ພິທີສົ່ງ ທ່ານ ສົມແກ້ວ ສີລາວົງ ຄະນະນຳກະຊວງ

ໃນຕອນເຊົ້າຂອງວັນທີ 5 ພະຈິກ 2018 ທີ່ສະໜາມບິນສາກົນວັດໄຕ, ໄດ້ມີພິທີສົ່ງ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ທີ່ຈະເດີນທາງເຂົ້າຮ່ວມ ກອງປະຊຸມຫົວໜ້າອົງການພິເສດ, ອົງການຮັກສາຄວາມໝັ້ນຄົງ ແລະ ອົງການບັງຄັບໃຊ້ກົດໝາຍ ຄັ້ງທີ 17 ທີ່ມົດສະກູ ສະຫະພັນລັດເຊຍ ໃນລະຫວ່າງວັນທີ 5-11 ຕຸລາ 2018, ນຳພາຄະນະອອກສົ່ງໂດຍ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ມີຄາອິນ ບາລານອບ ເອກອັກຄະລັດຊະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງສະຫະພັນລັດເຊຍ ປະຈໍາ ສປປ ລາວ.

ທ່ານ ສົມແກ້ວ ສີລາວົງ – ທ່ານ ມີຄາອິນ ບາລານອບ

ການເດີນທາງເຂົ້າຮ່ວມກອງປະຊຸມຂອງຄະນະນຳກະຊວງຄັ້ງນີ້ ແມ່ນໄດ້ຮັບການເຊີນຈາກ ຄະນະລັດຖະບານສະຫະພັນລັດເຊຍ ເພື່ອສືບຕໍ່ປຶກສາຫາລື ແລະ ແລກປ່ຽນບົດຮຽນດ້ານຕ່າງໆພາຍໃຕ້ຫົວຂໍ້ສະເພາະດ້ານວຽກງານຕ້ານການກໍ່ການຮ້າຍ, ເຊິ່ງກອງປະຊຸມ ຈະໄດ້ປຶກສາຫາລືກ່ຽວກັບ 4 ບັນຫາຄື: ບົດຮຽນໃນການຕ້ານການກໍ່ການຮ້າຍລະດັບຊາດ, ການປະເມີນໄພຂົ່ມຂູ່ຂອງພວກກໍ່ການຮ້າຍຄົນຕ່າງປະເທດໃນປັດຈຸບັນ, ການສ້າງສະພາບແວດລ້ອມທີ່ອໍານວຍສໍາລັບການສືບຂ່າວດ້ານຄວາມໝັ້ນຄົງ ແລະ ການຮ່ວມມືປະຕິບັດກົດໝາຍພາຍໃຕ້ຂອບເຂດຂໍ້ມູນຂ່າວສານ, ການສະຫຼຸບວຽກງານປ້ອງກັນໃນໄລຍະການແຂ່ງຂັນບານເຕະຂອງສະຫະພັນບານໂລກ 2018, ວຽກງານດ້ານການເມືອງ-ສັງຄົມ ແລະ ກິລາສາກົນທີ່ສໍາຄັນຕ່າງໆ.

ຝ່າຍລາວ

ນອກນັ້ນ, ຍັງເປັນຂີດໝາຍສໍາຄັນຂອງການພົວພັນປະສານງານ ລະຫວ່າງ ສປປ ລາວ ແລະ ສະຫະພັນລັດເຊຍ ທາງດ້ານວຽກງານປ້ອງກັນຄວາມສະຫງົບຂອງສອງປະເທດ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນໃນດ້ານຕ່າງໆໃຫ້ມີຄວາມສະດວກຂຶ້ນຕື່ມ.

ຝ່າຍລັດເຊຍ