ຄະນະພັກກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ເປີດບັ້ນດຳເນີນຊີວິດການເມືອງ ປະຈຳປີ 2018 ຂຶ້ນໃນວັນທີ 30 ຕຸລາ 2018 ເພື່ອປັບປຸງກໍ່ສ້າງການຈັດຕັ້ງພັກ, ກົມກອງ, ສະມາຊິກພັກ ແລະ ພະນັກງານ-ນັກຮົບ ໃຫ້ໜັກແໜ້ນ-ເຂັ້ມແຂງ-ປອດໃສ ທັງເປັນການດຳເນີນການກວດກາຄັດເລືອກກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ໃຫ້ຖືກຕ້ອງຕາມເປົ້າໝາຍ, ເປັນປະທານໂດຍ ພົຈວ ປອ ທອງເຫຼັກ ມັງໜໍ່ເມກ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ຕຳຫຼວດ, ມີຄະນະພັກກົມໃຫຍ່, ເລຂາ-ຮອງເລຂາໜ່ວຍພັກ, ບັນດາຫ້ອງ, ກົມ, ສູນອ້ອມຂ້າງກົມໃຫຍ່ຕຳຫຼວດ ເຂົ້າຮ່ວມ.

ພົຈວ ປອ ທອງເຫຼັກ ມັງໜໍ່ເມກ

ເອກະສານທີ່ນຳມາເຜີຍແຜ່ໃນບັ້ນດຳເນີນຊີວິດການເມືອງຄັ້ງນີ້ ປະກອບມີ: ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ ລົງວັນທີ 26 ເມສາ 2018 ກ່ຽວກັບ ການຈັດຕັ້ງປະຕິບັດຄຳສັ່ງຂອງ ກົມການເມືອງສູນກາງພັກ ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເອກະສານຄຳແນະນຳຂອງຄະນະພັກ ກະຊວງ ປກສ ເລກທີ 464/ຄພ.ປກສ ລົງວັນທີ 31 ທັນວາ 2007 ວ່າດ້ວຍ ການເປີດບັ້ນດຳເນີນຊີວິດການເມືອງ, ດຳເນີນການຄັດເລືອກກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ໃນກຳລັງປ້ອງກັນຄວາມສະຫງົບ ປະຈຳແຕ່ລະປີ; ເຜີຍແຜ່ໂດຍ ພົຈວ ປອ ທອງເຫຼັກ ມັງໜໍ່ເມກ.

ບັນດາຜູ້ເຂົ້າຮ່ວມບັ້ນດຳເນີນຊີວິດການເມືອງ

ພາຍຫຼັງສຳເລັດການເຊື່ອມຊຶມຂັ້ນພະນັກງານນຳພາ-ບັນຊາແລ້ວ ຈະມີການແບ່ງຈຸຮັບຜິດຊອບຊີ້ນຳ-ນຳພາ ເພື່ອນຳເອົາເນື້ອໃນຈິດໃຈຂອງບັ້ນດຳເນີນຊີວິດການເມືອງເທື່ອນີ້ ໄປເຜີຍແຜ່ໃຫ້ບັນດາສະມາຊິກພັກ ແລະ ພະນັກງານ-ນັກຮົບ ໃນຄວາມຮັບຜິດຊອບຂອງຕົນຮັບຮູ້ຢ່າງທົ່ວເຖິງ ດ້ວຍການເປີດບັ້ນດຳເນີນຊີວິດການເມືອງໃນແຕ່ລະໜ່ວຍພັກ. ຈາກນັ້ນ, ບັນດາສະຫາຍຈະໄດ້ມີການຂຽນໃບສຳຫຼວດຕີລາຄາຕົນເອງ ແລະ ເພື່ອນຮ່ວມງານ ເພື່ອດຳເນີນການສຳຫຼວດກວດກາຕີລາຄາແບ່ງປະເພດ ໃຫ້ຖືກຕ້ອງຕາມຄວາມເປັນຈິງ, ເຊິ່ງບັ້ນດຳເນີນຊີວິດການເມືອງ ທົ່ວກົມໃຫຍ່ຕຳຫຼວດ ຄາດຈະສຳເລັດໃນວັນທີ 13 ພະຈິກ 2018.

ບັນດາຜູ້ເຂົ້າຮ່ວມບັ້ນດຳເນີນຊີວິດການເມືອງ