ກໍາມາທິການເສດຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ສະພາແຫ່ງຊາດ

ກໍາມາທິການເສດຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດກ່ຽວກັບ ວຽກງານທີ່ດິນ, ການລົດໄຟ, ລາຍເຊັນເອເລັກໂຕຣນິກ ແລະ ຄວາມປອດໄພດ້ານລັງສີ ໃນລະຫວ່າງວັນທີ 15-17 ຕຸລາ 2018, ທີ່ສູນ ICTC ເປັນປະທານໂດຍ ທ່ານ ບຸນປອນ ສີສຸລາດ ປະທານກໍາມາທິການເສດຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ພ້ອມທັງມີຄະນະປະຈໍາສະພາແຫ່ງຊາດ, ປະທານ-ຮອງປະທານສະພາປະຊາຊົນແຂວງ, ນະຄອນຫຼວງວຽງຈັນ, ລັດຖະມົນຕີ-ຮອງລັດຖະມົນຕີ, ສະມາຊິກສະພາແຫ່ງຊາດທົ່ວປະເທດ, ສະມາຊິກສະພາປະຊາຊົນແຂວງ, ນັກວິທະຍາກອນ, ຊ່ຽວຊານຈາກພາຍໃນ ແລະ ຕ່າງປະເທດ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມສຳມະນາວິທະຍາສາດຄັ້ງນີ້ ໄດ້ຈັດຂຶ້ນພາຍໃຕ້ການຊີ້ນຳຂອງ ຄະນະປະຈຳສະພາແຫ່ງຊາດ, ເນື້ອໃນສຳຄັນຂອງກອງປະຊຸມສຳມະນາ ແມ່ນໄດ້ຮັບຟັງການສະເໜີບົດຮຽນ, ປະສົບການໃນການຄຸ້ມຄອງວຽກງານທີ່ດິນ, ການລົດໄຟ, ລາຍເຊັນເອເລັກໂຕຣນິກ, ຄວາມປອດໄພທາງດ້ານລັງສີ ແລະ ກົດໝາຍຕ່າງໆທີ່ກ່ຽວຂ້ອງ; ທັງນີ້, ກໍເພື່ອໃຫ້ບັນດາທ່ານຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ນຳໃຊ້ເປັນບ່ອນອີງ ແລະ ເປັນຂໍ້ມູນພື້ນຖານສຳຄັນເຂົ້າໃນການປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍທີ່ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ ແລະ ຮັດກຸມ, ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດ.

ທ່ານ ບຸນປອນ ສີສຸລາດ
ປະທານກໍາມາທິການເສດຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມ

ກອງປະຊຸມສຳມະນາວິທະຍາສາດຄັ້ງນີ້ ຈັດຂຶ້ນເປັນເວລາ 3 ວັນ ເຊິ່ງກຳມາທິການເສດຖະ ກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບກະຊວງທີ່ກ່ຽວຂ້ອງ ເຊື້ອເຊີນເອົານັກວິທະຍາກອນ, ຊ່ຽວຊານຜູ້ທີ່ມີຄວາມຮູ້ ແລະ ປະສົບການຕົວຈິງສະເພາະດ້ານກ່ຽວກັບວຽກງານດັ່ງກ່າວຈາກພາຍໃນ ແລະ ຕ່າງປະເທດມາບັນຍາຍ ເປັນຕົ້ນແມ່ນ ຫົວຂໍ້ກ່ຽວກັບ ວຽກງານທີ່ດິນ ຄືການແບ່ງຂັ້ນຄຸ້ມຄອງວຽກງານທີ່ດິນລະຫວ່າງສູນກາງ ແລະ ທ້ອງຖິ່ນຂອງ ສສ ຫວຽດນາມ ແລະ ການຈັດສັນທີ່ດິນລະດັບຊາດ ແລະ ລະດັບທ້ອງຖິ່ນ ຂອງ ສສ ຫວຽດນາມ. ຫົວຂໍ້ກ່ຽວກັບ ວຽກງານລາຍເຊັນເອເລັກໂຕຣນິກ ຄືການຢັ້ງຢືນຕົວຕົນໃນຍຸກດີຈີຕອນ, ເສດຖະກິດດີຈີຕອນ, ຄວາມຈຳເປັນໃນການສ້າງກົດໝາຍລາຍເຊັນເອເລັກໂຕຣນິກ ແລະ ຫົວຂໍ້ກ່ຽວກັບ ວຽກງານການລົດໄຟ ຄືໂຄງປະກອບເນື້ອໃນສຳຄັນຂອງກົດໝາຍ ວ່າດ້ວຍ ການລົດໄຟຂອງປະເທດໄທ, ການຄຸ້ມຄອງໃນການຈັດຕັ້ງປະຕິບັດກົດໝາຍທາງລົດໄຟຈາກປະເທດໄທ ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຄືແນວໃດ ແລະ ຂໍ້ແນະນຳກ່ຽວກັບ ກົດໝາຍ ວ່າດ້ວຍ ການລົດໄຟຂອງປະເທດລາວ ຄວນເອົາໃຈໃສ່ບັນຫາໃດແດ່ ແລະ ຫົວຂໍ້ກ່ຽວກັບ ວຽກງານຄວາມປອດໄພຈາກລັງສີ ຄືການຄຸ້ມຄອງວຽກງານລັງສີ-ນິວເຄຣຍ ແລະ ສະພາບການນຳໃຊ້ລັງສີ-ນິວເຄຣຍ ໃນທາງສັນຕິ ເພື່ອການພັດທະນາ.

ບັນດາຜູ້ເຂົ້າຮ່ວມສຳມະນາວິທະຍາສາດ

ໃນນັ້ນ, ກອງປະຊຸມໄດ້ຄົ້ນຄວ້າສົນທະນາ ແລະ ລົງເລິກແລກປ່ຽນຄຳເຫັນຕົວຈິງ ໃສ່ບັນດາຫົວຂໍ້ຕ່າງໆ, ເນື້ອໃນຮ່າງກົດໝາຍຂົງເຂດເສດຖະກິດ ຈຳນວນ 4 ສະບັບ ເພື່ອກະກຽມຄວາມພ້ອມຮອບດ້ານກ່ອນນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ຄື: ກົດໝາຍ ວ່າດ້ວຍ ທີ່ດິນ (ສະບັບປັບປຸງ), ກົດໝາຍ ວ່າດ້ວຍ ລາຍເຊັນເອເລັກໂຕຣນິກ (ສະບັບສ້າງໃໝ່), ກົດໝາຍ ວ່າດ້ວຍ ການລົດໄຟ (ສະບັບສ້າງໃໝ່) ແລະ ກົດໝາຍ ວ່າດ້ວຍ ຄວາມປອດໄພຈາກລັງສີ (ສະບັບສ້າງໃໝ່).