີບໃຫຍ່ຂຶ້ນມາຈາກໂຮງຮຽນກິນນອນ, ມີການດຳລົງຊີວິດແບບເອກະລາດ ແລະ ຜູ້ກ່ຽວກໍເຄີຍເຮັດວຽກຢູ່ນຳສູນສ້ອມແປງລົດຍົນ ເລກທີ 13 ທີ່ Moskva, ຜູ້ກ່ຽວເລີ່ມຕົ້ນໃຊ້ຄວາມຮູ້ທີ່ມີເພື່ອເກັບເງິນຈາການສ້າງໜ້າເວັບໄຊ ແລະ ກໍຫາເງິນໄດ້ຫຼາຍຈາກວຽກດັ່ງກ່າວ.

ຕົກມາປີ 2012, ທ້າວ Nikulin ໄດ້ເຂົ້າຮ່ວມການເຄື່ອນໄຫວການໂຈມຕີທາງເຄືອຂ່າຍອິນເຕີເນັດທີ່ປະເທດລັດເຊຍ ແລະ ຜູ້ກ່ຽວຍັງໄດ້ແຮັກເຂົ້າເຖິງຫຼາຍໜ້າເວັບໄຊໃຫຍ່ໆຫຼາຍໜ້າ. ນອກຈາກນັ້ນ, ທ້າວ Nikulin ກໍຍັງຮັບຜິດຊອບບໍລິສັດກໍ່ສ້າງແຫ່ງໜຶ່ງ, ອູ່ສ້ອມແປງລົດຍົນ 4 ແຫ່ງ ແລະ ຜູ້ກ່ຽວຍັງໄດ້ເຮັດການຄ້າ-ຂາຍໂມງທີ່ມີລາຄາແພງ. ນອກຈາກນີ້ແລ້ວ, ຜູ້ກ່ຽວຍັງເອີ້ນໂຕເອງວ່າ ເປັນອຳນວຍການໃຫຍ່ບໍລິສັດສ້ອມແປງລົດຍົນ Topcar, ແຕ່ຜູ້ອຳນວຍການໃຫຍ່ຂອງບໍລິສັດດັ່ງກ່າວແມ່ນ Oleg Yegorov ທ່ານໄດ້ຢືນຢັນວ່າ: ທ້າວ Nikulin ເປັນພຽງແຕ່ແຂກຮ້ານເທົ່ານັ້ນ ແລະ ຜູ້ກ່ຽວພະຍາຍາມແນະນຳຕົວເອງແນວນັ້ນ ກໍອາດຍ້ອນຢາກຫຼີກລ່ຽງຈາກຂໍ້ສົງໄສວ່າເງິນທີ່ຕົນມີນັ້ນ ແມ່ນໄດ້ມາຈາກການເຮັດທຸລະກິດສ້ອມແປງລົດຍົນ ເພື່ອເປັນການອະທິບາຍວ່າເງິນທີ່ໄດ້ມານັ້ນບໍ່ໄດ້ມາຈາກການເຮັດຢ່າງອື່ນ ໂດຍສະເພາະແມ່ນໄດ້ມາຈາກການເຄື່ອນໄຫວທາງເອເລັກໂຕຼນິກ.

<—–>

ທ່ານ Maxim Goncharov ນັກຊ່ຽວຊານຂອງສື່ປິດລັບ Trend Micro ໃຫ້ຮູ້ວ່າ: ເລື່ອງການກາຍເປັນນັກໂຈລະກຳຂໍ້ມູນທີ່ປະເທດລັດເຊຍ ໃນປັດຈຸບັນນີ້ ແມ່ນມີຄວາມງ່າຍດາຍກວ່າທຸກສິ່ງທັງໝົດ ຍ້ອນວ່າອຸປະກອນຮັບໃຊ້ທີ່ທັນສະໄໝ ແລະ ທີ່ເປັນສິ່ງອຳນວຍຄວາມສະດວກອີກຢ່າງໜຶ່ງນັ້ນ ກໍແມ່ນບັນດາຂໍ້ມູນແນະນຳ ແມ່ນຖືກເຜີຍແຜ່ຢູ່ເທິງອິນເຕີເນັດ ໃນປະເທດດັ່ງກ່າວ. ຫ່າງຈາກນີ້ປະມານ 5 ປີ, ທ່ານຕ້ອງໄດ້ໃຊ້ເງິນເພື່ອຊື້ Botnet (ເຄືອຂ່າຍອິນເຕີເນັດທີ່ຖືກເຊື້ອໄວຣັດ), ແຕ່ປັດຈຸບັນນີ້ນັກສຶກສາທຸກຄົນ ແມ່ນສາມາດເຮັດເອງໄດ້ ໂດຍອີງໃສ່ການແນະນຳຈາກເທິງອິນເຕີເນັດ.

ສື່ຂ່າວ Reuters ໄດ້ລົງຂ່າວຂອງຜູ້ຊ່ຽວຊານທາງດ້ານເຄືອຂ່າຍວ່າ: ທາງການຂອງ Moskva ຖືກກ່າວຫາວ່າ ບໍ່ມີຄວາມເຄັ່ງຄັດດ້ານການເກັບກຳຂໍ້ມູນຂ່າວສານ, ຮູ້ພຽງແຕ່ວ່າກຸ່ມກໍ່ການໂຈລະກຳຂໍ້ມູນກັບບັນດາຜູ້ຖືກເຄາະຮ້າຍທີ່ຕ່າງປະເທດ ເຊິ່ງບໍ່ໄດ້ໝາຍຄວາມວ່າຢູ່ປະເທດລັດເຊຍ.

ການແຮັກຂໍ້ມູນເພື່ອນຳໃຊ້ໃນທາງທີ່ຜິດ

ຜູ້ຊ່ຽວຊານຍັງໄດ້ອະທິບາຍຕື່ມອີກວ່າ: ການຕໍ່ສູ້ລະຫວ່າງກຸ່ມກໍ່ການໂຈລະກຳຂໍ້ມູນກັບພາກສ່ວນປ້ອງກັນອິນເຕີເນັດ ເມື່ອທຽບແລ້ວກໍຄືດັ່ງການແລ່ນແຂ່ງກັບລູກກະສຸນທີ່ບໍ່ມີຈຸດໝາຍທີ່ແນ່ນອນ. ພວກເຮົາໄດ້ສ້າງລະບົບປ້ອງກັນ ແລະ ສ່ວນພວກເຂົາແມ່ນຍາມໃດກໍພະຍາຍາມຈະແຮັກເອົາຂໍ້ມູນ, ( ທ່ານ Kumluk ນັກຊ່ຽວຊານຂອງອົງການປ້ອງກັນອິນເຕີເນັດປະເທດລັດເຊຍ Kaspersky ໂອ້ລົມກັບສື່ຂ່າວ Reuters ).

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ຄະດີຕ່າງແດນ – ນສພ ຄວາມສະຫງົບ