ການຈັບກຸມເປົ້າໝາຍກໍ່ຄະດີຄາດຕະກຳ

ເມື່ອກໍ່ເຫດຄາດຕະກຳເຈົ້າຂອງເຮືອນພັກມິ້ງຕຸ່ງ ເຊິ່ງແມ່ນ ນາງ ໂງ້ທິງາ ອາຍຸ 49 ປີ ຢູ່ຄຸ້ມເຕິ້ນງາ ຕາແສງໝີດຶກ ເມືອງອ້ານຫຼາວ ໃນກາງຄືນຂອງວັນທີ 14 ສິງຫາ 2018, ທ້າວ ຈູ້ຫວຽດຝູ ອາຍຸ 23 ປີ ຢູ່ຄຸ້ມຈ່າງມິ້ງ ເຂດກຽນອ້ານ ແຂວງຫາຍຟ່ອງ ຜູ້ກ່ຽວແມ່ນບໍ່ມີຄວາມຄິດຢ້ານກົວຕໍ່ລະບຽບກົດໝາຍພໍໜ້ອຍ ໂດຍເຂົ້າມອບຕົວກັບເຈົ້າໜ້າທີ່, ຜ່ານການສອບສວນຜູ້ກ່ຽວຮັບສາລະພາບວ່າ: ລົງມືຄາດຕະກຳຫວັງຊິງຊັບ ແລະ ກ່ອນໜ້າຈະລົງມີກໍ່ເຫດຄາດຕະກຳ ແລະ ຕົນເອງໄດ້ເສບຢາເສບຕິດ ປະເພດ ຢາໄອສ໌, ທຸກຄັ້ງທີ່ເສບຢາແລ້ວ ຂະນະທີ່ເມົາຢູ່ນັ້ນ ຕົນເອງແມ່ນມີແນວຄິດມັກແຕ່ເລື່ອງຂ້າຟັນລັນແທງຢູ່ຕະຫຼອດ.

ຜູ້ກ່ຽວແມ່ນດຳລົງຊີວິດຢູ່ໃນເຂດບ້ານທີ່ເຮັດອາຊີບປະດິດແກະສະຫຼັກ ແລະ ໃນເຂດນັ້ນປະຊາຊົນສ່ວນຫຼາຍ ຈະແມ່ນກຳມະກອນອອກແຮງງານຫາກິນໃນແຕ່ລະມື້, ຢູ່ທີ່ນີ້ ບໍ່ວ່າຈະເກີດບັນຫາພຽງເລັກໜ້ອຍ ແຕ່ພວກເຂົາກໍເວົ້່າປາກຕໍ່ປາກ ຈົນຮັບຮູ້ກັນທັງໝູ່ບ້ານ, ເມື່ອຄະດີຄາດຕະກຳທີ່ ທ້າວ ຝູ ກໍ່ຂຶ້ນຄືແນວນັ້ນ ແນ່ນອນວ່າມັນເປັນເລື່ອງໃຫຍ່ ແລະ ກາຍເປັນເລື່ອງທີ່ສ້າງຄວາມລະແວງຢ້ານກົວໄປທົ່ວບ້ານ.

ຕາມການໃຫ້ຮູ້ຂອງປະຊາຊົນໃນເຂດບ້ານວ່າ: 

ທ້າວ ຝູ ເປັນຄົນມ່ວນຊື່ນ, ມີຄວາມສາມັກຄີ ບໍ່ວ່າຈະຢູ່ໃນຄອບຄົວ ກໍຄືກັບໝູ່ເພື່ອນ ແລະ ປະຊາຊົນໃນເຂດບ້ານ, ທ້າວ ຝູ ເປັນບຸກຄົນໜຶ່ງທີ່ອົດທົນເຮັດວຽກຫາເງິນເພື່ອຄອບຄົວ.

ຕາມການບອກກ່າວຂອງປະຊາຊົນ

ແຕ່ທຸກຢ່າງແມ່ນບໍ່ຄືຄວາມຄິດຂອງຄອບຄົວ ແລະ ໝູ່ເພື່ອນອ້ອມຂ້າງ, ເມື່ອຖືກເຈົ້າໜ້າທີ່ຈັບຕົວ ແລະ ສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໄດ້ປິດບັງທາດແທ້ຂອງຕົນດ້ວຍການເຮັດທຳທ່າເປັນຄົນໃຈດີ ແລະ ໃນແຕ່ລະມື້ເປັນຄົນດຸໝັ່ນເຮັດວຽກຫາເງິນ, ແຕ່ຄວາມຈິງແລ້ວ ຜູ້ກ່ຽວແມ່ນຮຽນຍັງບໍ່ທັນຈົບຮອດ ມ3, ຜູ້ກ່ຽວຕົກຢູ່ໃນສະພາບຄອບຄົວຂາດແຄນເງິນຄຳ ບໍ່ມີທຶນສົ່ງຮຽນຕໍ່ ຈຶ່ງຈຳເປັນຕ້ອງໄດ້ອອກໂຮງຮຽນ, ຈາກນັ້ນ ຜູ້ກ່ຽວໄດ້ເອົາເວລາທີ່ມີເຂົ້າໄປພົວພັນກັບເກມ ແລະ ກັບກຸ່ມໝູ່ບໍ່ດີ ໂດຍອ້າງຄອບຄົວວ່າໄປຫາເຮັດວຽກ.

ທ້າວ ຝູ ໃຫ້ຮູ້ຕື່ມວ່າ: ຕົນເອງເສບຢາເສບຕິດມາດົນ ເຊິ່ງສາມາດບໍ່ນອນຕະຫຼອດຄືນກໍໄດ້ ຖ້າຫາກມີເກມໃຫ້ຫຼິ້ນ ຫຼື ມີແນວອື່ນໃຫ້ເຮັດ, ເກມທີ່ຜູ້ກ່ຽວມັກເປັນພິເສດແມ່ນເກມຍິງປາ, ຖ້າຫາກມື້ໃດຫຼິ້ນບໍ່ຊະນະ ແມ່ນຈະຫາເບີກເງິນເດືອນລ່ວງໜ້າ, ຖ້າເບີກບໍ່ໄດ້ ແມ່ນຫາຢືມໝູ່ເພື່ອນມາຈ່າຍ. ແຕ່ມື້ໃດຊະນະ ຈະນຳເງິນໄປຊື້ຢາມາເສບ ແລະ ຫາຫຼິ້ນກິນຟູມເຟືອຍໄປເລື້ອຍໆຈົນເງິນໝົດຈຶ່ງກັບມາ.

ເຖິງວ່າ ຜູ້ກ່ຽວຫາກໍເລີ່ມເສບຢາເສບຕິດ ແຕ່ກໍເສບໜັກ, ບາງຄັ້ງຕ້ອງໄດ້ເສບຈຳນວນຫຼາຍ ອາດເທົ່າກັບ 2-3 ຄົນເສບ ຈຶ່ງເຖິງຈຸດເມົາຂອງຜູ້ກ່ຽວ, ເມື່ອເປັນເຊັ່ນນັ້ນ ຜູ້ກ່ຽວຈະເມົາ ແລະ ປ່ວງໄປຕາມພາສາຄົນເມົາເປັນເວລາຫຼາຍມື້ ແລະ ມັກຈະຫາເກມກ່ຽວກັບການຍິງຂ້າ ຫຼື ເກມທີ່ໃຊ້ຄວາມຮຸນແຮງ ເພື່ອເປັນການຜ່ອນຄາຍສະໝອງ ແລະ ໃນວັນກໍ່ເຫດ ຜູ້ກ່ຽວໄດ້ພ້ອມກັບໝູ່ຮ່ວມກັນເອົາຢາມາເສບຈົນລືມສະຕິ ແລະ ໄປກໍ່ເຫດຂ້າຊິງຊັບເຈົ້າຂອງເຮືອນພັກ ດັ່ງທີ່ກ່າວຂ້າງເທິງ.

ຕາມການຮັບສາລະພາບຂອງຜູ້ກ່ຽວວ່າ: 

ເມື່ອຕົນເອງເມົາຄືແນວນັ້ນ ກໍຄິດອອກທັນທີວ່າ ນາງ ໂງທິງາ ກຳລັງຢູ່ເຮືອນຄົນດຽວ ແລະ ມີຊັບສິນຈຳນວນຫຼາຍ ເຊິ່ງອາດເອົາມາຂາຍເພື່ອໄດ້ເງິນມາຫຼິ້ນກິນ. ເພື່ອດຳເນີນແຜນການຂອງຕົນທີ່ຈະໄປປຸ້ນ ນາງ ງາ ເມື່ອຜູ້ກ່ຽວໄປຮອດເຮືອນ ນາງ ງາ ກໍອະທິບາຍວ່າ ຕົນເອງກຳລັງເມົາ.

ການຮັບສາລະພາບຂອງຜູ້ກ່ຽວ
ໂສມໜ້າຄາດຕະກອນ ຄະດີຂ້າຄົນຕາຍ

ຈາກນັ້ນ, ຈຶ່ງບອກໃຫ້ ນາງ ງາ ເຮັດກາເຟໃຫ້ດື່ມເພື່ອຊ່ວງເມົາ, ເມື່ອເຈົ້າຂອງເຮືອນໄປເຮັດກາເຟໃຫ້ ຜູ້ກ່ຽວກໍຈົກເອົາມີດທີ່ກຽມໄປນຳແທງເຂົ້າສ້ວງທ້ອງ ນາງ ງາ 2 ບາດ, ເມື່ອ ນາງ ງາ ຕື່ນ ແລະ ຕົກໃຈ ຈຶ່ງແລ່ນເອົາຕົວຫຼົບໜີອອກທາງນອກເຮືອນແລ້ວຮ້ອງຂໍຄວາມຊ່ວຍເຫຼືອ ແຕ່ກໍຖືກ ທ້າວ ຝູ ແລ່ນນຳໄປແລ້ວຍູ້ລົ້ມລົງ; ຈາກນັ້ນ, ທ້າວ ຝູ ໄດ້ເຕະເຂົ້າສ້ວງທ້ອງບ່ອນທີ່ຖືກມີດແທງ; ຂະນະດຽວກັນນີ້, ນາງ ງາ ຊອກຈັບໄດ້ດິນຈີ່ກ້ອນໜຶ່ງ ຫວັງຕໍ່ສູ້ກັບ ທ້າວ ຝູ ແຕ່ຖືກຜູ້ກ່ຽວສືບຕໍ່ບັງຄັບ ຈຶ່ງເຮັດຫຍັງບໍ່ໄດ້.

ຜູ້ກ່ຽວຮັບສາລະພາບຕື່ມວ່າ: ໃນເວລາທີ່ກຳລັງສົນລະວົນຢູ່ນັ້ນ, ຜູ້ຖືກເຄາະຮ້າຍພະຍາຍາມຮ້ອງຂໍຄວາມຊ່ວຍເຫຼືອຈາກຄົນອື່ນ ແຕ່ຖືກຕົນເອງເອົາມືອັດປາກ ແລະ ບີບຄໍໄວ້ ຜູ້ຖືກເຄາະຮ້າຍໄດ້ໃຊ້ມືຂູດ ແລະ ກັດນິ້ວມື ທ້າວ ຝູ ຈົນໄດ້ຮັບບາດເຈັບສົມຄວນ, ຂະນະນີ້ ນາງ ງາ ເຖິງຈະໄດ້ຮັບບາດເຈັບສາຫັດ ແຕ່ກໍຍັງກັ້ນໃຈເວົ້າຂໍຮ້ອງໃຫ້ ທ້າວ ຝູ ປ່ອຍ ໂດຍບອກວ່າ (ປ່ອຍເອື້ອຍທ້ອນ ຖ້ານ້ອງຢາກໄດ້ຫຍັງເອື້ອຍຊິເອົາໃຫ້), ທ້າວ ຝູ ຕອບວ່າ: ໄດ້ ແຕ່ຫ້າມເອື້ອຍສົ່ງສຽງຮ້ອງອີກ.

ຈາກນັ້ນ, ທ້າວ ຝູ ໄດ້ປ່ອຍ ນາງ ງາ ແລະ ທັງສອງຄົນພ້ອມກັນຢືນຂຶ້ນ, ບາດແຜທີ່ຄໍ ແລະ ນິ້ວມືຂອງ ທ້າວ ຝູ ເລືອດໄຫຼອອກຫຼາຍ ແຕ່ ນາງ ງາ ກໍບໍ່ສົນໃຈ ແລ້ວພະຍາຍາມຍ່າງກັບໄປປະຕູເຂົ້າເຮືອນ ໃນໃຈຄິດວ່າຖ້າມີໂອກາດຈະຫາທາງແລ່ນຫຼົບໜີ. ແຕ່ຍ້ອນຢ້ານຖືກຄົນແຖວນັ້ນສົງໄສ, ທ້າວ ຝູ ຈຶ່ງດຶງ ນາງ ງາ ລົ້ມລົງແລ້ວແກ່ເຂົ້າໄປໃນເຮືອນ ແລ້ວຍ່າງເຂົ້າໄປໃນເຮືອນຄົວ ຈັບເອົາມີດປອກໝາກໄມ້ ມາປາດບໍລິເວນຄໍ ນາງ ງາ ຫຼາຍບາດ, ເມື່ອເຫັນ ນາງ ງາ ໝົດສະຕິນອນລົງກັບພື້ນແລ້ວ ທ້າວ ຝູ ໄດ້ເກັບເອົາສາຍຄໍເງິນຂອງ ນາງ ງາ ທີ່ຕົກເຮ່ຍບໍລິເວນພື້ນເຮືອນ; ຈາກນັ້ນ, ແມ່ນຍ່າງໄປທີ່ໂຕະແລ້ວເອົາໂທລະສັບໄອໂຟນ 6 ພຣັດ 1 ເຄື່ອງ ແລ້ວກໍຂີ່ລົດຈັກຫຼົບໜີ.

ວັນທີ 14 ສິງຫາ 2018 ເວລາປະມານ 20:00 ໂມງ, ມີແຂກມາຖາມເຊົ່າເຮືອນພັກມິ້ງຕຸ່ງ ແຕ່ປະກົດເຫັນສົບຜູ້ຍິງນອນຂວໍ້າໜ້າ ເສຍຊີວິດຢູ່ກັບພື້ນ, ຕາມຕົນຕົວ ແລະ ບໍລິເວນຄໍແມ່ນມີຮອຍບາດແຜຈາກຂອງມີຄົມ, ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ໃຫ້ມາກວດກາຕົວຈິງ ແລະ ເຈົ້າໜ້າທີ່ໄດ້ຢືນຢັນວ່າ ແມ່ນສົບຂອງ ນາງ ງາ ເຈົ້າຂອງເຮືອນພັກຫຼັງດັ່ງກ່າວ.

ຈາກນັ້ນ, ໄດ້ລາຍງານຂັ້ນເທິງ ແລະ ຄະນະຮັບຜິດຊອບຊີ້ນຳ ກອງບັນຊາການຕຳຫຼວດ ນະຄອນຫາຍຟ່ອງ ຈຶ່ງຊີ້ນຳໃຫ້ຕຳຫຼວດເມືອງອ້ານຫຼາວ ຫ້ອງຕຳຫຼວດອາຍາ ພ້ອມດ້ວຍຕຳຫຼວດແຕ່ລະກຸ່ມ ແລະ ຕຳຫຼວດບັນດາແຂວງອ້ອມຂ້າງ ຮິບຮ້ອນປະສານສົມທົບລົງເຄື່ອນໄຫວເກັບກຳຂໍ້ມູນຫຼັກຖານທີ່ກ່ຽວຂ້ອງ ແລະ ດຳເນີນການສືບສວນ-ສອບສວນ ນຳຈັບຕົວໃຫ້ໄດ້ໄວທີ່ສຸດ.

ພະນັກງານວິຊາສະເພາະ ໄດ້ລົງເຖິງສະຖານທີ່ເກີດເຫດຢ່າງຮີບດ່ວນ ເພື່ອດຳເນີນການກວດກາສະຖານທີ່ເກີດເຫດ, ຊັນນະສູດຊາກສົບ, ເກັບກຳຂໍ້ມູນຫຼັກຖານຢ່າງລະອຽດ, ຕາມການສະຫຼຸບຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ເສຍຊີວິດ ແມ່ນ ນາງ ໂງທິງາ ອາຍຸ 49 ປີ ສາເຫດການເສຍຊີວິດ ແມ່ນຖືກຂອງມີຄົມແທງເຂົ້າຫຼາຍຈຸດ ໂດຍສະເພາະ ແມ່ນມີຮອຍມີດບາດທີ່ບໍລິເວນຄໍ, ເຮັດໃຫ້ຜູ້ຖືກເຄາະຮ້າຍເສຍເລືອດຫຼາຍ ແລະ ຄາດວ່າເສຍຊີວິດກ່ອນມີຄົນມາເຫັນປະມານ 2-3 ຊົ່ວໂມງ; ນອກນັ້ນ, ເຈົ້າໜ້າທີ່ກວດພົບ ແລະ ເກັບກູ້ເອົາມີດ 2 ດວງ ທີ່ຜູ້ກໍ່ເຫດຖິ້ມປະໄວ້ໃນສະຖານທີ່ກໍ່ເຫດ.

ຜ່ານການຊັນນະສູດສະຖານທີ່ເກີດເຫດ, ເຈົ້າໜ້າທີ່ສາມາດສະຫຼຸບໄດ້ວ່າ: ນີ້ອາດເປັນໄປໄດ້ສູງວ່າແມ່ນເຫດການຕາດຕະກຳ ເພື່ອປຸ້ນເຈົ້າຊັບ, ແຕ່ເຖິງຢ່າງນັ້ນກໍຕາມ ເທິງພື້ນຖານການຕີລາຄາຂອງສະຖານທີ່ເກີດເຫດ ກໍຍັງມີຫຼາຍຢ່າງທີ່ຕ້ອງໄດ້ກວດກາຄົ້ນຫາສາເຫດທີ່ແທ້ຈິງ ເພາະວ່າເຫດການແມ່ນເກີດຂຶ້ນຢູ່ໃນເຮືອນ ແລະ ຍັງບໍ່ມີຂໍ້ມູນຈາກຄົນເຫັນເຫດການ ຫຼື ບຸກຄົນອ້ອມຂ້າງ ເນື່ອງຈາກວ່າ ເຮືອນພັກຫຼັງດັ່ງກ່າວແມ່ນໄກຈາກບ້ານເຮືອນປະຊາຊົນ ແລະ ທີ່ສຳຄັນໃນມື້ເກີດເຫດ ຜູ້ກ່ຽວກໍຢູ່ເຮືອນຄົນດຽວ ເຊິ່ງຍັງເປັນ ບັນຫາທີ່ເຈົ້າໜ້າທີ່ວິຊາສະເພາະຕ້ອງໄດ້ຊອກຄົ້ນຫາຕົ້ນປາຍສາເຫດຂອງເຫດການໃນຄັ້ງນີ້ ໃຫ້ລະອຽດຕື່ມ ເພື່ອເປັນການປະກອບໃສ່ຮ່າງສຳນວນຄະດີດຳເນີນຕາມຂັ້ນຕອນຕໍ່ໄປ.

ເຈົ້າໜ້າທີ່ສືບສວນ-ສອບສວນ ໃຫ້ຮູ້ຕື່ມວ່າ:

ຍ້ອນກິດຈະການເຮືອນພັກ-ຮ້ານບັນເທີງຄາຣາໂອເກະຂອງຜູ້ເສຍຊີວິດ ກໍເກີດມີບັນຫາຫຍຸ້ງຍາກຫຼາຍຢ່າງ ໂດຍສະເພາະດ້ານການພົວພັນກັບສັງຄົມຫຼິ້ນກິນ, ເຊິ່ງກ່ອນໜ້ານີ້ ຜູ້ເສຍຊີວິດກໍເຄີຍຮ່ວມກັບຜົວກ່ຽວກັບ ການບໍລິການທີ່ບໍ່ຖືກຕ້ອງດ້ານການບໍລິການມາກ່ອນ (ການບໍລິການສາວຄາຣາໂອເກະ ເພື່ອຕອບສະໜອງໃຫ້ແຂກທີ່ມາໃຊ້ບໍລິການ). ສະນັ້ນ, ແນ່ນອນວ່າ ເປົ້າໝາຍກໍ່ເຫດຈະຕ້ອງນອນຢູ່ໃນກຸ່ມເປົ້າໝາຍສັງຄົມທີ່ຜູ້ກ່ຽວພົວພັນຢ່າງແນ່ນອນ.

ພັອ ເລ້ຮວ່ງຖັງ ຫົວໜ້າຫ້ອງຕຳຫຼວດອາຍາ ກອງບັນຊາການຕຳຫຼວດ ນະຄອນຫາຍຟ່ອງ ໃຫ້ຮູ້ວ່າ: ເຫດການຄາດຕະກຳທີ່ເກີດຂຶ້ນນີ້ ແມ່ນກົງກັບມື້ທີ່ພາຍຸພັດຖະຫຼົ່ມ ຈຶ່ງເຮັດໃຫ້ສະຖານທີ່ເກີດເຫດມີຫຼາຍຈຸດ ແມ່ນໄດ້ຮັບຜົນກະທົບປ່ຽນແປງຮ່ອງຮອຍ, ຫຼັກຖານບາງຢ່າງກໍບໍ່ສາມາດເກັບກຳໄດ້ຕາມຄາດໝາຍວິຊາສະເພາະ ເມື່ອເຈົ້າໜ້າທີ່ປະປະຕິບັດວຽກງານຕົວຈິງ ແມ່ນພົບຄວາມຫຍຸ້ງຍາກຫຼາຍຢ່າງ.

ເຈົ້າໜ້າທີ່ ທີ່ເຂົ້າຈັບກຸມຕົວຄາດຕະກອນ

ເຈົ້າໜ້າທີ່ລົງໄປເຮັດວຽກຕົວຈິງໃນກາງຄືນມື້ພົບສົບນັ້ນ ກໍໄດ້ກັບມືເປົ່າ ເນື່ອງຈາກວ່າ ພາຍຸລົມແຮງ ບໍ່ສາມາດເກັບກຳຮ່ອງຮອຍ ຫຼື ຫຼັກຖານທີ່ກ່ຽວຂ້ອງກັບເຫດການທີ່ເກີດຂຶ້ນໄດ້, ແຕ່ເຖິງຢ່າງໃດກໍຕາມ ຍ້ອນມີການຕັດສິນໃຈສູງຂອງເຈົ້າໜ້າທີ່ຊ້າ ຫຼື ໄວ ກໍຈະນຳຕົວຜູ້ກໍ່ເຫດມາຮັບຜິດຊອບຕໍ່ການກະທຳຂອງຕົນກໍ່ຂຶ້ນໃຫ້ໄວທີ່ສຸດ.

ເມື່ອເຈົ້າໜ້າທີ່ວິຊາສະເພາະໄດ້ຂຶ້ນເປົ້າໝາຍຕິດຕາມ ແລະ ສົງໄສ ທ້າວ ຈູ້ຫວຽດຝູ ເນື່ອງຈາກວ່າ ນອກຈາກຜູ້ກ່ຽວມີການດຳລົງຊີວິດແບບບໍ່ຖືກຕ້ອງແລ້ວ ຜູ້ກ່ຽວກໍເປັນເປົ້າໝາຍໜຶ່ງທີ່ມັກໄປ-ມາເຮືອນພັກມິ້ງຕຸ່ງ ແລະ ມັກຈະນຳໃຊ້ບໍລິການນອນພັກ ແລະ ຮ້ອງຄາຣາໂອເກະຢູ່ທີ່ນີ້ເປັນປຈຳ. ເມື່ອເຈົ້າໜ້າທີ່ສາມາດຮີບໂຮມເອກະສານ ແລະ ຂໍ້ມູນຢູ່ນັ້ນ ກໍມີຂ່າວສຳຄັນອີກບອກວ່າ: ໃນໂທລະສັບທີ່ຜູ້ກ່ຽວໃຊ້ໃນປັດຈຸບັນ ມີຮອຍເລືອດຕິດຢູ່.

ເມື່ອປະສານຫາທຸກພາກສ່ວນ, ເຈົ້າໜ້າທີ່ສາມາດຢັ້ງຢືນໄດ້ເປົ້າໝາຍລົງມືກໍ່ເຫດຄັ້ງນີ້ແມ່ນ ທ້າວ ຈູ້ຫວຽດຝູ ແລະ ຕາມການລາຍງານໃຫ້ຮູ້ວ່າ: ຜູ້ກ່ຽວກຳລັງເອົາຕົວຫຼົບໜີຢູ່ທີ່ເຂດກຽນອ້ານ ເມືອງອ້ານຫຼາວ; ດັ່ງນັ້ນ, ຈຶ່ງໄດ້ແຈ້ງກຳລັງທຸກພາກສ່ວນຕິດຕາມຈັບຕົວໃຫ້ໄດ້ໄວທີ່ສຸດ.

ຕອນເຊົ້າວັນທີ 15 ສິງຫາ 2018 ເວລາປະມານ 4:00 ໂມງ, ຫຼັງຈາກທີ່ເຫດການເກີດປະມານ 8 ຊົ່ວໂມງ ເຈົ້າໜ້າທີ່ຕຳຫຼວດສາມາດຈັບຕົວ ທ້າວ ຈູ້ຫວຽດຝູ ໃນຂະນະທີ່ຜູ້ກ່ຽວກຳລັງເດີນທາງກັບມາເຮືອນ ທີ່ຄຸ້ມຈ້າງມິ້ງ ເຂດກຽນອ້ານ. ຜ່ານການສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ກຳລັງກະກຽມເຄື່ອງເພື່ອເອົາຕົວຫຼົບໜີ ແລະ ເຈົ້າໜ້າທີ່ໃຫ້ຮູ້ວ່າ ຖ້າຊ້າອີກບໍ່ເຖິງຊົ່ວໂມງ ແມ່ນຍາກທີ່ຈະນຳຕົວຜູ້ກ່ຽວໄດ້.

ອັນທີ່ຢາກເວົ້າໃນເວລາທີ່ເຈົ້າໜ້າທີ່ຈັບຕົວຜູ້ກ່ຽວໄດ້ ຍັງປະກົດວ່າ: ຜູ້ກ່ຽວຍັງບໍ່ທັນຊ່ວງເມົາຢາເສບຕິດ; ດັ່ງນັ້ນ, ຜູ້ກ່ຽວແມ່ນຍັງມີລັກສະນະບໍ່ຢ້ານກົວກັບສິ່ງທີ່ຕົນກໍ່ຂຶ້ນ. ຍ້ອນວ່າຜູ້ກ່ຽວໄດ້ໄປ-ມາເຮືອນພັກຂອງ ນາງ ງາ (ຜູ້ເສຍຊີວິດ) ເປັນປະຈຳ; ດັ່ງນັ້ນ, ຈຶ່ງຮູ້ຈັກ ແລະ ລື້ງເຄີຍກັນຫຼາຍສົມຄວນ ຈົນຮູ້ວ່າ ນາງ ງາ ຢູ່ຜູ້ດຽວ ເພາະຜົວ ແລະ ລູກອີກ 2 ຄົນ ແມ່ນໄປເຮັດວຽກຢູ່ຕ່າງແຂວງ; ຫຼັງຈາກທີ່ໄດ້ເສບຢາໄອສ໌ ແລະ ຫຼິ້ນເກມເສຍເງິນ ກໍມີຄວາມຄິດຢາກຊອກເງິນມາຫຼິ້ນກິນຕໍ່ ຈຶ່ງຄິດອອກໄປຄາດຕະກຳຊິງຊັບ ນາງ ງາ ແລະ ເອົາຊັບສິນໄປໄດ້ ເຊິ່ງມີ ໂທລະສັບໄອໂຟນ 6 ພຣັດ 1 ເຄື່ອງ ນຳໄປຂາຍໄດ້ເງິນ 1 ລ້ານດົ່ງ ຈາກນັ້ນໄດ້ນຳເງິນໄປໃຊ້ໜີ້, ເງິນທີ່ເຫຼືອແມ່ນຊື້ຢາມາເສບ.

ຫຼັງຈາກທີ່ສາມາດຈັບຕົວຜູ້ກໍ່ເຫດໃນຄະດີດັ່ງກ່າວໄດ້, ພັອ ຫງວຽນວັນກອງ ຮອງຫົວໜ້າກອງບັນຊາການຕຳຫຼວດນະຄອນ ຫົວໜ້າກອງສືບສວນ-ສອບສວນຄະດີອາຍາ ພ້ອມດ້ວຍພະນັກງານການນຳ ແລະ ອຳນາດການປົກຄອງເມືອງອ້ານຫຼາວ ໄດ້ຈັດພິທີມອບໃບຍ້ອງຍໍ ແລະ ລາງວັນໃຫ້ແຕ່ລະກົມກອງ ທີ່ເຂົ້າຮ່ວມບັ້ນການດຳເນີນຄະດີໃນຄັ້ງນີ້, ເຊິ່ງປະກອບມີ: ຫ້ອງຕຳຫຼວດອາຍາ, ຫ້ອງເຕັກນິກອາຍາ, ຫ້ອງການຕຳຫຼວດກຸ່ມກຽນອ້ານ.

ເຫດການຄາດຕະກຳປຸ້ນເອົາຊັບໃນຄັ້ງນີ້ ໄດ້ເຮັດໃຫ້ປະຊາຊົນອ້ອມຂ້າງ ກໍຄື ປະຊາຊົນພາຍໃນເມືອງເກີດຄວາມຢ້ານກົວ ແລະ ເກີດຫາງສຽງວິຈານເປັນຢ່າງໜັກ.

ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ໄດ້ດຳເນີນການເກັບກູ້ເອົາພາຫະນະ, ອຸປະກອນທີ່ຜູ້ກ່ຽວໃຊ້ກໍ່ເຫດ ແລະ ປຸ້ນມາໄດ້ ລວມມີ ລົດຈັກ 1 ຄັນ, ໂທລະສັບ 1 ເຄື່ອງ, ມີດປາຍແຫຼັມ 2 ດວງ, ສາຍຄໍເງິນ 1 ເສັ້ນ ພ້ອມທັງສັ່ງກັກຂັງ ທ້າວ ຈູ້ຫວຽດຝູ ໃນສະຖານຄາດຕະກຳຊິງຊັບ ເພື່ອກຽມປະກອບສຳນວນສັ່ງຟ້ອງສານຕັດສິນຕາມລະບຽບກົດໝາຍຕໍ່ໄປ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ຄະດີຕ່າງແດນ – ນສພ ຄວາມສະຫງົບ