ທ້າວ Mikhail Pokov ຄາດຕະກອນໂຫດຂ້າຄົນ

ທ້າວ Mikhail Pokov ໄດ້ກາຍເປັນຄາດຕະກອນທີ່ໂຫດຮ້າຍອັນດັບໜຶ່ງທີ່ລົງມືຂ້າຄົນຈຳນວນຫຼາຍທີ່ສຸດ ໃນປະຫວັດສາດຂອງປະເທດຣັດເຊຍ, ພາຍຫຼັງກັກຕົວໄດ້ ຜູ້ກ່ຽວຍອມຮັບສາລະພາບກັບເຈົ້າໜ້າທີ່ຕຳຫຼວດ ວ່າ: ໄດ້ລົງມືຄາດຕະກຳຄົນມາແລ້ວຢ່າງໜ້ອຍແມ່ນ 81 ຄົນ, ເຊິ່ງຄະດີດັ່ງກ່າວ ແມ່ນໄດ້ມີໂຕເລກຫຼາຍກວ່າຄະດີຂອງທ້າວ Andrei Chikatilo ຜູ້ກໍ່ເຫດໃນຄະດີຄາດຕະກຳ 53 ຄົນ ແລະ ຄະດີທ້າວ Alexander Pichuskin ຜູ້ກໍ່ເຫດຄາດຕະກຳ 49 ຄົນ.

ທ້າວ Mikhail Popkov, ຄາດຕະກອນໂຫດອັນດັບໜຶ່ງທີ່ມີສາຍາວ່າ: ມະນຸດໝາປ່າ ໄດ້ໃຫ້ເຈົ້າໜ້າທີ່ຕຳຫຼວດປະເທດຣັດເຊຍ ຮູ້ຕື່ມອີກວ່າ: ຜູ້ກ່ຽວແມ່ນໄດ້ລົງມືຄາດຕະກຳລວມທັງໝົດ 81 ຄົນ ລ້ວນແຕ່ແມ່ນຜູ້ຍິງທັງໝົດ, ຕາມຂ່າວທີ່ຊ່ອງ Skynews ໄດ້ອອກຂ່າວ ໃນວັນທີ 11 ມັງກອນ 2017, ໂດຍມີເນື້ອໃນຂ່າວວ່າ: ຜູ້ກ່ຽວແມ່ນເຄີຍເປັນພະນັກງານຕຳຫຼວດ ທີ່ເຂດຊີເບີຣີ, ເຊິ່ງປັດຈຸບັນ ຜູ້ກ່ຽວແມ່ນຍັງຢູ່ໃນຂັ້ນຕອນການປະຕິບັດໂທດຈຳຄຸກຕະຫຼອດຊີວິດ ຍ້ອນຂໍ້ຫາຄາດຕະກຳຜູ້ຍິງ ຈຳນວນ 22 ຄົນ.

ຕາມຄະນະຮັບຜິດຊອບສືບສວນ-ສອບສວນຂອງປະເທດຣັດເຊຍ (RIC) ໃຫ້ຮູ້ວ່າ: 

ຜ່ານການສອບສວນຜູ້ກ່ຽວຢ່າງລະອຽດ ຍິ່ງເຮັດໃຫ້ຄະນະຮັບຜິດຊອບ ກໍຄືພະນັກງານມີຄວາມຕື່ນຕົກໃຈຕື່ມ ເມື່ອຮູ້ວ່າ ນອກຈາກຄາດຕະກຳຜູ້ຍິງ 22 ຄົນນັ້ນແລ້ວ ໃນໄລຍະແຕ່ປີ 1994-2000 ຜູ້ກ່ຽວໄດ້ລົງມືຂ້າຜູ້ຍິງມາກ່ອນແລ້ວ ຈໍານວນ 59 ຄົນ.

ເຈົ້າໜ້າທີ່ຕຳຫຼວດປະເທດຣັດເຊຍ

ຜູ້ເຄາະຮ້າຍທີ່ຕົກເປັນເຫຍື່ອຂອງຜູ້ກ່ຽວ ແມ່ນຜູ້ຍິງທີ່ມີອາຍຸ ລະຫວ່າງ 17-38 ປີ, ກ່ອນທີ່ຜູ້ເຄາະຮ້າຍຈະຖືກຂ້າຕາຍ ສ່ວນຫຼາຍແມ່ນຖືກທຳຮ້າຍຮ່າງກາຍ ແລະ ຂົ່ມຂືນ. ຈາກນັ້ນ, ແມ່ນໄດ້ລົງມືຄາດຕະກຳ, ອຸປະກອນທີ່ຜູ້ກ່ຽວໃຊ້ລົງມືສ່ວນຫຼາຍແມ່ນຂວັນ, ມີດ ຫຼື ໄຂຄວງ.

ທ່ານ Karina Golvacheva ໂຄສົກປະຈຳສຳນັກງານສືບສວນ-ສອບສວນແຫ່ງຊາດຂອງຣັດເຊຍ (RIC) ໄດ້ຖະແຫຼງການວ່າ: ໄດ້ມີຂໍ້ຜິດພາດໃນການລາຍງານຕົວເລກຂອງຜູ້ຖືກເຄາະຮ້າຍຈາກ ມະນຸດໝາປ່າຄາດຕະກຳໃນເບື້ອງຕົ້ນ. ແຕ່ເຖິງຢ່າງນັ້ນກໍຕາມ, ຜູ້ກ່ຽວແມ່ນຍັງໄດ້ຮັບສາລະພາບໃນການລົງມືກໍ່ເຫດຄາດຕະກຳຜູ້ຄົນ ເພີ່ມຕື່ມອີກ 59 ຄົນ ຈຶ່ງເຮັດໃຫ້ຄະດີນີ້ຈະແຈ້ງຂຶ້ນຕື່ມ.

ທ້າວ Mikhail Popkov ຄາດຕະກອນໂຫດ ສາຍາ ມະນຸດໝາປ່າ

ທ່ານ Karina Golvacheva ໄດ້ຢືນຢັນຕໍ່ສື່ໜັງສືພິມວ່າ: ເຖິງຜູ້ກ່ຽວຈະສາລະພາບວ່າ ຕົວເລກທີ່ໄດ້ລົງມືຄາດຕະກຳເພີ່ມອີກ 59 ຄົນກໍຕາມ, ແຕ່ພວກເຮົາແມ່ນຈະບໍ່ໄດ້ບວກຕົວເລກດັ່ງກ່າວນີ້ ໃສ່ກັບຕົວເລກຜູ້ຖືກເຄາະຮ້າຍ ໃນເບື້ອງຕົ້ນທີ່ຜູ້ກ່ຽວຖືກສານຕັດສິນໃຫ້ຈຳຄຸກຕະຫຼອດຊີວິດ ແມ່ນ 22 ຄົນ, ທັງສອງຄະດີດັ່ງກ່າວ ແມ່ນໄດ້ຊິ້ນສຸດລົງ.

ຕໍ່ກັບຂໍ້ມູນຫຼ້າສຸດກ່ຽວກັບ ທ້າວ Mikhail Popkov, ຜູ້ກ່ຽວແມ່ນຖືກໃສ່ຂໍ້ຫາເພີ່ມທັງໝົດ 47 ຂໍ້ຫາ ຖານຄາດຕະກຳຜູ້ອື່ນ ແລະ ຍັງອີກ 12 ກໍລະນີ ຍັງເຫຼືອ ແມ່ນຍັງກຳລັງດຳເນີນການສອບສວນໃນຂັ້ນຕໍ່ໄປ ແລະ ຈາກການຮັບສາລະພາບຄັ້ງຫຼ້າສຸດຂອງ ທ້າວ Mikhail Popkov ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ກ່ຽວໄດ້ລົງມືຄາດຕະກຳຄົນອື່ນ ໃນຂະນະທີ່ຜູ້ກ່ຽວນຸ່ງເຄື່ອງແບບຕຳຫຼວດເຕັມຊຸດ ແລະ ເປົ້າໝາຍທີ່ຜູ້ກ່ຽວແນໃສ່ແມ່ນ ຍິງສາວທີ່ມັກທ່ຽວຫຼິ້ນຕາມຮ້ານບັນເທີງ, ຕາມບາເບຍ ໂດຍຜູ້ກ່ຽວຈະເຂົ້າໄປພົວພັນແລ້ວພາຂຶ້ນລົດ ໂດຍສະເໜີວ່າຈະຂັບລົດເມືອສົ່ງເຖິງເຮືອນ.

ຫຼັງຈາກທີ່ມີການຕົກລົງໄປນຳ, ຜູ້ກ່ຽວຈະພາອອກໄປໃນຈຸດທີ່ບໍ່ມີຄົນທຽວທາງ ແລ້ວກໍ່ເຫດທຳຮ້າຍຮ່າງກາຍ ພ້ອມຂົ່ມຂືນ, ຫຼັງຈາກນັ້ນ ແມ່ນຂ້າແລ້ວເອົາສົບຖິ້ມໄວ້ຕາມປ່າ. ໃນການໃຫ້ຄຳສາລະພາບຕໍ່ສານທີ່ Irkutsk ຫວ່າງບໍ່ດົນຜ່ານມາ, ເຈົ້າໜ້າທີ່ສານໄດ້ຕັ້ງຄຳຖາມ ເພື່ອໃຫ້ຜູ້ກ່ຽວລາຍງານຈຳນວນຍິງສາວທີ່ຜູ້ກ່ຽວໄດ້ຂ້າວ່າມີຈັກຄົນ, ຜູ້ກ່ຽວໄດ້ຕອບວ່າ: ບໍ່ຮູ້, ຕົນເອງບໍ່ໄດ້ມີການບັນທຶກໃດໆ. ແຕ່ເຖິງຢ່າງນັ້ນກໍຕາມ, ສຸດທ້າຍເຈົ້າໜ້າທີ່ກໍສາມາດມີຂໍ້ມູນ ແລະ ເຮັດໃຫ້ຜູ້ກ່ຽວຍອມຮັບຕໍ່ການກະທຳຜິດຂອງຕົນ ແລະ ຍອມຮັບໂທດກຳຂອງຕົນຕໍ່ໜ້າກົດໝາຍ.

ການກະທຳທີ່ໂຫດຮ້າຍຂອງຜູ້ກ່ຽວ ແມ່ນຖືກປິດບັງເປັນເວລາຫຼາຍປີ, ຍ້ອນວ່າ ການກວດ DNA ຕໍ່ກັບບັນດາພະນັກງານພາຍໃນກົມກອງບໍ່ທັນສຳເລັດ. ພາຍຫຼັງເຈົ້າໜ້າທີ່ໄດ້ດຳເນີນການກວດ DNA ແກ່ພະນັກງານຈຳນວນທັງໝົດໃນກົມກອງທົ່ວຂົງເຂດ ກໍປະກົດກວດພົບ DNA ຂອງ ທ້າວ Mikhail Popkov ແມ່ນຕົງກັນກັບ DNA ທີ່ສາມາດເກັບກູ້ໄດ້ໃນສະຖານທີ່ເກີດເຫດ.

ຫຼັງຈາກທີ່ຜູ້ກ່ຽວຖືກຈັບຕົວໃນເດືອນມິຖຸນາ 2012, ຜູ້ກ່ຽວໄດ້ໃຫ້ການຕໍ່ເຈົ້າໜ້າທີ່ສືບສວນ-ສອບສວນ ຮູ້ວ່າ: ຍາມໃດເຂົາກໍພະຍາຍາມຊອກຫາຊ່ອງວ່າງ ເພື່ອພາເປົ້າໝາຍໄປບ່ອນທີ່ບໍ່ມີຄົນ, ບ່ອນທີ່ມີສາວບໍລິການຂາຍຕົວ ເພາະຜູ້ຍິງເຫຼົ່ານີ້ ສ່ວນຫຼາຍແມ່ນຈະປະລູກ, ປະຜົວຢູ່ເຮືອນ ແລ້ວອອກໄປຫາທ່ຽວຫຼິ້ນຕາມເທັກຕາມຮ້ານບັນເທີງ ເຂົາແມ່ນຈະເລືອກເອົາເປົ້າໝາຍເຫຼົ່ານີ້ ເພື່ອເປັນເຫຍື່ອ.

ທ້າວ Mikhail Popkov ຄາດຕະກອນໂຫດ ສາຍາ ມະນຸດໝາປ່າ

ອີກກໍລະນີໜຶ່ງ ແມ່ນ ທ້າວ Valery Makarenkov ກໍແມ່ນອີກຜູ້ຖືກຫາໜຶ່ງທີ່ມີປະຫວັດຂົ່ມຂືນຍິງສາວ ປະມານ 90 ຄົນ, ໃນນັ້ນມີຜູ້ເຄາະຮ້າຍຄົນໜຶ່ງທີ່ເປັນເດັກຍິງ ອາຍຸພຽງ 10 ປີ. ຫຼັງຈາກທີ່ມີການສືບສວນ-ສອບສວນ ແລະ ວິເຄາະຂໍ້ມູນຫຼັກຖານເປັນເວລາຫຼາຍປີ ເຈົ້າໜ້າທີ່ຕຳຫຼວດ ຈຶ່ງໄດ້ເຂົ້າຈັບຕົວຜູ້ກ່ຽວ ໃນປີ 2014.

ທ້າວ Valery Makarenkov ມີອາຍຸ 69 ປີ ຄົນນີ້ ໄດ້ກາຍເປັນບຸກຄົນທີ່ບັນດາຜູ້ຍິງໃນປະເທດຣັດເຊຍ ມີຄວາມຢ້ານກົວຕະຫຼອດ 4 ປີຜ່ານມາ. ເຈົ້າໜ້າທີ່ຕຳຫຼວດ ໄດ້ເປີດເຜີຍວ່າ: ຜູ້ກ່ຽວໄດ້ຮັບສາລະພາບວ່າ ໄດ້ກໍ່ເຫດຂົ່ມຂືນຍິງສາວໃນຫຼາຍຄະດີ ແຕ່ບັນດານັກສືບສວນ-ສອບສວນ ສາມາດເກັບກູ້ໄດ້ຂໍ້ມູນຫຼັກຖານຄົບ ກໍຄືບັນດາຜູ້ຖືກເຄາະຮ້າຍ ພ້ອມທີ່ຈະເປັນພະຍານໃນເຫດການໄດ້ທັງໝົດພຽງ 31 ຄະດີ.

ສານຈະດຳເນີນການຕັດສິນຄະດີຕໍ່ກັບຜູ້ກ່ຽວ ແມ່ນໃນທ້າຍປີນີ້, ໂທດທີ່ເຂົາຈະໄດ້ຮັບແມ່ນຕ້ອງປະເຊີນກັບຫຼາຍຂໍ້ຫາ ເຊັ່ນ: ຂົ່ມຂືນ, ໃຊ້ກຳລັງຂົ່ມຂູ່ທາງເພດ ແລະ ຈົງໃຈໂຈມຕີເພື່ອຊີງຊັບ.

ບັນດາຄະດີດັ່ງກ່າວໄດ້ຖືກຕີລາຄາວ່າ ເປັນຄະດີທີ່ສັບສົນ ແລະ ຫຍຸ້ງຍາກທີ່ສຸດໃນປະຫວັດສາດຂອງປະເທດຣັດເຊຍ, ບັນດາພະນັກງານສືບສວນ-ສອບສວນ ໄດ້ດຳເນີນການສອບສວນເອົາຄຳໃຫ້ການກັບກຸ່ມຜູ້ຊາຍ ປະມານ 20.000 ຄົນ ເປັນເວລາກວ່າ 2 ປີ, ຫຼັງຈາກທີ່ມີການເຮັດການກວດ DNA ຈຶ່ງໄດ້ຫຼັກຖານເພື່ອຈັບຕົວຄົນກໍ່ເຫດດັ່ງກ່າວຂ້າງເທິງ.

ຕາມໂຄສົກປະຈຳກະຊວງຕຳຫຼວດ ໃຫ້ຮູ້ວ່າ:

ທ້າວ Makarenkov ແມ່ນມີຈຸດພິເສດມັກຫຼິ້ນເກມເປັນຜູ້ລ່າ ໂດຍຜູ້ກ່ຽວຈະສັງເກດການ, ຕິດຕາມ ແລະ ເຂົ້າຈັບເອົາຕົວຜູ້ທີ່ເຄາະຮ້າຍໃນເວລາທີ່ເໝາະສົມ ແລະ ທຸກຄັ້ງທີ່ມີຄວາມຕ້ອງການ ຜູ້ກ່ຽວແມ່ນຈະໃຊ້ວິທີດຽວນີ້ປະຕິບັດ.

ໂຄສົກປະຈຳກະຊວງຕຳຫຼວດ
ທ້າວ Mikhail Popkov ຄາດຕະກອນໂຫດ ສາຍາ ມະນຸດໝາປ່າ

ທ້າວ Makarenkov ແມ່ນຈະມັກລົງມືກໍ່ເຫດໃນບໍລິເວນທີ່ໄກຈາກຊຸມຊົນ, ບ່ອນປ່ຽວ ເຊັ່ນ: ສະຖານທີ່ຈອດລົດ, ຖະໜົນທີ່ບໍ່ຄ່ອຍມີຄົນທຽວທາງໃນກາງຄືນ. ກ່ອນໜ້າທີ່ຜູ້ກ່ຽວຈະຖືກຂໍ້ກ່າວຫາໃນຄະດີຂົ່ມຂືນນັ້ນ ຜູ້ກ່ຽວຍັງຖືກຂໍ້ກ່າວຫາໃນຄະດີຊີງຊັບ ລວມມີເຄື່ອງແຕ່ງກາຍທີ່ລາຄາແພງ ເຊັ່ນ: ແຫວນ, ສາຍຄໍ, ສາຍແຂນ ລວມທັງເງິນສົດຂອງຜູ້ຖືກເຄາະຮ້າຍ ແລະ ໃນນັ້ນຜູ້ກ່ຽວຍັງໄດ້ເອົາຕຸກກະຕາຂອງເດັກຍິງ ອາຍຸ 10 ປີ ທີ່ເຂົາຖືກກ່າວຫາວ່າ ທຳສຳເລົາເດັກ ໃນປີ 1977.

ໂຄສົກປະຈຳກະຊວງຕຳຫຼວດ ໃຫ້ຮູ້ຕື່ມອີກວ່າ: ຍັງບໍ່ເຄີຍມີຜູ້ລົງມືກໍ່ເຫດຄົນໃດທີ່ຈະມີປະຫວັດການລົງມືກໍ່ເຫດມາດົນປານນີ້ ທີ່ນະຄອນຫຼວງມົດສະກູ, ຈຳນວນເຄິ່ງໜຶ່ງຂອງຜູ້ຖືກເຄາະຮ້າຍ ຜູ້ກ່ຽວໄດ້ບອກວ່າ ຈື່ຫຍັງບໍ່ໄດ້ ແຕ່ຮູ້ວ່າມີບາງຈຳນວນແມ່ນເສຍຊີວິດແລ້ວ ແລະ ອີກຈຳນວນໜຶ່ງແມ່ນຍ້າຍບ່ອນຢູ່.

ເມື່ອອີງໃສ່ຫຼັກຖານທີ່ສາມາດເກັບກູ້ໄດ້ ສາມາດຄາດຄະເນໄດ້ວ່າ ຢ່າງໜ້ອຍແມ່ນມີ 3 ຄົນເສຍຊີວິດ ຍ້ອນຖືກຜູ້ກ່ຽວຄາດຕະກຳ, ແຕ່ຜູ້ກ່ຽວໄດ້ຮັບສາລະພາບວ່າ ໄດ້ລົງມືຈູ່ໂຈມຂົ່ມຂືນຍິງສາວຜ່ານມາເທົ່າໃດນັ້ນ ແມ່ນບໍ່ສາມາດຈື່ໄດ້.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ຄະດີຕ່າງແດນ – ນສພ ຄວາມສະຫງົບ