ກວດກາໂຄງການກໍ່ສ້າງເດີ່ນສວນສະໜາມ ວິທະຍາຄານກົມມະດຳ ກຽມສະຫຼອງວັນສ້າງຕັ້ງກອງທັບ

0
2475
ພົທ ວິໄລ ຫ້ຼາຄຳຟອງ ພ້ອມຄະນະ ລົງກວດກາໂຄງການກໍ່ສ້າງ

ວັນທີ 2 ພະຈິກ 2018, ພົທ ວິໄລ ຫ້ຼາຄຳຟອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳກະຊວງ ແລະ ຄະນະຮັບຜິດຊອບໂຄງການກໍ່ສ້າງເດີ່ນສວນສະໜາມ ວິທະຍາຄານກົມມະດຳ ໄດ້ລົງໄປກວດກາຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງດັ່ງກ່າວ ເພື່ອກຽມນຳໃຊ້ເຂົ້າໃນການເດີນສວນສະໜາມ ໃນມື້ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ( 20 ມັງກອນ 1949-20 ມັງກອນ 2019 ), ເຊິ່ງຮັບເໝົາກໍ່ສ້າງໂດຍ ບໍລິສັດ ນໍຣິນໂກ ສປ ຈີນ.

ພົຕ ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບໂຄງການ ລາຍງານໃຫ້ຮູ້ວ່າ: 

ວິທະຍາຄານກົມມະດຳ

ໂຄງການໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ກາງເດືອນກຸມພາ 2018 ມີໜ້າວຽກໃຫຍ່ ຄື: ວຽກກໍ່ສ້າງເດີ່ນເບຕົງ 30 ຊັງຕີແມັດ ແລະ 15 ຊັງຕີແມັດ ຢູ່ໜ້າຜາມໄຊ, ວຽກເດີ່ນປູກຫຍ້າຕໍ່ໜ້າຜາມໄຊ, ວຽກເດີ່ນຈອດລົດ 2 ຟາກຂ້າງຜາມໄຊ, ວຽກວາງທໍ່ລະບາຍ ນໍ້າ-ທໍ່ຂ້າມທາງ, ວຽກເດີນທໍ່ນໍ້າພາຍໃນເດີ່ນ, ວຽກເກດປັບ-ຫົດນໍ້າອັດແໜ້ນພາຍໃນເດີ່ນກຽມສວນສະໜາມ ລວມມູນຄ່າໃນການກໍ່ສ້າງທັງໝົດ 10 ລ້ານໂດລາ.

ພົຕ ວົງຄຳ ພົມມະກອນ
ເປັນຫົວໜ້າປະສານງານຝ່າຍກໍ່ສ້າງໂດຍ ທ່ານ ສີອຳໄພ ບຸບຜາວັນ

ທ່ານ ສີອຳໄພ ບຸບຜາວັນ ຫົວໜ້າປະສານງານຝ່າຍກໍ່ສ້າງ ບໍລິສັດ ນໍຣິນໂກ ສປ ຈີນ ໃຫ້ສຳພາດວ່າ: ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງແຕ່ທ້າຍເດືອນທັນວາ 2017 ເຊິ່ງຄາດວ່າຈະໃຫ້ສຳເລັດໝົດທຸກໜ້າວຽກ ໃນທ້າຍເດືອນທັນວາ 2018, ສະເພາະໜ້າວຽກຂອງ ບໍລິສັດ ຮັບຜິດຊອບຄື: ເດີ່ນສວນສະໜາມ ເພື່ອໃຫ້ກ້ອນກຳລັງຍ່າງ, ຜາມໄຊ, ສະໂມສອນ, ເຮືອນນອນປ້ອງກັນ, ຫ້ອງນ້ຳ ເປັນຕົ້ນ; ປັດຈຸບັນ ແມ່ນສຳເລັດປະມານ 87% ໂດຍພວມສຸມໃສ່ເລັ່ງປະຕິບັດບັນດາໜ້າວຽກທີ່ຍັງບໍ່ທັນສຳເລັດ ເຊັ່ນ: ວຽກເດີນທໍ່ນໍ້າປະປາ, ບ່ອນນັ່ງຊົມຂອງແຂກຂ້າງຜາມໄຊ, ເຮືອນນອນປ້ອງກັນ 2 ຫຼັງ, ຫ້ອງນໍ້າສາທາລະນະ ເຊິ່ງຮັບປະກັນຈະໃຫ້ແລ້ວທັນຕາມກຳນົດເວລາ.

ຮັບເໝົາກໍ່ສ້າງໂດຍ ບໍລິສັດ ນໍຣິນໂກ ສປ ຈີນ

ໂອກາດນີ້, ພົທ ວິໄລ ຫ້ຼາຄຳຟອງ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບໂຄງການກໍ່ສ້າງ ໂດຍສະເພາະຜູ້ຊີ້ນຳແຕ່ລະໜ້າວຽກ ຈົ່ງເອົາໃຈໃສ່ຊີ້ນຳຢ່າງລະອຽດ ແລະ ເຮັດໃຫ້ໄດ້ຕາມຄາດໝາຍ, ສຳລັບບໍລິສັດ ໃຫ້ເພີ່ມແຮງງານຄົນໃສ່ແຕ່ລະໜ້າວຽກ ເພື່ອໃຫ້ສຳເລັດຕາມກຳນົດເວລາ ພ້ອມທັງຮັບປະກັນໃຫ້ມີຄຸນນະພາບ.

ກອງທັບ