ປະກາດການຈັດຕັ້ງ ປກສ ແຂວງໄຊຍະບູລີ

0
2216
ຄະນະປະທານໃນພິທີປະກາດການຈັດຕັ້ງນາຍຕຳຫຼວດ

ພິທີປະກາດການຈັດຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 19 ຕຸລາ 2018 ເພື່ອປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນໃນກໍາລັງປ້ອງກັນຄວາມສະຫງົບແຂວງ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງໃນປັດຈຸບັນ, ສະເພາະໜ້າ ແລະ ຍາວນານ, ເຂົ້າຮ່ວມໂດຍ ທ່ານ ປອ ສົມລິດ ເປືອກແກ້ວ ປະທານສະພາປະຊາຊົນແຂວງ, ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ຄະນະພັກ-ຄະນະບັນຊາພະແນກການ, ກົມກອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ.

ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ

ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 1838/ປກສ,  ຂໍ້ຕົກລົງເລກທີ 1839/ປກສ ແລະ ເລກທີ 1840/ປກສ, ລົງວັນທີ 9 ຕຸລາ 2018 ວ່າດ້ວຍ ການໂຍກຍ້າຍ ແລະ ແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງໄຊຍະບູລີ. 

ພັອ ຄໍາແພງ ເພັດ

ໃນນີ້, ໄດ້ໂຍກຍ້າຍ ພັທ ສຸພາບ ສຸກຜາລີ ຈາກຫ້ອງສັນຕິບານ ປກສ ແຂວງ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງການ ປກຊ – ປກສ ແຂວງ, ພັທ ບຸນເສີມໄຊຍະວົງ ຈາກຫ້ອງສັນຕິບານ ປກສ ແຂວງ ໄປຮັບໜ້າທີ່ໃໝ່ຢູ່ສະຫະພັນນັກຮົບເກົ່າ ແຂວງ; ແຕ່ງຕັ້ງ ພັທ ສົມເພັດ ປັນແກ້ວ ອະດີດຫົວໜ້າກອງບັນຊາການ ປກສ ເມືອງເງິນ ຂຶ້ນເປັນຮອງຫົວໜ້າກອງບັນຊາການ ປກສ ແຂວງ;  ແຕ່ງຕັ້ງ ພັທ ພອນສະຫວັນ ວໍລະສັກ ອະດີດຫົວໜ້າຫ້ອງການເມືອງ ປກສ ແຂວງ ເປັນຫົວໜ້າກອງບັນຊາການ ປກສ ເມືອງເງິນ, ພັທ ພອນສະຫວັດ ພະໄຊສົມບັດ ເປັນຫົວໜ້າຫ້ອງ 509 ປກສ ແຂວງ, ພັທ ນາງ ກອງຕຽງ ໄຊຍະລາດ ຈາກຫ້ອງ 504 ເປັນຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ, ພັຕ ປີຊາປັນ ຍາແກ້ວ ຈາກຫ້ອງວິໄຈການເມືອງຂອງແຂວງ ເປັນຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງ ແລະ ພັຕ ເທບ ມະນີວົງ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງຊຽງຮ່ອນ.

ກອງບັນຊາການ ປກສ ແຂວງໄຊຍະບູລີ

ພົຈວ ອາລູ ວາລີຊື ໄດ້ເນັ້ນໜັກບັນດາສະຫາຍທີ່ຖືກໂຍກຍ້າຍ ແລະ ແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ ຈົ່ງຍົກສູງຄຸນທາດການເມືອງ, ຄວາມຮູ້, ຄວາມສາມາດໃນການຊີ້ນໍາ-ບັນຊາ, ມີຄວາມເປັນເອກະພາບສູງຕໍ່ການນໍາພາຂອງພັກ, ການມອບໝາຍໜ້າທີ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ໃຫ້ລະອຽດໃນການປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນ ພ້ອມກັນບຸກບືນກ້າວຂຶ້ນເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າ ທີ່ການຈັດຕັ້ງພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

<===>