ກອງປະຊຸມສ່ອງແສງວຽກງານກໍ່ສ້າງຮາກຖານ ປະຈຳ 2 ເດືອນ (ກັນຍາ -ຕຸລາ ) ປີ 2018 ຂອງກອງກໍ່ສ້າງຮາກຖານ 914 ປະຈໍາເມືອງລອງ ແລະ ກອງກໍ່ສ້າງຮາກຖານ 917 ປະຈຳເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 26 ຕຸລາ 2018 ທີ່ຫ້ອງການຮາກຖານບ້ານຊຽງກົກ ເມືອງລອງ ແຂວງຫຼວງນໍ້າທາ. ເຂົ້າຮ່ວມເປັນປະທານໂດຍ ທ່ານ ພົມມະສຸກ ວິໄລກຸນ ເຈົ້າເມືອງໆລອງ ແລະ ພັທ ຄຳພັດ ພົມພິພັກ ຮອງເລຂາອົງຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະຫ້ອງ, ຄະນະພັກ-ນະຄະບັນຊາ ປກສ ເມືອງລອງ-ເມືອງສິງ, ຫົວໜ້າກອງກໍ່ສ້າງຮາກຖານ 914 -917, ເລຂາຄະນະພັກຮາກຖານກຸ່ມບ້ານຊຽງກົກ, ປກຊ-ປກສ, ປກສ ກຸ່ມບ້ານ, ແຂກຮັບເຊີນຕະຫຼອດຮອດພະນັກງານສອງກອງກໍ່ສ້າງຮາກຖານເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ພັທ ສີ ບຸນເຮືອງ ໄຊຍະເພັດ ຫົວໜ້າກອງກໍ່ສ້າງຮາກຖານ 914 ໄດ້ຂຶ້ນຜ່ານບົດລາຍງາຍຫຍໍ້ການເຄື່ອນໄຫວວຽກງານປະຈຳ 2 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນຕໍ່ໜ້າ. ໄລຍະຜ່ານມາໄດ້ສົມທົບກັບກຳລັງ ປກສ ກຸ່ມບ້ານນຳພາ ປກສ-ກອງຫຼອນບ້ານເຄື່ອນໄຫວປ້ອງກັນເວນຍາມ, ກວດກາລາດຕະເວດໃນພື້ນທີຈຸດຫຼ່ໍແຫຼມລຽບ ຕາມຊາຍແດນໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ເອົາໃຈໃສ່ເຮັດວຽກງານຄຸ້ມຄອງສຳມະໂນຄົວ, ເກັບກຳການເໜັງຕິງຂອງພົນລະເມືອງ ເຊິ່ງສະແດງອອກທັງ ສອງກຸ່ມຊຽງກົກ-ຜາງົວ ທີ່ພະນັກງານຮັບຜິດຊອບລວມທັງໝົດມີ 17 ບ້ານ, ມີ 1.023 ຫຼັງຄາເຮືອນ, ມີ 64 ໜ່ວຍ, ມີ 1.118 ຄອບ ຄົວ, ມີພົນລະເມືອງທັງໝົດ 5.387 ຄົນ ຍິງ 2.708 ຄົນ, ຄອບຄົວ ທີ່ຈົດທະບຽນແລ້ວ ມີ 1.056 ຄອບຄົວ, ມີພົນລະເມືອງ 4.922 ຄົນ, ຄອບຄົວທີຍັງບໍ່ຈົດທະບຽນສຳມະໂນຄົວ 70 ຄອບຄົວ, ມີພົນລະເມືອງ 454 ຄົນ, ເກັບກຳຄົນມາພັກເຊົາຊົວຄາວ ໄດ້ 126 ຄົນ ຍິງ 51 ຄົນ, ຕ່າງບ້ານ 8 ຄົນ, ຕ່າງເມືອງ 9 ຄົນ, ຕ່າງແຂວງ 49 ຄົນ, ຕ່າງປະເທດ 60 ຄົນ, ຄົນບໍ່ມີໜ້າຊົ່ວຄາວ 102 ຄົນ ຍິງ 94 ຄົນ, ລົງປັບປຸງສຳມະໂນຄົວ ແລະ ເກັບກຳຂໍ້ມູນເຂົ້າຮ່າງແບບຟອມສຳມະໂນຄົວອອກບັດປະຈຳຕົວທັນສະໄໝ່ທັງສອງກຸ່ມ ໄດ້ 5 ບ້ານ ມີ 301 ຄອບຄົວ, ມີພົນລະເມືອງ 1.331 ຄົນ ຍິງ 669 ຄົນ.

ໂອກາດດັ່ງກ່າວ, ກໍໄດ້ຮັບຟັງການໂອ້ລົມຈາກ ພັທ ຄຳພັດ ພົມພິພັກ ຮອງຫົວໜ້າກອງບັນຊາ ການ ປກສ ແຂວງ ເຊິ່ງກ່ອນອື່ນ ທ່ານໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ສອງກອງກໍ່ສ້າງຮາກຖານຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ສືບຕໍ່ເຮັດວຽກງານການເມືອງ-ແນວຄິດໃຫ້ແກ່ພະນັກງານ-ນັກຮົບ, ປະຊາຊົນເປັນກົກ ແລະ ຕໍ່ເນື່ອງ, ສືບຕໍ່ປະສານສົມທົບຊຸກຍູ້ ປກສ ເມືອງ ໂດຍສະເພາະ ປກສ ກຸ່ມ ລົງປັບປຸງສຳມະໂນຄົວ ແລະ ເກັບກຳປ້ອນຂໍ້ມູນໃສ່ຮ່າງແບບຟອມສຳມະໂນຄົວອອກບັດປະຈຳຕົວດ້ວຍລະບົບທັນສະໄໝຢູ່ໃນຂອບເຂດຄວາມຮັບຜິດຊອບໃຫ້ສຳເລັດ, ສືບຕໍ່ປະສານສົມທົບກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ຂະແໜງການຕ່າງໆ ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃຫ້ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.