ໃນອາທິດຜ່ານມາ, ປກສ ເມືອງພະລານໄຊ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດ-ຮັບຮອງເອົາ 9 ບ້ານ ເປັນບ້ານປ້ອງກັນຄວາມສະຫງົບດີ ຄື: ບ້ານໂພວັດ, ບ້ານແກ້ງໄຊນ້ອຍ, ບ້ານຄຳເຕີຍ, ບ້ານຫຼັກໄຊ, ບ້ານນາຈັນໄຕ, ບ້ານນາສະຄຸ, ບ້ານໂພນບົກ, ບ້ານນາບໍ່ຄຳ ແລະ ບ້ານຊຽງແລໂຄກ, ເຂົ້າຮ່ວມໂດຍ ທ່ານ ກົງແກ້ວ ມີວໍລະຈັກ ເຈົ້າເມືອງໆພະລານໄຊ, ພັທ ລຳຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຫົວໜ້າກອງບັນຊາການ ປກສ ເມືອງ, ນາຍບ້ານ 9 ບ້ານ, ປກສ ກຸ່ມບ້ານ, ກຳລັງ ປກສ ບ້ານ, ພະນັກງານວິຊາການ ແລະ ພໍ່-ແມ່ປະຊາຊົນທັງ 9 ບ້ານ ເຂົ້າຮ່ວມ.

ພັຕ ກ້ຽມ ອິນທະກຸມມານ ຮອງຫົວໜ້າກອງບັນຊາການ ປກສ ເມືອງພະລານໄຊ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວໃນການຈັດຕັ້ງປະຕິບັດວຽກງານສ້າງບ້ານປ້ອງກັນຄວາມສະຫງົບດີ ໃນຈຳນວນ 9 ບ້ານ ຂອງເມືອງດັ່ງກ່າວ ເຊິ່ງປະກອບ ມີ 55 ໜ່ວຍ, ມີ 824 ຫຼັງຄາເຮືອນ, ມີ 788 ຄອບຄົວ, ມີພົນລະເມືອງ ທັງໝົດ 5.330 ຄົນ ຍິງ 2.727 ຄົນ, ອາຍຸ 15 ປີຂຶ້ນໄປ ມີ 3.259 ຄົນ ຍິງ 1.664 ຄົນ ໃນນັ້ນ, ຍັງບໍ່ທັນຂຶ້ນທະບຽນສຳມະໂນຄົວ ມີ 11 ຄອບຄົວ, ຄະນະຮັບຜິດຊອບສ້າງບ້ານປ້ອງກັນຄວາມສະຫງົບດີ, ຂັ້ນເມືອງ ໂດຍສົມທົບກັບຄະນະພັກ-ອຳນາດການປົກຄອງອົງການຈັດຕັ້ງຂັ້ນບ້ານໄດ້ ພ້ອມກັນເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້, ວຽກງານປັບປຸງກຳລັງ ປກສ ບ້ານ ແລະ ວຽກງານສ້າງຂະບວນການອື່ນໆ, ຈັດຕັ້ງ 3 ບາດກ້າວ, 4 ຂັ້ນຕອນ, 5 ວຽກໃຫຍ່, ວຽກງານສ້າງຂະບວນການ ໄດ້ລົງຕິດຕາມຊຸກຍູ້ເກັບກຳບັນດາຫົວ
ໜ່ວຍ, ຫຼັງຄາເຮືອນ ແລະ ຄອບຄົວຂອງພໍ່-ແມ່ປະຊາຊົນທີ່ມີຄວາມຕື່ນຕົວປະຕິບັດຕາມລະບຽບ, ຂໍ້ກຳນົດ ແລະ ຄອບຄົວປ້ອງກັນຄວາມສະຫງົບດີ ຄົບຕາມ 5 ມາດຖານຂອງບ້ານປ້ອງກັນຄວາມສະຫງົບດີ ໃນນັ້ນ ສາມາດແບ່ງປະເພດຄອບຄົວເຂັ້ມແຂງເປັນແບບຢ່າງຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບດີ ຄົບ 5 ມາດຖານມີ 759 ຄອບຄົວ.

ພັຕ ສົມຫວັງ ຍອດສຸເບັງ ຫົວໜ້າພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເມືອງ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ, ສະບັບເລກທີ 2056-2064/ຈຂ.ສຂ ລົງ
ວັນທີ 10 ກັນຍາ 2018 ວ່າດ້ວຍ ການຢັ້ງຢືນຮັບຮອງເອົາບ້ານປ້ອງກັນຄວາມສະຫງົບດີ ຈຳນວນ 9 ບ້ານ ປະຈຳປີ 2017-2018, ພ້ອມທັງມອບໃບຢັ້ງຢືນ ບ້ານປ້ອງກັນຄວາສະຫງົບດີ ໃຫ້ຕ່າງໜ້າທັງ 9 ບ້ານ ເປັນກຽດມອບໂດຍ ທ່ານ ກົງແກ້ວ ມີວໍລະຈັກ.

ທ່ານ ກົງແກ້ວ ມີວໍລະຈັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ, ອຳນາດການປົກຄອງບ້ານ ແລະ ພໍ່-ແມ່ປະຊາຊົນໃນຈຳນວນ 9 ບ້ານ ທີ່ໄດ້ຮັບໃບຢັ້ງຢືນດັ່ງກ່າວ, ໄດ້ໃຫ້ການຮ່ວມມືປະກອບສ່ວນເຂົ້າໃນວຽກງານສ້າງບ້ານປ້ອງກັນຄວາມສະຫງົບດີ ແລະ ສາມາດປະກາດເປັນບ້ານປ້ອງກັນຄວາມສະຫງົບດີ ແລະ ພ້ອມທັງຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ ແລະ ປະຊາຊົນຈົ່ງຮັກສາມູນເຊື້ອນາມະຍົດບ້ານປ້ອງກັນຄວາມສະຫງົບດີ ໃຫ້ຢືນຍົງ ແລະ ດີງາມຕະຫຼອດໄປ.