ວັນທີ 23 ສິງຫາ 2018, ສານປະຊາຊົນແຂວງບິ່ງເຢື້ອງ ໄດ້ເປີດພິຈາລະນາຕັດສິນຄະດີຄາດຕະກຳ ແລ້ວທຳລາຍຫຼັກຖານ ເຊິ່ງເຮັດໃຫ້ຫຼາຍຄົນທົ່ວແຂວງບິ່ງເຢື້ອງ ເກີດຄວາມຢ້ານກົວໃນ ໄລຍະທ້າຍປີ 2017, ຜູ້ຖືກຫາໃນຄະດີນີ້ ແມ່ນ ນາງ ຫ່າງທິຮົ່ງຢຽມ ອາຍຸ 33 ປີ ຢູ່ຄຸ້ມເຫົ້າຢາງ ຜູ້ຖືກເຄາະຮ້າຍໃນຄະດີບໍ່ແມ່ນຄົນອື່ນໄກ ແຕ່ເປັນຜົວຂອງຜູ້ກ່ຽວເອງ.

ຕັ້ງແຕ່ເຊົ້າ ບັນຍາກາດໃນບໍລິເວນຫ້ອງການສານ ແມ່ນເຕັມໄປດ້ວຍພໍ່-ແມ່ປະຊາຊົນ ແລະ ຄົນຮູ້ຈັກຮັກແພງກັບຜູ້ຖືກຫາຈຳນວນຫຼາຍຮ້ອຍຄົນ ມາລໍຖ້າເຂົ້າຮັບຟັງຜົນການຕັດສິນຂອງສານ ໃນຄະດີທີ່ ນາງ ຢຽມ ສ້າງຂຶ້ນ, ນາງ ຢຽມ ປະກົດຕົວດ້ວຍທ່າທາງບໍ່ສະທ້ານສະເທືອນຫຍັງທັງນັ້ນ ແລະ ຕອບທຸກຄຳຖາມຢ່າງລະອຽດ ເມື່ອເຈົ້າໜ້າທີ່ສານຖາມ.

ໂດຍ ນາງ ຢຽມ ໄດ້ຮັບສາລະພາບວ່າ: ຜູ້ກ່ຽວ ແລະ ທ້າວ ເຈິ່ນແທ່ງຕູ (ຜົວ) ອາຍຸ 38 ປີ ຢູ່ເມືອງຊັອກຈັ້ງ, ໄດ້ເອົາກັນ ແລະ ຢູ່ກິນນຳກັນມາຕັ້ງແຕ່ປີ 2002 ມີລູກນຳກັນ 2 ຄົນ, ຜູ້ກົກເກີດປີ 2004 ຜູ້ຫຼ້າເກີດປີ 2009, ທັງສອງຜົວ-ເມຍ ໄດ້ເຊົ່າຫ້ອງຢູ່ຖ້ວນຢ້າວ ຕາແສງເຖິ້ນອ້ານ ແຂວງບິ່ງເຢື້ອງ ແລະ ໄດ້ສົ່ງລູກທັງ 2 ຄົນ ໃຫ້ພໍ່ກັບແມ່ລ້ຽງຊ່ວຍ.

ໃນໄລຍະທີ່ດຳລົງຊີວິດຮ່ວມກັນນັ້ນ ນາງ ຢຽມ ໄດ້ອ້າງວ່າ: 

ຜູ້ເປັນຜົວ ມັກໃຊ້ຄວາມຮຸນແຮງກັບຕົນເອງຕະຫຼອດ, ມີບາງຄັ້ງ ຕົນເອງຖືກຜົວຕີຈົນໄດ້ຮັບບາດເຈັບໜັກ, ໄລຍະປີ 2014 ຕົນເອງຈັບໄດ້ວ່າ ຜູ້ເປັນຜົວມີການພົວພັນກັບຍິງສາວອີກ 2 ຄົນ; ສະນັ້ນ, ສະພາບການດຳລົງຊີວິດທັງສອງຜົວ-ເມຍ ເລີ່ມມີບັນຫາຜິດຖຽງກັນຢູ່ຕະຫຼອດ.

ມາຮອດວັນທີ 15 ທັນວາ 2017 ຫຼັງຈາກທີ່ ທ້າວ ຕູ ໄປດື່ມເຫຼົ້າກັບມາ, ນາງ ຢຽມ ໄດ້ຖາມວ່າ: ໄປໃສເດິກປານນີ້ຈຶ່ງກັບມາເຮືອນ, ທ້າວ ຕູ ຕອບວ່າ ກູຊິໄປໃສມາໃສກໍເລື່ອງຂອງກູ, ຂໍພຽງແຕ່ມີເງິນມາໃຫ້ມຶງໄວ້ລ້ຽງລູກກໍພໍຕິ.

ຈາກນັ້ນ, ເມຍໄດ້ເວົ້າສອດໄປອີກວ່າ ມີລູກ-ມີເມຍແລ້ວຍັງສວຍໂອກາດໄປຫາສາວນັ້ນ-ສາວນີ້ອີກບໍ? ເບິ່ງບ້ານເມືອງເຂົາແດ່ດຸ ວ່າມີໃຜຄືມຶງແດ່, ທ້າວ ຕູ ຕອບສວນກັບໄປວ່າ ມຶງຕ້ອງການຫຍັງ? ເມຍກໍຕອບກັບວ່າ ຫຍັງກະໄດ້, ຈາກນັ້ນ ທ້າວ ຕູ ເກີດຄວາມຢາກຮ້າຍ ແລ້ວໄປຈັບເອົາເປົາໃສ່ເຂົ້າມາສຸບໃສ່ຫົວເມຍ ແລ້ວຕົບຕີຫຼາຍບາດ.

ຈາກນັ້ນ, ທ້າວ ຕູ ຈຶ່ງຍ່າງໄປນອນ, ເຊົ້້າມື້ຕໍ່ມາ ນາງ ຢຽມ ໄດ້ໂທລະສັບຂໍລາພັກວຽກທີ່ບໍລິສັດ, ໃນຂະນະທີ່ຢູ່ເຮືອນນັ້ນ ກໍເກີດຜິດຖຽງກັນໃນເລື່ອງເກົ່າ ຈົນເຮັດໃຫ້ ທ້າວ ຕູ ຈັບມີດອອກມາຂູ່ຂ້າ ແຕ່ຜູ້ເປັນເມຍຍາດເອົາມີດໄດ້ ແລ້ວແທງຜົວຂອງຕົນເອງເຂົ້າບໍລິເວນຄໍຫອຍ ແລະ ຕາມຕົນຕົວ, ໃບໜ້າຫຼາຍບາດ ແຕ່ຜູ້ກ່ຽວຍັງບືນໄປຊອກເອົາມີດມາຕໍ່ສູ້ຄືນ; ດັ່ງນັ້ນ, ນາງ ຢຽມ ຈຶ່ງນຳໃຊ້ມີດອີກດວງໜຶ່ງແທງເຂົ້າບໍລິເວນໜ້າເອິກ, ທ້ອງ ຈົນເຮັດໃຫ້ ທ້າວ ຕູ ນອນຟຸບລົງກັບພື້ນເຮືອນ.

ການຕັດສິນຄະດີໃນຂັ້ນສານ

ເມື່ອຮູ້ວ່າຜົວເສຍຊີວິດແລ້ວ, ນາງ ຢຽມ ຢ້ານຖືກເສຍລັບ ຈຶ່ງຫາທາງທຳລາຍຫຼັກຖານ ໂດຍໃຊ້ມີດປາດຊາກສົບຂອງຜົວອອກເປັນຊິ້ນສ່ວນ ຢັດໃສ່ຖົງຢາງເປັນຫຼາຍໆຖົງ ແລ້ວນຳໃຊ້ລົດຈັກເປັນພາຫະນະນຳເອົາຖົງຢາງທີ່ມີຊິ້ນສ່ວນສົບຂອງຜົວນັ້ນ ໄປຖິ້ມຕາມຈຸດຕ່າງໆໃນທົ່ວບໍລິເວນດັ່ງກ່າວ.

ຜູ້ກ່ຽວໄດ້ນຳຊິ້ນສ່ວນສົບຂອງຜົວທີ່ຢັດໃສ່ຖົງໄວ້ນັ້ນໄປຖິ້ມ 3 ເທື່ອ ແລະ ຖິ້ມໃນ 6 ຈຸດຕ່າງກັນ, ຈາກນັ້ນ ນາງ ຢຽມ ຍັງໄດ້ໃຊ້ໂທລະສັບຂອງ ທ້າວ ຕູ ສົ່ງຂໍ້ຄວາມຫາໝູ່ຂອງຕົນເອງບອກວ່າ ຕົນເອງຍັງຈະລາພັກອີກ ເພື່ອບໍ່ໃຫ້ໝູ່ຂອງຜົວຕົນເອງສົງໄສເມື່ອບໍ່ເຫັນຜົວຂອງຕົນເອງ, ແຫວນແຕ່ງງານຂອງຜົວ ນາງ ຢຽມ ໄດ້ປົດອອກເອົາຫ້ອຍໄວ້ໃນເຮືອນຄົວ ເພື່ອໄວ້ເປັນທີ່ລະນຶກ.

ກ່ຽວກັບການຕັ້ງໃຈຕັດແຍກຊິ້ນສ່ວນ ນາງ ຢຽມ ສະລະພາບວ່າ: ຍ້ອນຕອນນັ້ນຄິດຄຽດແຄ້ນ ແລະ ຢາກຮ້າຍ, ຫຶງຫວງ ຍ້ອນວ່າ ຜົວໄປມີຍິງອື່ນຕັ້ງ 2 ຄົນ; ດັ່ງນັ້ນ, ຈຶ່ງຕັດແຍກຊິ້ນສ່ວນສົບອອກເປັນຊິ້ນ ເພື່ອຄວາມສະໃຈຫາຍແຄ້ນຂອງຕົນເອງ.

ການສືບຮູ້ວ່າ ຜົວຂອງຕົນຫຼິ້ນກິນຕິດສາວນັ້ນ ເຖິງວ່າຜູ້ກ່ຽວເປັນຄົນທີ່ຮັບຮູ້ໝົດທຸກຢ່າງ ແຕ່ກໍບໍ່ຍອມລາຍງານກັບທາງຄອບຄົວພໍ່ແມ່ທັງສອງຝ່າຍໃຫ້ຮັບຮູ້ ເພື່ອຫາວິທີແກ້ໄຂທັນເວລາ, ຜູ້ກ່ຽວໃຫ້ເຫດຜົນວ່າ ຍ້ອນບໍ່ຢາກໃຫ້ມີບັນຫາເສຍໜ້າເສຍຕາພີ່ນ້ອງ ກໍຄືເຫັນແກ່ລູກທັງ 2 ຄົນ ຂອງຕົນ.

ພະຍານໃນທີ່ປະຊຸມສານໃຫ້ຮູ້ວ່າ: ທັງສອງຜົວ-ເມຍດັ່ງກ່າວ ແມ່ນເກີດມີບັນຫາຜິດຖຽງກັນຢູ່ຕະຫຼອດ, ສາເຫດຍ້ອນ ທ້າວ ຕູ ເປັນຄົນມັກໄປຫາກິນເຫຼົ້າເມົາມາທຸກຄັ້ງເລີກຈາກວຽກ, ຕາມຕົນເອງຄິດວ່າ ການລົງມືຄາດຕະກຳຜົວໄດ້ແນວນັ້ນ ກໍຍ້ອນອົດທົນຕໍ່ການກົດຂີ່, ທຳຮ້າຍຮ່າງກາຍ ແລະ ຈິດໃຈບໍ່ໄຫວ ເພາະໃນທຸກໆຄັ້ງທີ່ ທ້າວ ຕູ ເມົາກັບມາ ເມື່ອເກີດຜິດຖຽງກັນ ເມຍຈະເປັນຜູ້ຮັບລະບາຍອາລົມ.

ທ້າວ ເລ້ແທ້ງເຕິ້ນ ( ນ້ອງຊາຍຄີງຂອງ ທ້າວ ຕູ ) ເວົ້າວ່າ: ຂໍຜ່ອນໂທດໃຫ້ ນາງ ຢຽມ ຜູ້ເປັນເອື້ອຍໃພ້ ແລະ ຮຽກຮ້ອງໃຫ້ເສຍຄ່າສົ່ງສະການມ້ຽນສົບຜູ້ເສຍຊີວິດເປັນເງິນ 79,4 ລ້ານດົ່ງ.

<—–>

ເພື່ອເປັນການຮັກສາສິດທິຂອງຜູ້ຖືກຫາ ເຈົ້າໜ້າທີ່ສານໄດ້ອີງໃສ່ຫຼາຍເຫດຜົນ ແລະ ຄວາມເປັນຈິງ ເນື່ອງຈາກເຫດການເກີດຂຶ້ນມີເຫດມີຜົນ ບວກໃສ່ຜູ້ກໍ່ເຫດຈິງໃຈລາຍງານແບບບໍ່ປິດບັງ; ດັ່ງນັ້ນ, ຈຶ່ງໄດ້ສະເໜີ ຄະນະປະຊຸມສານສະຫຼຸບ ແລະ ຕັດສິນ ພ້ອມຜ່ອນໂທດໃຫ້ຜູ້ກ່ຽວສ່ວນໜຶ່ງ ເພື່ອເປັນການໃຫ້ໂອກາດຜູ້ກ່ຽວໄດ້ມີເວລາກັບໄປເບິ່ງແຍງລູກ.

ຕາງໜ້າອົງການໄອຍະການປະຊາຊົນ ກໍໃຫ້ທັດສະນະວ່າ: ການກະທຳຜິດຂອງຜູ້ຖືກຫາແມ່ນມີຕົ້ນເຫດຈາກຜູ້ຖືກເສຍຫາຍ, ການລົງມືກໍ່ເຫດຂອງຜູ້ກ່ຽວແມ່ນ ຍ້ອນສະພາບຈິດໃຈຖືກບັງຄັບ ແລະ ຖືກກະທົບຢ່າງແຮງ ຈຶ່ງເຮັດໃຫ້ຜູ້ກ່ຽວກໍ່ເຫດຢ່າງບໍ່ຄາດຄິດຂຶ້ນ. ນອກນັ້ນ, ຜູ້ຖືກຫາໄດ້ໃຫ້ການກັບເຈົ້າໜ້າທີ່ຢ່າງມີເຫດຜົນ, ພ້ອມທັງຂາຍຊັບສິນທີ່ມີມາທົດແທນກັບຜົນເສຍຫາຍບາງສ່ວນທີ່ເກີດຂຶ້ນ; ພ້ອມນັ້ນ, ຜູ້ຖືກຫາກໍມີອາຊີບກຳມະກອນ ແລະ ຍັງມີລູກອີກ 2 ຄົນ. ສະນັ້ນ; ຈຶ່ງສະເໜີມາຍັງຄະນະສານພິຈາລະນາ ແລະ ຜ່ອນໂທດໃຫ້ຜູ້ກ່ຽວ.

ເວລາຜ່ານໄປເກືອບ 5 ຊົ່ວໂມງ ຫຼັງຈາກຄະນະສານ ໄດ້ປຶກສາຫາລື ແລະ ໄດ້ປະກາດຕັດສິນຄະດີຂອງ ນາງ ຢຽມ ແມ່ນຕັດອິດສະຫຼະພາບຈຳຄຸກຕະຫຼອດຊີວິດ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ຄະດີຕ່າງແດນ – ນສພ ຄວາມສະຫງົບ