6 ເດືອນຕົ້ນປີ ນວ ນໍາເຂົ້າສິນຄ້າເພີ່ມຂຶ້ນກວ່າ 40%

0
970

6 ເດືອນຕົ້ນປີ 2018, ນະຄອນຫຼວງວຽງຈັນ (ນວ) ນໍາເຂົ້າສິນຄ້າຈາກຕ່າງປະເທດຈໍານວນຫຼວງຫຼາຍ ເຊິ່ງເພີ່ມຂຶ້ນຫຼາຍກວ່າ 40% ໂດຍສະເພາະແມ່ນນໍາເຂົ້າອຸປະກອນ-ເຄື່ອງໃຊ້ໄຟຟ້າ ແລະ ອຸດສາຫະກໍາ ເຫຼົ່ານີ້ເປັນຕົ້ນ.

ບັນດາຜູ້ເຂົ້າຮ່ວມ

ທ່ານ ສົມປະສົງ ສະຫງວນວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ກ່າວໃນ ກອງປະຊຸມສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບ 3 ຫຼຸດ 3 ເພີ່ມ ຂອງ ພະແນກອຸດສາຫະກໍາ ແລະ ການຄ້າ ນວ ປະຈໍາປີ 2018 ໃນວັນທີ 22 ຕຸລານີ້ ວ່າ:

ທ່ານ ສົມປະສົງ ສະຫງວນວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ

ໃນ 6 ເດືອນຕົ້ນປີ 2018, ການນໍາເຂົ້າສິນຄ້າຈາກຕ່າງປະເທດ ໃນທົ່ວນະຄອນຫຼວງວຽງຈັນ ແມ່ນມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນສິນຄ້າປະເພດພາຫະນະຊິ້ນສ່ວນ-ອາໄຫຼ່, ອຸປະກອນກໍ່ສ້າງ, ອຸປະກອນ-ເຄື່ອງໃຊ້ໄຟຟ້າ, ສິນຄ້າຮັບໃຊ້ກະສິກໍາ ລວມມູນຄ່າ ທັງໝົດ 990.993.458 ໂດລາສະຫະລັດ ທຽບໃສ່ປີຜ່ານມາ ແມ່ນເພີ່ມຂຶ້ນ 40,40%; ສ່ວນການສົ່ງອອກສິນຄ້າ ປະເພດອຸດສາຫະກໍາ, ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ລວມມູນຄ່າ 403.592.327 ໂດລາສະຫະລັດ ທຽບໃສ່ປີຜ່ານມາ ແມ່ນເພີ່ມຂຶ້ນ 1,17%.

ພະແນກອຸດສາຫະກໍາ ແລະ ການຄ້າ ນວ

ໃນນັ້ນ, ຍັງໄດ້ຊຸກຍູ້ສົ່ງເສີມການຄ້າຄອບຄົວຕົວແບບໃຫ້ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ໄດ້ຈໍານວນ 5 ຫົວໜ່ວຍຄື: ໂຮງງານຜະລິດຢາພື້ນເມືອງ ກາເສືອ 1 ໂຕ, ກຸ່ມຫັດຖະກໍາຜ້າທໍໄໝ, ວິສາຫະກິດສ່ວນບຸກຄົນກາເຟຍົກລໍ້, ໂຮງງານຈິລະຍຸນໍ້າໝາກກ້ຽງຄັ້ນສົດ ແລະ ກຸ່ມຫັດຖະກໍາຕ່ໍາຫູກ; ປັດຈຸບັນມີຫົວໜ່ວຍໂອດ໊ອບທັງໝົດ 44 ຫົວໜ່ວຍ ເພີ່ມຂຶ້ນ 12,83% ທຽບໃສ່ປີຜ່ານມາ ແລະ ກຸ່ມຜະລິດສິນຄ້າຫັດຖະກໍາ ທີ່ໄດ້ຮັບກາໝາຍໂອດ໊ອບແຫ່ງຊາດ ມີທັງໝົດ 7 ກຸ່ມ.

ບັນດາຜູ້ເຂົ້າຮ່ວມ