ພັອ ສົມລິດ ດາວຮຸ່ງສຸລິ ເລຂາຄະນະພັກຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ເປັນປະທານ

ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ເປີດບັ້ນດໍາເນີນຊີວິດການເມືອງ ກວດກາຕີລາຄາແບ່ງປະເພດກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ ປະຈໍາປີ 2018 ໃນວັນທີ 22 ຕຸລາ 2018, ເປັນປະທານໂດຍ ພັອ ສົມລິດ ດາວຮຸ່ງສຸລິ ເລຂາຄະນະພັກຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະກົມ, ພະແນກ, ຄ້າຍ ແລະ ສະມາຊິກພັກ ເຂົ້າຮ່ວມ.

ພັອ ສົມລິດ ດາວຮຸ່ງສຸລິ ກ່າວວ່າ: ການເປີດບັ້ນດໍາເນີນຊີວິດການເມືອງຄັ້ງນີ້ ເພື່ອເປັນການປັບປຸງພັກ, ປັບປຸງກໍາລັງ, ເຊີດຊູສະຕິຄວາມຮັບຜິດຊອບຂອງຄະນະພັກ-ຄະນະບັນຊາ, ສະມາຊິກພັກ, ພະນັກງານ-ນັກຮົບທຸກສະຫາຍໃນການເຄົາລົບ ແລະ ປະຕິບັດຫຼັກການກໍ່ສ້າງພັກ, ຫຼັກການລວມສູນປະຊາທິປະໄຕ, ຫຼັກການຕິຊົມຕົນເອງ ແລະ ຕິຊົມເຊິ່ງກັນແລະກັນ ໃນການແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ-ພາຍໃນກໍາລັງເຊັ່ນ:

ບັນດາຜູ້ເຂົ້າຮ່ວມບັ້ນເປີດຊີວິດການເມືອງ

ການຖືເບົາຕໍ່ການຝຶກຝົນຫຼ່ໍຫຼອມຕົນເອງ, ປະກົດການເສື່ອມຄຸນປ່ຽນທາດ, ພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ການຝ່າຝືນກົດລະບຽບຂອງພັກ, ກົດລະບຽບຂອງລັດ, ຂໍ້ກໍານົດກົດລະບຽບຂອງກໍາລັງປ້ອງກັນຄວາມສະຫງົບທີ່ກໍາລັງປະກົດຂຶ້ນ ແລະ ແພ່ລາມຫຼາຍ, ເຊິ່ງທັງໝົດນັ້ນ ມັນກາຍເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ການປັບປຸງກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ເຂັ້ມແຂງ, ສໍາຫຼວດກວດກາຄືນໃນການຊີ້ນໍາ-ນໍາພາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກຂອງຕົນ ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ, ສໍາຫຼວດກວດກາຄຸນທາດການເມືອງ, ແບບແຜນນໍາພາວິທີເຮັດວຽກ, ແບບແຜນດໍາລົງຊີວິດ, ຄວາມເປັນແບບຢ່າງ ໂດຍສະເພາະແມ່ນບັນດາສະຫາຍຄະນະພັກ ແລະ ພະນັກງານຂັ້ນບັນຊາແຕ່ລະຂັ້ນ ໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນຖັນແຖວສະມາຊິກພັກ, ພະນັກງານ ແລະ ຄະນະພັກແຕ່ລະຂັ້ນໃຫ້ໄດ້ຢ່າງເດັດຂາດ.

ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ

ນອກນີ້, ຍັງເປັນການຍົກສູງບົດບາດ ແລະ ຄວາມສາມາດການນໍາພາຂອງພັກປະຕິບັດຢ່າງ ເຂັ້ມງວດຕໍ່ຫຼັກການນໍາພາກໍາລັງປ້ອງກັນຄວາມສະຫງົບຢ່າງເດັດຂາດ, ໂດຍກົງ ແລະ ຮອບດ້ານ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ຂອງກໍາລັງປ້ອງກັນຄວາມສະຫງົບ, ເພີ່ມທະວີຄວາມເປັນປຶກແຜ່ນແໜ້ນໜາພາຍໃນພັກ, ສ້າງຄວາມຕັດສິນໃຈ ແລະ ຄວາມເປັນເອກະພາບສູງຕໍ່ການຊີ້ນໍາ-ນໍາພາຂອງພັກ, ໃນການປະຕິບັດສືບຕໍ່ການປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ເດັດດ່ຽວປົກປັກຮັກສາ ແລະ ພັດທະນາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.

<===>