ນໍາໂດຍ ພັທ ເກດມະນີ ວົງພະຈັນ ຄະນະກອງກໍ່ສ້າງຮາກຖານ ກອງຮ້ອຍ 3 ເມືອງສີສັດຕະນາກ

ກອງກໍ່ສ້າງຮາກຖານຂອງ ກອງຮ້ອຍ 3 ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ຢູ່ບ້ານທົ່ງພານທອງ ເມືອງສີສັດຕະນາກ ນໍາໂດຍ ພັທ ເກດມະນີ ວົງພະຈັນ ຄະນະກອງກໍ່ສ້າງຮາກຖານ ກອງຮ້ອຍ 3 ເມືອງສີສັດຕະນາກ, ມີພະນັກງານກໍ່ສ້າງຮາກຖານ, ນາຍບ້ານທົ່ງພານທອງ ແລະ ພໍ່-ແມ່ປະຊາຊົນ ເຂົ້າຮ່ວມ.

ພັຕ ສີທາດ ໜູການ ຮອງພະແນກຕໍາຫຼວດ ປກສ ເມືອງສີສັດຕະນາກ ທັງເປັນຜູ້ຊີ້ນໍາວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ຮູ້ວ່າ:

ຢາເສບຕິດແມ່ນສານກະຕຸ້ນ ຫຼື ລະງັບລະບົບປະສາດ ທີ່ໄດ້ມາຈາກພືດທີ່ກໍ່ໃຫ້ເກີດສານເສບຕິດ ຄື: ຕົ້ນໂຄເຄນ, ກັນຊາ, ຝິ່ນ ແລະ ເກີດຈາກການສັງເຄາະສານເຄມີ ເມື່ອເສບເຂົ້າໄປແລ້ວຈະມີຜົນກະທົບຢ່າງຮຸນແຮງຕໍ່ຮ່າງກາຍ, ຈິດປະສາດ, ຈະມີຄວາມຕ້ອງການເສບເພີ່ມຂຶ້ນເລື້ອຍໆ

ໂດຍຢາເສບຕິດແບ່ງອອກເປັນ 2 ປະເພດ: ຢາເສບຕິດເກືອດຫ້າມ (ຜິດກົດໝາຍ) ເປັນຢາເສບຕິດຊະນິດທີ່ກະຕຸ້ນ ຫຼື ລະງັບລະບົບປະສາດທີ່ຮ້າຍແຮງ ເປັນຕົ້ນແມ່ນ ຢາບ້າ, ໂຄເຄນ, ຢາອີ

ບັນດາຜູ້ເຂົ້າຮ່ວມຮັບຟັງ

ປະເພດທີ 2 ໄດ້ແກ່: ຢາເສບຕິດ ແລະ ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ເປັນສານທີ່ກະຕຸ້ນ ຫຼື ລະງັບປະສາດ ທີ່ໄດ້ກໍານົດໄວ້ໃນເອກະສານສະເພາະ ເຊັ່ນ ມອກຝິ່ນ, ຢາຝິ່ນ, ໂອເດອິນ, ເມຕາໂດນ, ແຟນແຕນນິກ, ມິດາໂຊລໍາ, ອາໂມບາກບີຕານ ແລະ ຊາເຊຕິກອື່ນໆ;
ເຊິ່ງເປັນສານທີ່ຖືກນໍາໃຊ້ເຂົ້າໃນການແພດ, ອຸດສາຫະກໍາ, ກະສິກໍາ ໂດຍມີການຄວບຄຸມຢ່າງເຂັ້ມງວດ; ເຊິ່ງມັນໄດ້ສົ່ງຜົນຮ້າຍ ເຮັດໃຫ້ຜູ້ເສບເປັນອັນຕະລາຍຕໍ່ຈິດປະສາດ, ຕໍ່ຮ່າງກາຍ ແລະ ຊີວິດຂອງຜູ້ເສບ ພາໃຫ້ເປັນບ້າເສຍຈິດ, ໃຊ້ຄວາມຮຸນແຮງ, ທໍາລາຍຕົນເອງ ແລະ ຜູ້ອື່ນ ເປັນຕົ້ນແມ່ນ ຄອບຄົວ, ສັງຄົມ ຈົນເຮັດໃຫ້ເກີດຄວາມບໍ່ສະຫງົບ.