ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ປະຈໍາປີ 2018 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແມ່ນ ຈະຈັດຂຶ້ນໃນວັນທີ 24-25 ຕຸລາ ນີ້. ນອກຈາກຈະເປັນການສ້າງຄວາມເບີກບານມ່ວນຊື່ນໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແລ້ວ ຍັງເປັນການປົກປັກຮັກສາມູນເຊື້ອຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມ ຂອງລາວ. ຄຽງຄູ່ກັບສິ່ງດັ່ງກ່າວ ກໍຈະມີປະກົດຫຍໍ້ທໍ້ທີ່ເກີດຂຶ້ນຢູ່ພາຍໃນງານ ເປັນຕົ້ນລັກຊັບ, ຊິງຊັບ, ລ້ວງ-ແຫກກະເປົາຂອງນັກທ່ອງທ່ຽວ. ສະນັ້ນ, ຜູ້ທີ່ມີຈຸດປະສົງພາຄອບຄົວໄປທ່ຽວງານຕ້ອງເພີ່ມສະຕິລະມັດລະວັງໃນການໄປ-ມາ ແລະ ທ່ຽວຊົມພາຍໃນງານ ເພື່ອບໍ່ໃຫ້ມີຊ່ອງວ່າງຂອງກຸ່ມຄົນບໍ່ດີກໍ່ເຫດຊິງຊັບ, ແຫກກະເປົາ ແລະອື່ນໆ.

ບັນຫາທີ່ພົບພໍ້ພາຍໃນງານບຸນຊ່ວງເຮືອປີຜ່ານມາ ກໍຄືພວກກຸ່ມຄົນບໍ່ດີ ຊອກວິທີທາງ ສວຍໂອກາດໃນໄລຍະງານບຸນນີ້ ກໍ່ຄວາມບໍ່ສະຫງົບ ເປັນຕົ້ນພວກມິດສາຊີບລ້ວງ ແລະ ແຫກກະເປົາ ແລະ ລັກຊັບນັກທ່ອງທ່ຽວ ທີ່ໄປທ່ຽວພາຍໃນງານເຫັນວ່າເກີດຂຶ້ນທຸກປີ ຍ້ອນຄວາມເຫັນແກ່ໂຕຂອງກຸ່ມຄົນບໍ່ດີຢາກໄດ້ຂອງຄົນອື່ນມາເປັນຂອງຕົວເອງ ໂດຍຊອກຫາທຸກວິທີທາງເຮັດແບບໃດຈຶ່ງຈະໄດ້ເງິນ ແລະ ວັດຖຸມີຄ່າໃນກະເປົາຂອງຜູ້ໄປທ່ຽວງານບຸນ ແບບເຈົ້າຂອງເຂົາບໍ່ຮູ້ສຶກຕົວ. ສ່ວນອີກຜູ້ທີ່ໄປທ່ຽວງານບຸນ ບາງຄົນກໍມັກອວດມັກໂຊໃສ່ສາຍຄໍຄໍາ, ສາຍແຂນ ແລະ ເຄື່ອງປະດັບເອ້ຍ້ອງໄປທ່ຽວໃນງານບຸນ. ໃນກະເປົາບາງຄົນກໍພົກພາເງິນຈໍານວນຫຼາຍໄປ ຈຶ່ງມີຄວາມສ່ຽງຕົກເປັນເປົ້າໝາຍຂອງກຸ່ມຄົນບໍ່ດີຊິງເອົາໄດ້, ແທນທີ່ຈະມີຄວາມເບີກບານມ່ວນຊື່ນໃນການໄປທ່ຽວງານບຸນ ກໍລະນີເກີດເຫດການຊິງຊັບ, ລ້ວງ-ແຫກກະເປົາ ແຕ່ກັບກາຍເປັນຄວາມໂສກເສົ້າເສຍເງິນຄໍາ ຍ້ອນຄວາມປະໝາດຂອງຕົວເອງ.

ງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ປະຈໍາປີ 2017 ຜ່ານມາ, ມີ ປະກົດການຫຍໍ້ທໍ້ເກີດຂຶ້ນຈໍານວນ 11 ເລື່ອງ. ໃນນີ້, ແຫກກະເປົາ 4 ເລື່ອງ ແລະ ລ້ວງກະເປົາ 7 ເລື່ອງ ມູນຄ່າຄວາມເສຍຫາຍ 11.350.000 ກີບ, ເງິນ 1.000 ບາດ ໂທລະສັບ 7 ເຄື່ອງ ແລະ ເຄື່ອງອື່ນໆຈຳນວນໜຶ່ງ.

ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນວັນທີ 16 ຕຸລາ 2018 ວ່າ: ຕໍ່ກັບວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບປອດໄພໃຫ້ນັກທ່ອງທ່ຽວພາຍໃນງານປີນີ້ແມ່ນຈະມີຄວາມເຂັ້ມງວດ ກວ່າເກົ່າ ມີການຈັດຕັ້ງການປ້ອງກັນເວນຍາມ ແລະ ປະຈໍາການຕະຫຼອດ 24 ຊົ່ວໂມງ ຢູ່ຕາມບ້ານ, ສໍານັກງານ, ອົງການທົ່ວເມືອງໃຫ້ມີຄວາມສະຫງົບໂດຍພື້ນຖານ, ເຊິ່ງກໍານົດຈຸດປ້ອງກັນ 24 ຈຸດ, ໃນນີ້, ຈຸດປ້ອງກັນວົງໃນມີ 16 ຈຸດ ວົງນອກ 8 ຈຸດ ແລະ 2 ປ້ອມ ແຈ້ງເຫດ (1191), ເຊິ່ງໃຊ້ກໍາລັງເກືອບ 1.000 ຄົນ ລວມທັງທະຫານ ແລະ ຕໍາຫຼວດເມືອງຈັນທະບູລີ, ຊາວໜຸ່ມ 310 ຄົນ, ກໍາລັງ ປກສ ບ້ານ 30 ບ້ານ ແລະ ກໍາລັງຊາວໜຸ່ມຂອງເມືອງ ເພື່ອເຂົ້າຮ່ວມການປະຕິບັດໜ້າທີ່ກວດກາປ້ອງກັນເວນຍາມຕາມທາງຮ່ອມທາງຊອຍ ແລະ ຕາມຈຸດຕ່າງໆທີ່ກໍານົດ ໃຫ້ຮັບປະກັນຄວາມສະຫງົບ ແລະ ຄວາມປອດໄພແກ່ນັກທ່ອງ ທ່ຽວທີ່ໄປທ່ຽວງານບຸນ.

ຢ່າງໃດກໍຕາມ, ຜູ້ທີ່ມີຈຸດປະສົງຈະໄປທ່ຽວງານບຸນດັ່ງກ່າວ ຈົ່ງມີສະຕິໃຫ້ສູງໃນການຮັກສາ ຊັບສິນຂອງຕົນເອງ, ຫຼີກລ່ຽງການພົກພາເຄື່ອງເອ້ຍ້ອງ ໂດຍສະເພາະເງິນ-ຄໍາທີ່ມີຄ່າໄປໃນງານ, ເວລາພາຍກະເປົາເລາະຊົມພາຍໃນງານ ຢ່າສະເຜີໃຈເດັດຂາດ ຄວນພາຍບ່ຽງໄປເບື້ອງໜ້າ ເພາະຢູ່ໃນງານມີທັງຄົນດີ ແລະ ຄົນບໍ່ດີປົນເປກັນໄປ ເຮົາອາດບໍ່ສາມາດເບິ່ງອອກໄດ້, ມີແຕ່ສະຕິເທົ່ານັ້ນທີ່ຊ່ວຍເຮົາໄດ້.