ໃນວັນທີ 31 ຕຸລາ 2018, ແຂວງເຊກອງ ໄດ້ສ້າງຂະບວນການອະນາໄມລ່ວງຄອງເໝືອງ ເພື່ອຂໍ່ານັບຮັບຕ້ອນວັນຊົນລະປະທານແຫ່ງຊາດ ແລະ ເປີດຂະບວນການຊຸກຍູ້ການຜະລິດລະດູແລ້ງ ສົກປີ 2018-2019 ທີ່ເດີ່ນວັດບ້ານດ່ານ ເມືອງລະມາມ ແຂວງເຊກອງ, ນຳພາໂດຍ ທ່ານ ຄໍາໂບນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີອໍານາດການປົກຄອງແຂວງທຸກຂັ້ນ, ອໍານາດການປົກຄອງບ້ານ, ທະຫານ, ຕໍາຫຼວດ, ນັກຮຽນ, ກະສິກໍາ ແລະ ປ່າໄມ້, ປະຊາຊົນ ແລະ ພາກສ່ວນຂະແໜງການຕ່າງໆເຂົ້າຮ່ວມ.

ການສ້າງຂະບວນການອະນາໄມລ່ວງຄອງເໝືອງ ເພື່ອເຮັດໃຫ້ລະບົບຫົວງານມີຄວາມພ້ອມ ໃນການສະໜອງນໍ້າໃຫ້ເນື້ອທີ່ທຳການຜະລິດລະດູແລ້ງ ແລະ ລະດຸຝົນປີ 2019 ແລະ ທັງເປັນການປູກຈິດສໍານຶກໃຫ້ທົ່ວປວງຊົນເຂົ້້າຮ່ວມໃນວັນດັ່ງກ່າວໃຫ້ມີຄວາມໝາຍສໍາຄັນ ແລະ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນກວ້າງຂວາງ, ໃນນີ້ ໄດ້ແບ່ງອອກເປັນ 2 ຈຸດຄື: ຈຸດທີ 1 ມີກໍາລັງທະຫານ, ຕໍາຫຼວດແມ່ນອະນາໄມລ່ວງຄອງເໝືອງຊົນລະປະທານເຊນໍ້ານ້ອຍມີຄວາມຍາວ 800 ແມັດ ແລະ ຈຸດທີ 2 ມີມວນຊົນຈາກຂະແໜງການກະສິກໍາ ແລະ ປ່າໄມ້, ນັກ ຮຽນ, ປະຊາຊົນບ້ານເຊນ້ອຍ, ບ້ານດ່ານ, ບ້ານດອນຈັນ ແລະ ພະແນກການຕ່າງໆອະນາໄມ ຄອງເໝືອງເຂດບ້ານດ່ານ ມີຄວາມຍາວ 700 ແມັດ.